ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan ໄດ້
ປົກປ້ອງການບຸກຈູ່ໂຈມ ຕໍ່ບັນດາຜູ້ມີຊື່ສຽງ ຂອງສື່ມວນຊົນ
ໂດຍເຈົ້າໜ້າທີ່ຕຳຫລວດ ໃນວັນອາທິດຜ່ານມາ ຊຶ່ງພວກກ່ຽວ
ໄດ້ພົວພັນກັບ ນັກສອນສາສະໜາອິສລາມ ທີ່ຢູ່ໃນສະຫະລັດ.
ທ່ານ Erdogan ກ່າວໃນວັນຈັນວານນີ້ວ່າ ການກັກໂຕຢ່າງນ້ອຍ
24 ຄົນ ຜູ້ທີ່ສະໜັບສະໜຸນນັກບວດ Fethullah Gulen ນັ້ນ
ແມ່ນມີຄວາມຈຳເປັນໃນການຕອບໂຕ້ຕໍ່ “ການປະຕິບັດງານ
ທີ່ສົກກະປົກ” ໂດຍກອງກຳລັງຕໍ່ຕ້ານລັດຖະບານ.
ທ່ານ Erdogan ບໍ່ເອົາຫົວຊາ ຕໍ່ການຕຳນິຕິຕຽນ ໂດຍສະຫະ
ພາບຢູໂຣບ ທີ່ກ່າວວ່າ ການບຸກລຸກດັ່ງກ່າວນັ້ນ ເປັນການຕໍ່ຕ້ານຄ່ານິຍົມຂອງຢູໂຣບ ແລະ ທ່ານກ່າວວ່າ ກຸ່ມຢູໂຣບຄວນຈະສົນໃຈໃນເລື່ອງ ພາຍໃນຂອງຕົນ. ເທີກີ ໄດ້ພະຍາຍາມ ທີ່ຈະເຂົ້າຮ່ວມສະຫະພາບຢູໂຣບ ຫຼື ອີຢູມາແລ້ວ.
ກະຊວງການຕ່າງປະເທດສະຫະລັດ ຍັງໄດ້ສະແດງຄວາມກັງວົນ ກ່ຽວກັບການບຸກລຸກດັ່ງກ່າວນີ້ດ້ວຍ.
ລວມຢູ່ໃນບັນດາຜູ້ຖືກຈັບກຸມ ເພື່ອການສອບສວນ ໃນວັນອາທິດຜ່ານມານັ້ນ ມີ ທ່ານ
Ekrem Dumanli ຫົວໜ້າບັນນາທິການໜັງສືພິມ Zaman ຊຶ່ງເປັນໜັງສືພິມທີ່ຂາຍດີ
ທີ່ສຸດໃນປະເທດ. ທ່ານ Dumanli ກ່າວວ່າ ສື່ມວນຊົນເທີກີ ພວມປະເຊີນໜ້າກັບສັດປະ
ຫຼາດໃຫຍ່ ທີ່ກຳ ລັງອອກອາລະວາດ ແລະເວລານີ້ກຳລັງເພ່ງເລັງໃສ່ການທຳລາຍຖອນ
ຮາກລະບອບປະຊາທິປະໄຕ.
ປະທານາທິບໍດີ ເທີກີ ໄດ້ກ່າວຫາ ທ່ານ Gulen ແລະບັນດາຜູ້ຕິດຕາມຂະບວນການເຄື່ອນ ໄຫວຂອງທ່ານ ທີ່ກຳລັງສ້າງລັດຖະບານຄຽງຄູ່ຂຶ້ນນັ້ນ. ທ່ານຍັງກ່າວຫາ ນັກບວດທ່ານນີ້ວ່າ ຢູ່ເບື້ອງຫຼັງການສືບສວນສອບສວນກ່ຽວກັບການສໍ້ລາດບັງຫລວງ ເມື່ອປີກາຍນີ້ ຕໍ່ ບັນດາສະມາຊິກທີ່ສຳຄັນ ຢູ່ວົງໃນຂອງທ່ານນັ້ນ.