ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດ​ຖະ​ບານ​​ທ່ານທ​ຣຳ ລົບ​ລ້າງ​ລະ​ບຽບ ປົກ​ປ້ອງນ້ຳ ​ຢູ່​ໃນ​ສະ​ໄໝ​ ​ທ່ານ​ໂອ​ມາ​ບາ ໃຫ້​ໝົດ​ໄປ


ຮ່ອງ​ນ້ຳ​ທີ່​ບົກແຫ້ງ ຢູ່​ໃກ້​ທົ່ງ​ສາ​ລີ ທີ່ເມືອງ Cordova ລັດ​ແມ​ຣີ​ແລນ ໃນ​ວັນ​ທີ 11 ມິ​ຖຸ​ນາ, 2015
ຮ່ອງ​ນ້ຳ​ທີ່​ບົກແຫ້ງ ຢູ່​ໃກ້​ທົ່ງ​ສາ​ລີ ທີ່ເມືອງ Cordova ລັດ​ແມ​ຣີ​ແລນ ໃນ​ວັນ​ທີ 11 ມິ​ຖຸ​ນາ, 2015

ລັດ​ຖະ​ບານ​ຂອງ​ທ່ານທ​ຣຳ ໄດ້​ລົບ​ລ້າງກົດ​ລະ​ບຽບ​ຢູ່​ໃນ​ສະ​ໄໝ​ຂອງ​ທ່ານ​ໂອ​ມາ​ບາ ທີ່​ໄດ້​ເພີ້ມການ​ປົກປ້ອງ​ຕໍ່ເສັ້ນ​ທາງໄຫລຕ່າງໆຂອງ​ນ້ຳ​ບໍ່​ໃຫ້ມີ​ມົນ​ລະ​ພິດນັ້ນ ໃຫ້​ໝົດ​ໄປ ຊຶ່ງເປັນ​ການ​ເຄື່ອນ​ໄຫວ ​ທີ່​ພວກ​ນັກ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ​ເວົ້າ​ວ່າ ເຂົ​າ​ເຈົ້າຈະ​ທຳ​ການ​ທ້າ​ທາຍ​ຕໍ່​ການ​ລົບ​ລ້າງ​ດັ່ງ​ກ່າວ​ຢູ່​ໃນ​ສານ.

ການ​ລົບ​ລ້າງ​ກົດ​ໝາຍ​ວ່າ​ດ້ວຍ​ນ້ຳຂອງ​ສະ​ຫະ​ລັດປີ 2015 “ເຮັດ​ໃຫ້ການ​ກຳ​ເອົາອຳ​ນາດ​ຫລາຍຈົນ​ເກີນໄປນັ້ນ​ຍຸ​ຕິ​ລົງ, ກຳ​ຈັດ​ການເຮັດ​ວຽກ​ງານ​ແບບບໍ່​ເປັນ​ລະ​ບົບ​ຂອງ​ກົດ​ລະ​ບຽບດ້ານ​ນ້ຳ​ສະ​ອາດ​ທີ່ມີ​ຢູ່ນັ້ນໃຫ້ໝົດ​ໄປ ແລະຟື້ນ​ຟູ​ກອບ​ຂອງ​ລະ​ບຽບ​ການ​ທີ່​ມີ​ມາ​ແ​ຕ່​ດົນ​ນານ ແລະ​ມີ​ລັກ​ສະ​ນະຄຸ້ນ​ເຄີຍນັ້ນ​ ກັບ​ຄືນ​ມາອີກ,” ນັ້ນ​ຄື​ຄຳ​ເວົ້າ​ຂອງຫົວ​ໜ້າປົກ​ປ້ອງ​ດ້ານສິ່ງ​ແວດ​ລ້ອມ, ທ່ານ ແອນດ​ຣູ ວີ​ລ​ເລີ (Andrew Wheeler) ທີ່​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້.

​ທ່ານ​ກ່າວ​ເພີ້ມ​ວ່າ ການ​ເຮັດ​ແນວ​ນັ້ນ​ໄດ້​ພາໃຫ້ບັນ​ລຸໄດ້​ຕາມ “​ສັນ​ຍາຕົ້ນ​ຕໍ” ອັນ​ນຶ່ງ ​ທີ່​ທ່ານ​ທ​ຣຳ​ໄດ້​ໃຫ້​ໄວ້.

ທ່ານວີ​ລ​ເລີ (Wheeler) ໄດ້​ປະ​ກາດ​ຄຳ​ເວົ້າ​ນັ້ນ​ຂອງ​ຕົນ​ອອກ​ມາ ​ຢູ່​ໃນ​ສຳ​ນັກ​ງານ​ໃຫຍ່ ຂອງ​ສະ​ມາ​ຄົມ​ຜູ້​ຜະ​ລິດ​ສິນ​ຄ້າ​ແຫ່ງ​ຊາດ ​ທີ່​ຕັ້ງ​ຢູ່​ໃນ​ນະ​ຄອນ​ວໍ​ຊິງ​ຕັນ ທີ່​ມີສະ​ມາ​ຊິກພາ​ກັນ​ສະ​ແຫວງ​ຫາ​ການສະ​ໜັບ​ສະ​ໜຸນໃນ​ການ​ຄັດ​ຄ້ານ​ຕໍ່​ກົດ​ລະ​ບຽບ​ດ້ານ​ນ້ຳ​ສະ​ອາດ.

ລະ​ບຽບຢູ່​ໃນກົດ​ໝາຍ​ວ່າ​ດ້ວຍ​ນ້ຳຂອງ​ສະ​ຫະ​ລັດ ຫລື WOTUS ໄດ້​ໃຫ້​ການ​ປົກ​ປ້ອ​ງແກ່ດິນ​ທາມ ແລະ​ສາຍ​ນ້ຳ​ຕ່າງໆ ບໍ່​ໃຫ້​ມີ​ມົນ​ລະ​ພິດ​ທີ່​ເກີດ​ມາຈາກ​ຢາ​ຂ້າ​ແມງ​ໄມ້, ສິ່ງ​ເສດ​ເຫລືອ​ຈາກ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ແລະ​ປຸຍ. ມັນ​ເຮັດ​ໃຫ້ເສັ້ນ​ທາງ​ໄຫລ ຂອງ​ນ້ຳ. ມັນ​ໄດ້​ເຮັດ​ໃຫ້ທາງ​ໄຫລ​ຕ່າງໆທັງ​ໝົດຂອງ​ນ້ຳຕົກ​ເຂົ້າ​ໄປ​ຢູ່​ພາຍ​ໃຕ້​ກົດ​ໝາຍວ່າ​ດ້ວຍ​ນ້ຳ​ສະ​ອາດ ປີ 1972 ທີ່​ເປັນຂີດ​ໝາຍສຳ​ຄັນນັ້ນ​ທັງໝົດເລີຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG