ໃນວັນຄົບຮອບນຶ່ງປີຂອງການຄາດຕະກຳນັກຂ່າວຊາອຸດີ ອາຣາເບຍ ທ່ານ ຈາມາລ
ຄາຊອກກີ ຢູ່ໃນສະຖານກົງສຸນ ຊາອຸດີ ອາຣາເບຍ ໃນນະຄອນຫຼວງ ອິສຕັນບູລ ຂອງ
ປະເທດ ເທີກີ ນັ້ນ, ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ໄດ້ສັນຍາທີ່
ຈະ “ສືບຕໍ່ໃຫ້ຄວາມກະຈ່າງແຈ້ງ” ກ່ຽວກັບ ການສັງຫານດັ່ງກ່າວ.
ທ່ານ ຄາຊອກກີ, ນັກຂ່າວຂອງໜັງສືພິມ ວໍຊິງຕັນ ໂພສ ທີ່ມີຫ້ອງການຕັ້ງຢູ່ ສະຫະລັດ,
ໄດ້ທຳການຕິໜິວິຈານ ອົງມົງກຸດ ໂມຮຳເມັດ ບິນ ຊາລມານ ຂອງຊາອຸດີ ອາຣາເບຍ.
ການຄາດຕະກຳນັກຂ່າວຄົນດັ່ງກ່າວເມື່ອນຶ່ງປີທີ່ຜ່ານມາ ໃນວັນພຸດມື້ນີ້ ຍັງຄົນເປັນຈຸດ
ໃຈກາງຂອງຄວາມເຄັ່ງຕຶງ ລະຫວ່າງທ່ານ ເອີດູອານ ແລະ ອົງມົງກຸດ ຊາລມານ.
ກຸ່ມສິດທິມະນຸດສາກົນ, ນາງ ຮາຕິສ ເຊັງກິສ ເຊິ່ງແມ່ນຄູ່ມັ້ນຂອງທ່ານ ຄາຊອກກີ ແລະ
ຜູ້ຂຽນລາຍງານພິເສດຂອງອົງການສະຫະປະຊາຊາດ, ທ່ານນາງ ແອກເນັສ ຄາລາ
ມາດ, ຈະໄດ້ເຂົ້າຮ່ວມກັບທ້າວ ຢາຊິນ ອັກເຕ, ເຊິ່ງແມ່ນສະມາຊິກຄົນນຶ່ງຂອງຄົນວົງ
ໃນຂອງທ່ານ ຄາຊອກກີ, ໃນພິທີລະນຶກເຖິງທ່ານ ຢູ່ນອກສະຖານກົງສຸນ ຊາອຸດີ ອາຣາ
ເບຍ ໃນນະຄອນ ອິສຕັນບູລ ເພື່ອລະນຶກເຖິງການຄາດຕະກຳທ່ານ ຄາຊອກກີ ໃນວັນ
ພຸດມື້ນີ້.
ໃນວັນທີ 2 ຕຸລາ 2018, ທ່ານ ຄາຊອກກີ ໄດ້ເຂົ້າໄປໃນສະຖານກົງສຸນ ເພື່ອຮັບເອົາ
ເອກະສານຕ່າງໆສຳລັບການແຕ່ງງານທີ່ໃກ້ຈະມາເຖິງຂອງທ່ານ. ແຕ່ວ່າທ່ານແມ່ນບໍ່
ເຄີຍໄດ້ຍ່າງອອກຈາກຕຶກຫຼັງນັ້ນ.
ອີງຕາມບັນທຶກລັບຂອງນັກສືບ ເທີກີ ນັ້ນ, ນັກຂ່າວ ຊາອຸ ຄົນດັ່ງກ່າວໄດ້ຖືກເຮັດໃຫ້
ຫາຍໃຈບໍ່ໄດ້ດ້ວຍຖົງຢາງ ໂດຍກຸ່ມມືສັງຫານທີ່ຖືກສົ່ງໄປຈາກ ຊາອຸດີ ອາຣາເບຍ.
ການສືບສວນສອບສວນສາກົນ ທີ່ນຳໜ້າໂດຍທ່ານນາງ ຄາລາມາດ ຈາກອົງການສະ
ຫະປະຊາຊາດ ໄດ້ສະຫຼຸບວ່າ ສົບຂອງນັກຂ່າວທີ່ວ່ານັ້ນໄດ້ຖືກຕັດ ແລະ ຖິ້ມຢູ່ໃນສະ
ຖານທີ່ທີ່ບໍ່ມີໃຜຮູ້.
ທ່ານ ເອີດູອານ, ຜູ້ທີ່ເຄີຍຮູ້ຈັກທ່ານ ຄາຊອກກີ ນັ້ນ, ໄດ້ສວມບົດບາດເປັນຜູ້ນຳໜ້າໃນ
ການພະຍາຍາມຊອກຫາຄວາມຈິງ ກ່ຽວກັບ ການສັງຫານ ແລະ ນຳເອົາຜູ້ທີ່ຮັບຜິດ
ຊອບນັ້ນມາລົງໂທດ, ເປັນຄວາມພະຍາຍາມທີ່ໄດ້ສືບຕໍ່ນຶ່ງປີຕໍ່ມາ.
ທ່ານ ເອີດູອານ ໄດ້ກ່າວໃນໜັງສືພິມ ວໍຊິງຕັນ ໂພສ ໃນວັນອາທິດທີ່ຜ່ານມາວ່າ “ການ
ຕອບສະໜອງຂອງ ເທີກີ ຕໍ່ການສັງຫານນັກຂ່າວຂອງໜັງສືພິມ ວໍຊິງຕັນ ໂພສ ແມ່ນ
ອີງໃສ່ຄວາມປາຖະໜາຂອງພວກເຮົາທີ່ຈະສົ່ງເສີມລະບົບສາກົນທີ່ອີງໃສ່ກົດລະບຽບ
ຕ່າງໆ.” ທ່ານໄດ້ກ່າວໃນບົດລາຍງານບັນນາທິການນັ້ນວ່າ “ຕໍ່ໄປຂ້າງໜ້າ, ເທີກີ ສັນ
ຍາທີ່ຈະສືບຕໍ່ຄວາມພະຍາຍາມຂອງເຂົາເຈົ້າເພື່ອໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບ ການ
ຄາດຕະກຳທ່ານ ຄາຊອກກີ. ພວກເຮົາຈະຖາມຄຳຖາມເກົ່າໄປເລື້ອຍໆ.”