ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າອົງການ ປົກປ້ອງ ສິ່ງແວດລ້ອມ ຂອງ ສຫລ ລາອອກ


ທ່ານ ສະ​ກັອດ ພຣູ​ອິດ (Scott Pruitt) ຫົວໜ້າອົງການ​ປົກ​ປ້ອງ​ສິ່ງ​ແວດລ້ອມ ​ປາກົດຕົວຢູ່ຕໍ່ໜ້າ ອະນຸກໍາມະການ ດ້ານງົບປະມານ ເພື່ອອະທິບາຍ ກ່ຽວກັບງົບປະມານ ດ້ານການປົກປ້ອງສິ່ງແວມລ້ອມ ຂອງອົງການ ຢູ່ໃນຕຶກລັດຖະສາພາ ໃນວັນທີ 16 ພຶດສະພາ 2018
ທ່ານ ສະ​ກັອດ ພຣູ​ອິດ (Scott Pruitt) ຫົວໜ້າອົງການ​ປົກ​ປ້ອງ​ສິ່ງ​ແວດລ້ອມ ​ປາກົດຕົວຢູ່ຕໍ່ໜ້າ ອະນຸກໍາມະການ ດ້ານງົບປະມານ ເພື່ອອະທິບາຍ ກ່ຽວກັບງົບປະມານ ດ້ານການປົກປ້ອງສິ່ງແວມລ້ອມ ຂອງອົງການ ຢູ່ໃນຕຶກລັດຖະສາພາ ໃນວັນທີ 16 ພຶດສະພາ 2018

ທ່ານ ສະ​ກັອດ ພຣູ​ອິດ (Scott Pruitt) ຫົວໜ້າອົງການ​ປົກ​ປ້ອງ​ສິ່ງ​ແວດລ້ອມ ​ທີ່​ຖືກ​
ໂຈມ​ຕີ ​ໄດ້ຂໍລາອອກ ພາຍຫລັງ​ທີ່​ໄດ້​ຕໍ່ສູ້​ກັບ​ຂ່າວ​ນອງ​ນັນໃນ​ເລື້ອງຕ່າງໆ ​ແລະ​ການ
ກ່າວ​ຫາ​ວ່າ ​ລະ​ເມີດກົດ​ດ້ານ​ຈັນ​ຍາ​ບັນ.

ຢູ່​ໃນ​ຈົດໝາຍຂໍ​ລາ​ອອກ​ຈາກ​ຕໍາ​ແໜ່ງ ທີ່​ຍື່ນ​ຕໍ່ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​ໃນວັນ​ພະ
ຫັດ​ວານ​ນີ້ ນັ້ນ ທ່ານ​ພຣູອິດຂຽນວ່າ "ການ​ໂຈມ​ຕີ ​ຢ່າງ​ເນື່ອງນິດ​ລຽນຕິດຕໍ່ຂ້າພະ​ເຈົ້າ
​ເປັນການສ່ວນ​ຕົວ​, ຕໍ່ຄອບ​ຄົວ ​ເປັນ​ເລື້ອງທີ່​ບໍ່ເຄີຍເຫັນ​ມາ​ກ່ອນ ​ແລະ​ໄດ້​ເຮັດ​ໃຫ້​ພວກ
ເຮົາ​ພົບ​ກັບ​ຄວາມ​ລໍາບາກ​ໃຈ​ຢ່າງໜັກ."

ທ່ານຂຽນອີກ​ວ່າ ມັນ "​ເປັນ​ເລື້ອງທີ່​ລໍາບາ​ກໃຈຫລາຍ​ທີ່​ສຸດ​ເລີຍ" ທີ່​ຕ້ອງ​ລາ​ອອກ, ​ແຕ່​
ທ່ານ​ກໍ​ບໍ່​ໄດ້​ກ່າວ​ຂໍ​ໂທດໂດຍ​ກົງ ​ແຕ່​ຢ່າງ​ໃດ​ເລີຍ ​ຕໍ່​ບັນຫາທີ່​ນອງ​ນັນ ທີ່​ເຮັດ​ໃຫ້ອົງການ
​ປົກ​ປ້ອງ​ສິ່ງ​ແວດລ້ອມ ຫລື EPA ມືດ​ມົນ​ໄປ.

ທ່ານ​ທຣໍາກ່າວ​ຕໍ່ພວກ​ນັກ​ຂ່າວ​ ໃນ​ຂະນະ​ທີ່ຢູ່​ເທິງ​ເຮືອ​ບິນ​ປະ​ຈໍາ​ຕໍາ​ແໜ່ງ ​ແອຣ ຟອກ​ສ໌
ວັນ ​ວ່າ ບໍ່ມີ "ຄໍາ​ຕັດສິນ​ສຸດ​ທ້າຍ" ທີ່​ພາ​ໃຫ້​ມີ​ການ​ລາ​ອອກ ​ຂອງ​ທ່ານ​ພຣູອິດ​ ເລີ​ຍ.

ທ່ານ​ກ່າວວ່າ "ສະ​ກັອດ ເປັນ​ຄົນ​ທີ່​ດີ​ຫລາຍ. ລາວ​ມາ​ຫາ​ຂ້າພະ​ເຈົ້າ ​ແລະ​ເວົ້າວ່າ ຂ້າພະ
​ເຈົ້າມີ​ຄວາມ​ເຊື່ອໝັ້ນຕໍ່ຄະນະ​ລັດຖະບານ​ຊຸດນີ້ຫລາຍ, ຂ້າພະ​ເຈົ້າບໍ່ຢາກ​ເປັນ​ຕົວເຮັດ
​ໃຫ້​ມີ​ການບ່າຍ​ບ່ຽງ​ຄວາ​ມສົນ​ໃຈ​ຂອງຄົນ. ຂ້າພະ​ເຈົ້າຫວັງ​ວ່າລາວ​ຈະໄປ ​ແລະ​ຈະ​ເຮັດ
​ພາລະກິດ​ຕ່າງໆໄດ້​ດີຫລາຍ ​ແລະ​ມີ​ຊີວິດ​ທີ່​ດີ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG