ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ທ່ານເອີ​ດູ​ອານ ​ກ່າວ​ວ່າ ເທີ​ກີ ພ້ອມ​ແລ້ວ​ທີ່​ຈະ​ຮັກ​ສາ​ການ​ດ້ານ​ຄວາມ​ປອດ​ໄພ ໃນ​ເຂດ​ເມືອງ​​ແມນ​ບິດ


ປະທາ​ນາ​ທິ​ບໍ​ດີ ຣີ​ເຊບ ໄຕ​ຢິບ ເອີ​ດູ​ອານ ກ່າວ​ຕໍ່​ລັດ​ຖະ​ສະ​ພາ ຈາກ​ພັກ AKP ທີ່​ປົກ​ຄອງ​ປະ​ເທດ ໃນ​ກອງ​ປະ​ຊຸມ ​ທີ່​ພົບ​ປະ​ກັບ ​ລັດ​ຖະ​ສະ​ພາ​ເທີ​ກີ ໃນ​ນະ​ຄອນ​ອັງ​ກາ​ຣາ, ເທີ​ກີ, 15 ມັງ​ກອນ 2019.
ປະທາ​ນາ​ທິ​ບໍ​ດີ ຣີ​ເຊບ ໄຕ​ຢິບ ເອີ​ດູ​ອານ ກ່າວ​ຕໍ່​ລັດ​ຖະ​ສະ​ພາ ຈາກ​ພັກ AKP ທີ່​ປົກ​ຄອງ​ປະ​ເທດ ໃນ​ກອງ​ປະ​ຊຸມ ​ທີ່​ພົບ​ປະ​ກັບ ​ລັດ​ຖະ​ສະ​ພາ​ເທີ​ກີ ໃນ​ນະ​ຄອນ​ອັງ​ກາ​ຣາ, ເທີ​ກີ, 15 ມັງ​ກອນ 2019.

ເທີ​ກີ ​ພ້ອມ​ແລ້ວ​ທີ່​ຈະ​ຮັກ​ສາ​ການ​ດ້ານ​ຄວາມ​ປອດ​ໄພ ໃນ​ເຂດ​ເມືອງແມນ​ບິດຂອງ​ຊີ​ເຣຍ
ທີ່​ຊາວ​ເຄີດ ຄວບ​ຄຸມ ຕາມຄຳເວົ້າຂອງປະທາ​ນາ​ທິ​ບໍ​ດີ ຣີ​ເຊບ ໄຕ​ຢິບ ເອີ​ດູ​ອານ ໃນ​ວັນ
​ອາ​ທິດ​ວານ​ນີ້.

ຫ້ອງ​ການ​ຂອງ​ທ່ານ ເອີ​ດູ​ອານ ກ່າວ​ວ່າ ປະທາ​ນາ​ທິ​ບໍ​ດີໄດ້ໂອ້​ລົມທາງ​ໂທ​ລະ​ສັບ​ກັບ
ປະທານາ​ທິ​ບໍ​ດີ ສະຫະ​ລັດ ທ່ານ​ດຳ​ໂນ​ລ ທ​ຣຳ ໃນ​ວັນ​ອາ​ທິດ​ວານ​ນີ້​ວ່າ ຫຼາຍໆ​ມື້ຕໍ່ມາ
ຫຼັງ​ຈາກທີ່​ກຸ່ມ​ລັດ​ອິ​ສ​ລາມ ໄດ້​ເຂົ້າ​ໂຈມ​ຕີ​ເມືອງ​ດັ່ງ​ກ່າວ ໄດ້ສັງ​ຫານ 19 ຄົນ ຊຶ່ງ​ຮວມ​ທັງ
ທ​ະ​ຫານຂອງ​ສະ​ຫະ​ລັດ 3 ຄົນ ແລະສັນຍາຈ້າງຂອງທ​ະ​ຫານອາ​ເມ​ຣິ​ກັນຜູ້ນຶ່ງ​ນຳ.

ທ່ານ ເອີ​ດູ​ອານ ໄດ້​ບອກ​ທ່ານ​ທ​ຣຳ ວ່າ ການ​ໂຈມ​ຕີດັ່ງ​ກ່າວ​ນີ້ ແມ່ນ ການ “ເກາະ​ຜິດ”
ທີ່​ມີເປົ້າ​ໝາຍ​ໃ​ສ່​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ ທີ່​ຖອນ​ກຳ​ລັງ​ສະ​ຫະ​ລັດ ອອກ​ຈາກ​ຊີ​ເຣຍ.

ທຳ​ນຽບ​ຂາວ ບໍ່​ໄດ້ກ່າວ​ເຖິງຄວາມ​ເຫັນ​ຂອງ​ທ່ານ ເອີ​ດູ​ອານ ແບບ​ສະ​ເພາະ​ເຈາະ​ຈົງ
ກ່ຽວ​ກັບເມືອງແມນ​ບິດ ນອກ​ຈາກແຕ່ພຽງວ່າ ປະທາ​ນາ​ທິ​ບໍ​ດີທັງ​ສອງ “ໄດ້​ຕົກ​ລົງ​ທີ່​ຈະ
​ຕິດຕາມເອົາການແກ້ໄຂບັນຫາ​ທີ່ໄດ້​ເຈ​ລະ​ຈາ​ກັນແລ້ວ ສຳ​ລັບພາກ​ຕາ​ເວັນ​ອອກ
ສຽງເໜືອ​ຂອ​ງຊີເຣຍ ເພື່ອໃຫ້ບັນລຸເປົ້າໝາຍດ້ານຄວາມ​ເປັນ​ຫ່ວງກ່ຽວກັບ​ຄວາມ
ປອດ​ໄພ.”

