ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເທີກີ ເອີດູອານ ກ່າວວ່າ ການສັງຫານ ທ. ຄາຊອກກີ ເປັນການ​ກະ​ທຳ ​ທີ່​ມີ​ການ​ວາງ​ແຜນ​ລ່ວງ​ໜ້າ


ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ກ່າວຖະແຫລງ ຕໍ່ບັນດາສະມາຊິກສະພາແຫ່ງຊາດ ຈາກພັກ ເອເຄ ຫຼື (AKP) ທີ່ປົກຄອງລັດຖະບານໃນປັດຈຸບັນ ໃນລະຫວ່າງ ກອງປະຊຸມ ຢູ່ທີ່ສະພາແຫ່ງຊາດ ຂອງເທີກີ ໃນນະຄອນຫຼວງ ອັງກາຣາ, ວັນທີ 23 ຕຸລາ 2018. ພາຍຖ່າຍສະໜອງໂດຍ (ສຳນັກງານຂ່າວສານຂອງທຳນຽບ ປະທານາທິບໍດີ ໂດຍຜ່ານ ອົງການຂ່າວຣອຍເຕີ)
ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ກ່າວຖະແຫລງ ຕໍ່ບັນດາສະມາຊິກສະພາແຫ່ງຊາດ ຈາກພັກ ເອເຄ ຫຼື (AKP) ທີ່ປົກຄອງລັດຖະບານໃນປັດຈຸບັນ ໃນລະຫວ່າງ ກອງປະຊຸມ ຢູ່ທີ່ສະພາແຫ່ງຊາດ ຂອງເທີກີ ໃນນະຄອນຫຼວງ ອັງກາຣາ, ວັນທີ 23 ຕຸລາ 2018. ພາຍຖ່າຍສະໜອງໂດຍ (ສຳນັກງານຂ່າວສານຂອງທຳນຽບ ປະທານາທິບໍດີ ໂດຍຜ່ານ ອົງການຂ່າວຣອຍເຕີ)

ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ກ່າວ​ໃນ​ວັນ​ອັງ​ຄານມື້ນີ້​ ວ່າ ການ​
ສັງ​ຫານ​ນັກ​ຂ່າວ​ຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ພຳ​ນັກ ຢູ່​ໃນ​ສະ​ຫະ​ລັດ ທ່ານ ຈາມາລ ຄາຊອກກີ
ແມ່ນ​ການ​ກະ​ທຳ​ທີ່​ມີ​ການ​ວາງ​ແຜນ​ລ່ວງ​ໜ້າ ແລະ​ພວກ​ທີ່ຮັບ​ຜິດ​ຊອບ​ທັງ​ໝົດ ຮວມ​ທັງ
ຜູ້​ໃດ​ກໍ​ຕາມ ທີ່​ເປັນ​ຜູ້​ອອກ​ຄຳ​ສັ່ງ ໃນ​ການ​ປະ​ຕິ​ບັດງານ​ຄັ້ງ​ນີ້ ຄວນ​ຈະ​ຖືກ​ລົງ​ໂທດ.

ໃນ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ແຫ່ງ​ຊາດນັ້ນ ທ່ານເອີດູອານ ໄດ້​ໃຫ້​ລາຍ​ລະ​ອຽດ ​ກ່ຽວ​ກັບສິ່ງ​ທີ່
​ເກີດ​ຂຶ້ນ ໃນ​ມື້ ກ່ອນ​ທີ່​ທ່ານ ຄາຊອກກີ ຈະເຂົ້າ​ໄປ​ໃນ​ສະ​ຖານ​ກົງ​ສຸນ ຊາ​ອຸ​ດີ ທີ່​ນະ​ຄອນ
​ອິ​ສ​ຕັນ​ບູ​ລ. ທ່ານ​ ກ່າວ​ວ່າ ມີ​ຄະ​ນະ​ທີມ​ຫຼາຍໆ​ຈຸ ​ໄດ້​ບິນ​ໄປ​ຍັງ​ ນະ​ຄອນ ອິ​ສ​ຕັນ​ບູ​ລ
ເພື່ອ​ພົບ​ກັບ ​ທ່ານ ຄາຊອກກີ ທີ່​ສະ​ຖານ​ກົງ​ສຸນ​ດັ່ງ​ກ່າວ ແລະເອົາ​ເຄື່ອງເກັບ​ກຳ​ຂໍ້​ມູນ
​ຂອງລະ​ບົບໂທ​ລະ​ທັດ​ວົງ​ຈອນ​ປິດ​ ອອກ.

ທ່ານ​ ເອີດູອານ ກ່າວ​ວ່າ ຄູ່​ໝັ້ນ​ຂອງ ​ທ່ານ​ ຄາ​ຊອກ​ກີ ທ່ານ​ນາງ ​ຮາ​ຕິ​ສ ເຊັນ​ກິ​ສ ໄດ້​ຖ້າ
​ຢູ່​ຂ້າງນອກ​ກົງ​ສຸນ ​ເປັນ​ເວ​ລາ​ຫຼາຍໆ​ຊົ່ວ​ໂມງ ກ່ອນ​ຈະ​ຕິດ​ຕໍ່​ຫາ​ເຈົ້າ​ໜ້າ​ທີ່​ເທີ​ກີ ແລະ
​ແຈ້ງ​ໃຫ້​ຊາບ​ວ່າ ທ່ານ ຄາຊອກກີ ໄດ້​ຖືກກັກ​ຕົວ​ໄວ້​ຢູ່​ຂ້າງ​ໃນ ແລະ​ທ່ານ ກຳ​ລັງ​ຕົກ​ຢູ່​ໃນ
​ອັນ​ຕະ​ລາຍ.

ຈາກ​ຈຸດນັ້ນ ການ​ສືບ​ສວນ​ເລີ້ມ​ດຳ​ເນີນ​ຂຶ້ນ​ແບບ​ຊ້າໆ ໂດຍ ​ທ່ານ ເອີດູອານ​ ອ້າງເຫດ
​ຜົນ​ ໃນ​ການ​ຄຸ້ມ​ຄອງ​ທາງ​ດ້ານ​ການ​ທູດ ​ຂອງ​ສະ​ຖານ​ກົງ​ສຸນ ແຕ່​ ທ່ານ ​ກ່າວ​ວ່າ
ຕຳ​ຫຼວດ​ເທີ​ກີ ​ແມ່ນ​ແນ່​ໃຈ​ວ່າ ທ່ານ​ຄາ​ຊອກ​ກີ​ ບໍ່​ໄດ້​ອອກ​ຈາກ​ກົງ​ສົນ​ໄປ ​ດ້ວຍຕົວ​ຂອງ
​ທ່ານ​ເອງ ດັ່ງ​ທີ່​ ຊາ​ອຸ​ດີ ໄດ້​ກ່າວ​ອ້າງ​ໄປ​ໃນ​ຂັ້ນ​ຕົ້ນນັ້ນ.

ຊາ​ອຸ​ດີໄດ້ຍອມ​ຮັບ​ໃນ​ເວ​ລາ​ຕໍ່​ມາ​ວ່າ ທີ່​ຈິງ​ແລ້ວທ່ານ ຄາຊອກກີ ໄດ້ເສຍຊີວິດ ໃນສະ
​ຖານ​ກົງ​ສຸນ ໂດຍ​ໃນ​ຂັ້ນ​ຕົ້ນ​ເວົ້າ​ວ່​າ ມັນ​ເກີດ​ຂຶ້ນ​ຍ້ອນ​ມີ​ການ​ຕໍ່​ສູ້​ກັນ ​ແຕ່ໃນ​ເວລາ​ຕໍ່​ມາ
​ກ່າວ​ວ່າ ທ່ານ ຄາຊອກກີ ໄດ້ເສຍຊີວິດ ຍ້ອນຖືກຫັດຄໍເພື່ອສະກັດ ກັ້ນບໍ່ໃຫ້ຜູ້ກ່ຽວ
ອອກໄປຈາກສະຖານກົງສຸນ ເພື່ອໂທຫາຄວາມຊ່ວຍເຫຼືອ.

ທ່ານ ເອີດູອານ ກ່າວ​ໃນ​ວັນ​ອັງ​ຄານມື້ນີ້​ວ່​າ ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ເອົາ​ບາດ​ກ້າວ ​ທີ່
​ສຳ​ຄັນ ໂດຍຍອມ​ຮັບ​ ກ່ຽວ​ກັບ​ການ​ສັງ​ຫານ​ທີ່​ເກີດ​ຂຶ້ນ ແຕ່​ທ່ານ ​ກໍ​ຄາດວ່າ ພວກ​ຜູ້​ນຳ​
ຂອງ​ປະ​ເທດ​ດັ່ງ​ກ່າວ ຈະໃຫ້​ພວກ​ທີ່​ຮັບ​ຜິດ​ຊອບ​ທັງ​ໝົດ ​ຖືກ​ນຳ​ໂຕມາ​ລົງ​ໂທດ ບໍ່​ສຳ
​ຄັນ​ວ່າ ພວກ​ເຂົາ​ເຈົ້າ​ ຈະ​ຢູ່​ໃນ​ລະ​ດັບ​ໃດ. ທ່ານ ​ກ່າວ​ວ່າ ບໍ່​ຄວນຈະ​ມີ​ການ​ຖິ້ມ​ໂທດ​ໃສ່
​ແຕ່​ພວກ​ເຈົ້າ​ໜ້າ​ທີ່​ສືບ​ລັບ ແລະ​ທ່ານ​ ສະ​ເໜີ​ແນະ​ວ່າ ການ​ດຳ​ເນີນ​ຄະ​ດີ​ ຈະ​ເລີ້ມ​ຂຶ້ນ
​ທີ່​ນະ​ຄອນ ​ອິ​ສ​ຕັນ​ບູ​ລ ຍ້ອນ​ວ່າ ທ່ານ​ຄາ​ຊອກ​ກີ ເສຍ​ຊີວິດ ​ຢູ່​ທີ່ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG