ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານ ເອີ​ດູ​ອານ ກ່າວ​ວ່າ ຜູ້​ຮັ​ບ​ຜິດ​ຊອບ​ ​ໃນ​ການ​ສັງ​ຫານ ​ທ່ານ ຄາ​ຊອກ​ກີ ຈະ​ບໍ່​ລອດ​ຈາກ​ ການ​ລົງ​ໂທດ


ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ ທ່ານ ຈາ​ມາ​ລ ຄາ​ຊອກ​ກີ ກ່າວ​ຄຳ​ປາ​ໄສ​ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ນະ​ຄອນຫຼວງ ມາ​ນາ​ມາ, ປະ​ເທດ ບາຫ​ເຣນ. 1 ກຸມ​ພາ, 2015.
ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ ທ່ານ ຈາ​ມາ​ລ ຄາ​ຊອກ​ກີ ກ່າວ​ຄຳ​ປາ​ໄສ​ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ນະ​ຄອນຫຼວງ ມາ​ນາ​ມາ, ປະ​ເທດ ບາຫ​ເຣນ. 1 ກຸມ​ພາ, 2015.

ປ​ະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ​ໄດ້​ປະ​ກາດ​ໃນ​ຕອນ​ເຊົ້າວັນ​ພຸດ
ມື້ນີ້ວ່າ ພວກທີ່ຮັບຜິດຊອບ ໃນການສັງຫານນັກຂ່າວຊາອຸດີ ອາຣາເບຍ ທ່ານ ຈາມາລ
ຄາຊອກກີ ຈະບໍ່ສາມາດ “ຫລົບໜີຈາກການຖືກລົງໂທດໄດ້.”

ໃນ​ການ​ຖະ​ແຫຼງ​ທີ່​ນະ​ຄອນ​ຫຼວງ​ອັງ​ກາ​ຣານັ້ນ ທ່ານ ເອີ​ດູ​ອານ ກ່າວ​ວ່າ “ເທີ​ກີ ຈະ​ບໍ່
ປ່ອຍໃຫ້ຄາດພວກຄາດຕະກອນ ຖືກປົກປິດເອົາໄວ້” ແລະຈະເປີດເຜີຍດ້ວຍ​ຄວາມ
ໂປ່ງໃສ ກ່ຽວກັບຫຼັກຖານຕ່າງໆທີ່ຕົນຄົ້ນພົບ.

ການ​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ​ມີ​ຂຶ້ນ​ຫລັງ​ຈາກ​ທ່ານ​ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ແຫ່ງ​ຊາດ​
ເທີກີໃນວັນອັງຄານວານນີ້ ທີ່ໃຫ້ລາຍລະອຽດ ໃນອັນທີ່ທ່ານເອີ້ນວ່າ ເປັນ ການວາງ
ແຜນລ່ວງໜ້າ ຂອງຊາອຸດີ ອາຣາເບຍ ເພື່ອສັງຫານທ່ານ ຄາຊອກກີ ເວ​ລາ​ທ່ານ​ໄປ
ເອົາໜັງສືຢູ່ກົງສຸນ ຊາອຸດີ ທີ່ນະຄອນອິສຕັນບູນ ເມື່ອວັນທີ 2 ຕຸລາ​ຜ່ານ​ມາ.

ທ່ານ ເອີ​ດູ​ອານ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ ຕໍ່​ການ​ກ່າວ​ອ້າງ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ວ່າ
ພວກສາຍລັບທີ່ບໍ່ຟັງຄຳສັ່ງ ເປັນຜູ້ຮັບຜິດຊອບນັ້ນ.

ທ່ານ ເອີ​ດູ​ອານ ໄດ້​ກ່າວວ່າ “ຂໍ້​ມູນຫຼັກ​ຖານ​ທຸກ​ຢ່າງ​ທີ່​ຮວບ​ຮວມ​ມາ​ໄດ້ ໄດ້​ສະ​ແດງ​
ໃຫ້ເຫັນວ່າ ທ່ານ ຈາມາລ ຄາຊອກກີ ແມ່ນຜູ້ເຄາະຮ້າຍຂອງການຄາດຕະກຳທີ່ໂຫດ
ຫ້ຽມອຳມະຫິດ. ການທີ່ຈະປົກປິດຄວາມໂຫດຮ້າຍປ່າເຖື່ອນນັ້ນ ຈະເປັນການທຳລາຍ
ຮູ້ສຶກຮັບຜິດຊອບຂອງມະນຸດ.”

ຜູ້​ນຳ ເທີ​ກີ ໄດ້​ກ່າວ​ວ່າ “ການ​ທີ່​ຈະ​ຖິ້ມ​ໂທດ​ຂອງ​ເຫດ​ການ​ດັ່ງ​ກ່າວ​ໃສ່​ສະ​ມາ​ຊິກ​ໜ່ວຍ
ຮັກສາຄວາມປອດໄພ ແລະ ໜ່ວຍສືບລັບ ຈະບໍ່ເຮັດໃຫ້ພວກເຮົາ ຫຼື ປະຊາຄົມນານາ
ຊາດພໍໃຈໄດ້.”

ທ່​ານ ເອີ​ດູ​ອານ ໄດ້​ທວງ​ໃຫ້​ຜູ້​ໃດ​ກໍ​ຕາມ​ທີ່​ຮັບ​ຜິດ​ຊອບ ໃນ​ການ​ອອກ​ຄຳ​ສັ່ງ​ໃຫ້​ສັງ​ຫານ
ທ່ານ ຄາຊອກກີ “ຕ້ອງຖືກນຳຕົວມາລົງໂທດ” ແລະສະເໜີວ່າ ເຈົ້າໜ້າທີ່ 18 ຄົນ​ທີ່​ຖືກ
ຈັບໂດຍຊາອຸດີ ອາຣາເບຍໃນເວລານີ້ ໃນຖານພົວພັນກັບການສັງ​ຫານ​ທ່ານ​ ຄາ​ຊອກ
ກີ.

ໃນ​ເວ​ລາ​ຕໍ່​ມາ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌​ ພອມ​ພຽວ ໄດ້​
ກ່າວໃນວັນອັງຄານວານນີ້ວ່າ ສະຫະລັດ “ໄດ້ລະບຸຕົວເຈົ້າໜ້າທີ່ ຊາອຸດີ ຢ່າງໜ້ອຍ
ສອງສາມຄົນ” ທີ່ມີສ່ວນຮ່ວມໃນການສັງຫານນັກຂ່າວ ທ່ານ ຈາມາລ ຄາຊອກກີ ແລະ
ຈະຖອນວີຊາຂອງເຂົາເຈົ້າ.

ທ່ານ ພອມ​ພຽວ ໄດ້​ກ່າວ​ວ່າ “ການ​ລົງ​ໂທດ​ພວກນີ້ ​ຈະ​ບໍ່​ແມ່ນ​ຄຳ​ເວົ້າ​ສຸດ​ທ້າຍ​ ກ່ຽວ​ກັບ
ບັນຫານີ້ຈາກ ສະຫະລັດ. ພວກເຮົາຈະສືບຕໍ່ຫາມາດຕະການເພີ່ມເຕີມ ເພື່ອນຳເອົາ
ຄົນພວກນັ້ນມາລົງໂທດ. ພວກເຮົາຢາກເຮັດໃຫ້ກະຈ່າງແຈ້ງວ່າ ສະຫະລັດ ຈະບໍ່ປ່ອຍ
ໃຫ້ ການກະທຳທີ່ໂຫດຫ້ຽມປະເພດນີ້ ເພື່ອປິດປາກທ່ານ ຄາຊອກກີ, ເຊິ່ງແມ່ນນັກ
ຂ່າວ, ດ້ວຍການໃຊ້ຄວາມຮຸນແຮງ.”

ມັນ​ແມ່ນ​ການ​ດຳ​ເນີນ​ການ​ລົງ​ໂທດ​ຄັ້ງ​ທຳ​ອິດທີ່ ສະ​ຫະ​ລັດ ໄດ້​ປະ​ຕິ​ບັດ​ຕໍ່ ຊາ​ອຸ​ດີ
ອາຣາເບຍ ນັບຕັ້ງແຕ່ຂ່າວ ກ່ຽວກັບ ການຫາຍຕົວໄປຂອງທ່ານ ຄາຊອກກີ ໄດ້ປາກົດ
ອອກມາ.

ທ່ານ ພອມ​ພຽວ ບໍ່​ໄດ້​ເວົ້າ​ວ່າ ແມ່ນ​ໃຜ ຫຼື ມີ​ເຈົ້າ​ໜ້າ​ທີ່ ຊາ​ອຸ​ດີ ອາ​ຣາ​ເບຍ ຈັກ​ຄົນ ທີ່​ຖືກ
ຖອນວີຊາ.

ທ່ານ​ຍັງ​ໄດ້​ກ່າວ​ວ່າ ສະ​ຫະ​ລັດ ກຳ​ລັງ​ພິ​ຈາ​ລະ​ນາ ​ການ​ດຳ​ເນີນ​ມາ​ດ​ຕະ​ການ​, ເຊັ່ນ​
ການວາງມາດຕະການລົງໂທດດ້ານການເງິນ, ພາຍໃຕ້ກົດໝາຍ ແມກນິດສກີ, ເຊິ່ງ
ຖືກຕັ້ງຂຶ້ນສຳລັບທ່ານ ເຊີເກ ແມກນິດສກີ, ທະນາຍຄວາມຄົນ ຣັດເຊຍ ຜູ້ທີ່ໄດ້ເສຍ
ຊີວິດໃນຄຸກ ມົສກູ ຫຼັງຈາກທ່ານໄດ້ລາຍງານ ການມີສ່ວນຮ່ວມຂອງເຈົ້າໜ້າທີ່ລັດຖະ
ບານ ໃນການສໍ້ໂກງພາສີ.

Turkish President Recep Tayyip Erdogan vowed Wednesday that those responsible for the killing of Saudi journalist Jamal Khashoggi will not "escape justice."

Speaking in Ankara, Erdogan said Turkey will "not allow the murder to be covered up" and will be transparent in sharing any evidence it uncovers.

His comments follow an address he gave to the Turkish parliament on Tuesday detailing what he said was a premeditated plot by Saudi Arabia to kill Khashoggi when he visited the Saudi consulate in Istanbul on October 2.

Erdogan dismissed Saudi Arabia's claim that "rogue agents" were responsible.

"All evidence gathered shows that Jamal Khashoggi was the victim of a savage murder," Erdogan said. "To cover up such savagery would hurt the human conscience."

The Turkish leader said "to blame such an incident on a handful of security and intelligence members would not satisfy us or the international community."

Erdogan demanded that whoever ordered the killing of Khashoggi must "be brought to account," and suggested 18 officials already arrested by Saudi Arabia in connection with the killing stand trial in Istanbul.

Later Tuesday, U.S. Secretary of State Mike Pompeo the United States "has identified at least some" of the Saudi officials involved in the killing and is revoking their visas.

"These penalties will not be the last word on this matter from the United States. We will continue to explore additional measures to hold those accountable," Pompeo said. "We're making very clear that the United States does not tolerate this kind of ruthless action to silence Mr. Khashoggi, a journalist, through violence."

It is the first punitive action the U.S. has taken against Saudi Arabia since news broke of Khashoggi's disappearance.

Pompeo did not say who or how many Saudi officials would have their visas revoked.

He also said the U.S. was considering taking action, such as imposing financial sanctions, under the Magnitsky Act, named for Sergei Magnitsky, a Russian lawyer who died in a Moscow prison after he reported tax fraud involving government officials.

XS
SM
MD
LG