ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. Erdogan ຮຽກຮ້ອງໃຫ້ຕັ້ງ ລັດຖະບານປະສົມ ຢູ່ ເທີກີ


Turkey Politics
please wait
Embed

No media source currently available

0:00 0:00:56 0:00

ສະມາຊິກຝ່າຍ​ຄ້ານຂັ້ນ​ສູງທ່ານນຶ່ງຂອງເທີ​ກີ ​ໄດ້​ກ່າວ​ໃນ​ວັນ​ພຸດ
​ວານ​ນີ້​ວ່າ ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan
​ແມ່ນ​ເປີດກວ້າງ ຕໍ່​ທຸກຄວາມ​ເປັນ​ໄປ​ໄດ້​ກ່ຽວກັບ ​ທາງ​ເລືອກ​ໃນການຈັດຕັ້ງລັດຖະບານປະສົມຊຸດ​ໃໝ່ ຊຶ່ງ​ຮວມທັງ ການ​ເປັນ
ພາຄີ ​ທີ່​ອາດ​ບໍ່ ຮວມພັກລັດຖະບານ​ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​
ປະຈຸ​ບັນ​ນີ້ ຊຶ່ງ​ທ່ານ​ໄດ້​ເປັນ​ຜູ້ກໍ່ຕັ້ງຂຶ້ນມາ​ນັ້ນ.

ທ່ານ Deniz Baykal ອະດີດ​ຜູ້ນຳ ພັກສາທາລະນະລັດປະຊາຊົນ
ຫລື​ Republican People’s Party ຊຶ່ງເປັນພັກຝ່າຍຄ້ານໃຫຍ່
ສຸດຂອງເທີກີ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ຫຼັງ​ຈາກ​ການ​ພົບ​ປະ​ກັບ
​ທ່ານ Erdogan ວ່າ ປະທານາທິບໍດີ​ຫວັງ​ທີ່​ຈະ​ໃຫ້​ຄວາມ​ບໍ່​ແນ່
ນອນ​ທາງ​ດ້ານ​ການ​ເມືອງ​ນີ້ ສິ້ນ​ສຸດ​ໂດຍ​ໄວ. ​ໃນ​ຖານະ​ທີ່​ເປັນສະມາຊິກສະພາທີ່ໄດ້ຮັບ
ເລືອກມີອາຍຸຫລາຍກວ່າໝູ່ ທ່ານ Baykal ຄາດໝາຍ​ວ່າ​ ຈະ​ໄດ້ເປັນຫົວໜ້າ​ລັດຖະສະພາ
ຊຸດ​ໃໝ່ ຈົນ​ກວ່າ​ວ່າປະທານສະພາ​ຄົນ​ໃໝ່​ຈະ​ຖືກ​ເລືອກ.

ພັກຂອງທ່ານ Erdogan ຄາດ​ຫວັງ​ທີ່​ຈະ​ໄດ້​ກຳ​ສຽງສ່ວນ​ຫຼາຍສອງສ່ວນສາມ ​ໃນສະພາທີ່
ມີ 550 ບ່ອນ​ນັ່ງ ​ເພື່ອ​ວ່າຈະໄດ້ມີການຂຽນ​ລັດຖະທຳ​ມະນູນ​ຂຶ້ນ​ໃໝ່​ໄດ້ ​ທີ່​ຈະ​ປ່ຽນຈາກລະ ບົບ​ລັດຖະສະພາໄປ​ສູ່​ລະບົບປະຊາທິປະໄຕທີ່ມີປະທານາທິບໍດີ ຊຶ່ງ​ຈະໃຫ້ອຳນາດແກ່ທ່ານ​ເພີ້​ມຂຶ້ນ​. ​ພັກຄວາມຍຸດຕິທຳແລະການພັດທະນາຂອງ​ທ່ານ ທີ່ມີຮາກເຫງົ້າຈາກສາສະໜາ ອິສລາມນັ້ນ ໄດ້​ຊະນະ 41 ສ່ວນ​ຮ້ອຍ​ຂອງ​ຄະແນນ​ສຽງ ຫຼຸດ​ລົງ​ມາ​ຢ່າງ​ໃຫຍ່​ຫຼວງ​ຈາກ ​ເກືອ​ບ 50 ສ່ວນ​ຮ້ອຍ ທີ່​ໄດ້​ໄຊຊະນະ ​ເມື່ອ 4 ປີ​ກ່ອນ.

​ໃນ​ເປັນ​ການ​ປະຕິເສດທີ່ບໍ່ໜ້າເຊື່ອ ຕໍ່​ທ່ານ Erdogan ຜູ້​ຊຶ່ງ​ໄດ້ກ່າວ​ວ່າ ຈະບໍ່ມີ​ພັກ​ໃດ​
ສາ​ມາດອ້າງ​ເອົາ​ສິດ​ໃນ​ການ​ສ້າງຕັ້ງ​ລັດຖະບານໄດ້​ແຕ່​ພຽງ​ຝ່າຍດຽວ.

ນາຍົກລັດຖະມົນຕີ Ahmet Davutoglu ​ໄດ້​ກ່າວ​ວ່າ ທ່ານ​ຈະ​ພົບ​ປະກັບທຸກໆ​ພັກ​ຝ່າຍ​ຄ້ານ ທີ່​ໄດ້​ຊະນະບ່ອນນັ່ງ​ໃນ​ສະພາ ຊຶ່ງ​ຮວມ​ເຖິງ ພັກປະຊາຊົນປະຊາທິປະໄຕທີ່ນິຍົມ ຊາວເຄີດ
ນຳດ້ວຍ.

​ໃນ​ການ​ໃຫ້​ສຳພາດ​ກັບ​ນັກ​ຂ່າວ​ໂທລະພາບແລະວິທະຍຸຂອງ​ລັດ TRT ທ່ານ Davuto-
glu ​ໄດ້​ກ່າວ​ວ່າ ທ່ານ Erdogan ຈະ​ບໍ່​ມີ​ສ່ວນ​ຮ່ວມ​ໃນ​ການ​ເຈລະຈາເພື່ອສ້າງຕັ້ງ​ລັດຖະບານ​ປະສົມ​ແຕ່ຢ່າງໃດເລີຍ.

​ແຕ່​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ຖ້າ​ຫາກ​ວ່າການ​ເຈລະຈາໃນການສ້າງຕັ້ງລັດຖະບານ​ປະສົມກັບ
ຄວາມລົ້ມແຫຼວ ທ່ານ Erdogan ກໍ​ສາມາດ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ລັດຖະສະພາເທື່ອໃໝ່​ໄດ້ອີກ.

XS
SM
MD
LG