ພັກຂອງ ປະທານາທິບໍດີເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ໄດ້ຮຽກຮ້ອງໃຫ້ນັບຄະ
ແນນສຽງຄືນໃໝ່ຢູ່ໃນນະຄອນ ອິສຕັນບູລ ຫຼັງຈາກພັກປົກຄອງໄດ້ເສຍການເລືອກຕັ້ງ
ທ້ອງຖິ່ນອາທິດແລ້ວນີ້.
ໃນຄວາມລົ້ມແຫຼວທີ່ໜ້າອັບອາຍສຳລັບທ່ານ ເອີດູອານ ນັ້ນ, ພັກຝ່າຍຄ້ານ ຣີພັບບລີ
ກັນປະຊາຊົນ (CHP) ໄດ້ຮັບໄຊຊະນະຢ່າງຫວຸດຫວິດໃນ ອິສຕັນບູລ ທີ່ເປັນສູນກາງ
ທາງດ້ານເສດຖະກິດ ແລະວັດທະນາທຳຂອງປະເທດ. ເຂົາເຈົ້າຍັງໄດ້ຊະນະການແຂ່ງ
ຂັນຢູ່ໃນນະຄອນຫຼວງ ອັງກາຣາ ດ້ວຍ.
ການນັບຄະແນນຄືນໃໝ່ຢູ່ໃນບາງເຂດ ໃນນະຄອນຫຼວງ ອັງກາຣາ ແມ່ນກຳລັງດຳ
ເນີນຢູ່ ແລະ ພັກປົກຄອງເຊິ່ງແມ່ນ ພັກຍຸຕິທຳ ແລະ ການພັດທະນາ (AKP) ກໍໄດ້
ຮຽກຮ້ອງໃຫ້ນັບຄະແນນຄືນຢ່າງຄົບຖ້ວນໃນນະຄອນ ອິສຕັນບູລ.
ພວກເຈົ້າໜ້າທີ່ພັກ AKP ກ່າວວ່າ ການລົງຄະແນນສຽງຢູ່ໃນນະຄອນ ອິສຕັນບູລ
ໄດ້ມີ “ຂໍ້ບົກຜ່ອງ” ແລະໄດ້ອ້າງວ່າ “ມີການລະເມີດເປັນລະບົບ, ບາງສິ່ງທີ່ເປັນຫຼາຍ
ກວ່າການຜິດພາດຂອງຄົນຜູ້ດຽວ.
ຮອດວັນອາທິດວານນີ້ ຜູ້ສະໝັກສັງກັດພັກ CHP ທ່ານ ເອັກເຣັມ ອີມາໂມກລູ ໄດ້ມີ
ຄະແນນສຽງ 16,000 ຄະແນນ, ນຳໜ້າພັກ AKP ຢູ່ໃນນະຄອນ ອິສຕັນບູລ ແລະ
ຮຽກຮ້ອງໃຫ້ພັກ AKP ຍອມຮັບ.
ທ່ານອີມາໂມກລູ ກ່າວວ່າ “ຂ້າພະເຈົ້າເຂົ້າໃຈວ່າ ມັນບໍ່ງ່າຍທີ່ຈະສູນເສຍ ນະຄອນ
ອິສສຕັນບູລ ຫຼັງຈາກປົກຄອງມາໄດ້ 25 ປີ, ແຕ່ວ່ານີ້ແມ່ນຄວາມໝາຍຂອງປະຊາທິ
ປະໄຕ.” ທ່ານເວົ້າຕື່ວ່າ ການຜ່າຍແພ້ “ບໍ່ແມ່ນການສິ້ນສຸດຂອງໂລກ.”
ໂຄສົກຂອງພັກ AKP ບໍ່ໄດ້ຫົວຊາກັບຖະແຫຼງການຂອງທ່ານ ແລະ ເອີ້ນການຂໍນັບ
ຄະແນນໃໝ່ວ່າ “ຕາມຄວາມເປັນຈິງ.”
ທ່ານ ເອີດູອານ ໄດ້ຖືກເລືອກຕັ້ງເປັນຜູ້ປົກຄອງນະຄອນ ອິສຕັນບູລ ໃນປີ 1994 ຊຶ່ງ
ໄດ້ຜັກດັນທ່ານຈາກການບໍ່ມີຊື່ສຽງໄປສູ່ຫົວຂໍ້ຂ່າວຂອງສາກົນ. ບັນດານັກວິເຄາະ
ກ່າວວ່າ ເມືອງດັ່ງກ່າວຕາມປົກກະຕິແລ້ວຈະເປັນລາງສັງຫອນ ສຳລັບສິ່ງທີ່ໄດ້ເກີດ
ຂຶ້ນຢູ່ເວທີການເມືອງແຫ່ງຊາດຂອງ ເທີກີ. ການສູນເສຍເມືອງຂອງທ່ານ ຈະຖືກພິຈາ
ລະນາດັ່ງກັບ ຄວາມລົ້ມແຫຼວຄັ້ງໃຫຍ່ສຳລັບທ່ານ ເອີດູອານ ແລະ ພັກ AKP.