ກອງ​ກຳ​ລັງ​ເທີ​ກີ ແລະ​ສະ​ຫະ​ລັດ ທຳ​ການ​ລາດ​ຕະ​ເວນ​ຮ່ວມ​ກັນ ໃນ​ເຂດ​ເມືອງແມານ​ບິນ​ຂອງ​ຊີ​ເຣຍ ຊຶ່ງ​ເປັນ​ສ່ວນ​ຂອງ​ຂໍ້​ຕົກ​ລົງທີ່​ຈະ​ຜ່ອນ​ຄາຍ​ຄວາມ​ຕຶງ​ຄຽດ ລະ​ຫວ່າງ ພັນ​ທະ​ມິດ​ທັງ​ສອງ​ຂອງ​ອົງ​ການ​ເນ​ໂຕ, 1 ພະ​ຈິກ 2018.
ກອງ​ກຳ​ລັງ​ເທີ​ກີ ແລະ​ສະ​ຫະ​ລັດ ທຳ​ການ​ລາດ​ຕະ​ເວນ​ຮ່ວມ​ກັນ ໃນ​ເຂດ​ເມືອງແມານ​ບິນ​ຂອງ​ຊີ​ເຣຍ ຊຶ່ງ​ເປັນ​ສ່ວນ​ຂອງ​ຂໍ້​ຕົກ​ລົງທີ່​ຈະ​ຜ່ອນ​ຄາຍ​ຄວາມ​ຕຶງ​ຄຽດ ລະ​ຫວ່າງ ພັນ​ທະ​ມິດ​ທັງ​ສອງ​ຂອງ​ອົງ​ການ​ເນ​ໂຕ, 1 ພະ​ຈິກ 2018.

ກອງ​ກຳ​ລັງ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ໃນ​ຊີ​ເຣຍ ທີ່​ໜູນຫຼັງ​ໂດຍສະ​ຫະ​ລັດ ແລະ​ທະ​ຫານ​ບ້ານ
​ຂອງ​ຊາວ​ເຄີດ ​ແລະກຸ່ມ YPG ກຳລັງຄວບ​ຄຸມ​ເມືອງ​ແມນ​ບິດ.

ເທີ​ກີ ກ່າວ​ວ່າ ກຸ່ມ YPG ​ເຊື່ອມ​ໂຍງ​ກັບ​ກຸ່ມແຮງ​ງານເຄີດ ຫຼື PKK ທີ່​ໄດ້​ຕໍ່​ສູ້​ໃນ​ສົງ​ຄາມ
ເພື່ອແບ່ງ​ແຍກ ​ທີ່ຢາກ​ໃຫ້ຊາວ​ເຄີດມີ​ອຳ​ນາດປົກຄອງຕົນເອງຢູ່ພາຍ​ໃນເທີ​ກີ.

​ເທີ​ກີ ຖືວ່າກຸ່ມ YPG ແລະ​ກຸ່ມ PKK ວ່າ​ເປັນ​ກຸ່ມກໍ່​ການ​ຮ້າຍ. ກຸ່ມທະ​ຫານ​ບ້ານ​ຂອງ​
ຊາວເຄີດ ຢ້ານ​ກົວ​ວ່າ ເທີ​ກີ ຈະ​ທຳ​ການ​ໂຈມ​ຕີ​ທາງ​ທະ​ຫານໃ​ສ່​ພວກ​ຕົນ ໄວທີ່ສຸດ
ຫຼັງຈາກກຳ​ລັງສະ​ຫະ​ລັດ ຖອນ​ຕົວ​ອອກ​ໄປ.

ທ່ານ​ທ​ຣຳ ໄດ້​ສະ​ເໜີ​ໃຫ້​ມີ​ເຂດ​ທີ່​ປອດ​ໄພ​ໃນ​ຂົງ​ເຂດ ແຕ່​ຍັງ​ບໍ່​ທັນໄດ້​ໃຫ້​ລາຍ​ລະ​ອຽດ​
ໃດໆ​ເທື່ອ.

​ເທີ​ກີ ບໍ່​ຢາກ​ໃຫ້ມີ​ເຂດແດນທີ່ຊາວ​ເຄີດ​ຄວບ​ຄຸມຕາມ​ຊາຍ​ແດນ​ຂອງ​ຕົນແລະ​ໄດ້​ກ່າວ​ວ່າ
​ເຂດ​ທີ່​ປອດ​ໄພ​ໃດໆ ​ຈະ​ບໍ່ໃຫ້​ມີ​ຊາວ​ເຄີດ​.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG