ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ໄດ້ປຶກສາຫາລືຂໍ້ຕົກລົງອາຫານປະເພດເມັດທະເລດຳໃນວັນອາທິດວານນີ້ກັບບັນດາຜູ້ນຳຂອງ ຣັດເຊຍ ແລະ ຢູເຄຣນ, ໃນຂະນະທີ່ທັງສອງຝ່າຍພະຍາຍາມທຳການປ່ຽນແປງທີ່ຈະຂະຫຍາຍການສົ່ງອອກຂອງເຂົາເຈົ້າ.
ເທີກີ ໄດ້ປັດຕິບັດໜ້າທີ່ເປັນຜູ້ໄກ່ເກ່ຍຄຽງຂ້າງອົງການສະຫະປະຊາຊາດ ໃນຂໍ້ຕົກລົງອາຫານປະເພດເມັດ, ເຊິ່ງໄດ້ເປີດທ່າເຮືອຕ່າງໆຂອງ ຢູເຄຣນ ສຳລັບການສົ່ງອອກຫຼັງຈາກການປິດລ້ອມຂອງ ຣັດເຊຍ 6 ເດືອນ.
ມົສກູ ແມ່ນກຳລັງຊອກຫາການຄ້ຳປະກັນທີ່ດີກວ່າເກົ່າສຳລັບການສົ່ງອອກອາຫານ ແລະ ປຸຍຂອງເຂົາເຈົ້າເອງ, ໃນຂະນະທີ່ ກີຢິບ ຢາກໃຫ້ຂໍ້ຕົກລົງນັ້ນຖືກຂະຫຍາຍອອກ ເພື່ອເພີ່ມຈຳນວນທ່າເຮືອຂອງ ຢູເຄຣນ ທີ່ເຂົາເຈົ້າໄດ້ເປີດສຳລັບການຂົນສົ່ງ.
ຫຼັງຈາກການລົມກັບປະທານາທິບໍດີ ຣັດເຊຍ ທ່ານ ວາດິເມຍ ປູຕິນ, ປະທານາທິບໍດີ ເທີກີ ໄດ້ກ່າວວ່າທ່ານ ເອີດູອານ ໄດ້ຮຽກຮ້ອງສຳລັບການຢຸດຄວາມຂັັດແຍ້ງຢ່າງວ່ອງໄວ ແລະ ໄດ້ກ່າວວ່າ ມົສກູ ອາດເລີ່ມເຮັດວຽກ ກ່ຽວກັບ ການສົ່ງອອກຜະລິດຕະພັນອາຫານ ແລະ ສິນຄ້າເພີ່ມເຕີມຜ່ານເສັ້ນທາງອາຫານປະເພດເມັດທະເລດຳ.
ຣັດເຊຍ ໄດ້ຮຽກຮ້ອງອົງການສະຫະປະຊາຊາດໃຫ້ຜັກດັນປະເທດຕາເວັນຕົກຍົກເລີກມາດຕະການລົງໂທດບາງອັນ, ເພື່ອຮັບປະກັນວ່າ ມົສກູ ສາມາດສົ່ງອອກປຸຍ ແລະ ຜະລິດຕະພັນກະສິກຳຂອງເຂົາເຈົ້າຢ່າງເສລີ, ນອກຈາກຂໍ້ຕົກລົງອາຫານປະເພດເມັດທະເລດຳທີ່ ມົສກູ ກ່າວວ່າບໍ່ໄດ້ຖືກປະຕິບັດ.
ວັງເຄຣັມລິນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ຂໍ້ຕົກລົງດັ່ງກ່າວແມ່ນມີລັກສະນະຊັບຊ້ອນ, ເຊິ່ງຈະຮຽກຮ້ອງໃຫ້ຍົກເລີກສິ່ງກີດຂວາງຕ່າງໆສຳລັບການສະໜອງສິນຄ້າທີ່ສຳຄັນຈາກ ຣັດເຊຍ ເພື່ອທີ່ຈະບັນລຸຄວາມຮຽກຮ້ອງຕ້ອງການຂອງປະເທດສ່ວນໃຫຍ່ທີ່ມີຄວາມຕ້ອງການ.”
ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວໃນທວິດເຕີວ່າທ່ານໄດ້ “ທຳການປຶກສາຫາລື ກ່ຽວກັບ ວຽກງານໃນຕໍ່ໜ້າ ແລະ ຄວາມເປັນໄປໄດ້ຂະຫຍາຍຂະຫຍາຍເສັ້ນທາງອາຫານປະເພດເມັດ” ກັບທ່ານ ເອີດູອານ.
ຢູເຄຣນ ແລະ ຣັດເຊຍ ແມ່ນລວມຢູ່ໃນບັນດາຜູ້ຜະລິດ ແລະ ສົ່ງອອກອາຫານປະເພດເມັດທີ່ໃຫຍ່ທີ່ສຸດຂອງໂລກ. ການປິດທ່າເຮືອ ຢູເຄຣນ ໂດຍຣັດເຊຍ ລຸນຫຼັງການບຸກລຸກຂອງເຂົາເຈົ້າໄດ້ເປັນໄພຂົ່ມຂູ່ທີ່ຈະເຮັດໃຫ້ເກີດວິກິດການອາຫານໂລກໃນຕົ້ນປີນີ້, ເຊິ່ງໄດ້ບັນເທົາລົງຍ້ອນຂໍ້ຕົກລົງທີ່ຖືກໄກ່ເກ່ຍໂດຍປະເທດ ເທີກີ ທີ່ໄດ້ເປີດການຂົນສົ່ງຂອງ ຢູເຄຣນ ຄືນໃນທ້າຍເດືອນກໍລະກົດທີ່ຜ່ານມາ.