ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທູດພິເສດ ສປຊ ກ່າວເຖິງ ການຢຸດຍິງ ໃນເຢເມນ ແລະ ການເຈລະຈາ ສັນຕິພາບ ທີ່ຈະຕິດຕາມມາ


ທູດພິເສດ ສປຊ ຮັບຜິດຊອບ​ເລື້ອງເຢເມັນ, ທ່ານ Ismail Ould Cheikh Ahmed ກ່າວທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງ Sana'a ຂອງ Yemen, ວັນທີ 10 ມັງກອນ 2016.
ທູດພິເສດ ສປຊ ຮັບຜິດຊອບ​ເລື້ອງເຢເມັນ, ທ່ານ Ismail Ould Cheikh Ahmed ກ່າວທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງ Sana'a ຂອງ Yemen, ວັນທີ 10 ມັງກອນ 2016.

ພັກຝ່າຍຕ່າງໆ ໃນບັນຫາຂັດແຍ້ງ ຢູ່ໃນເຢເມັນ ໄດ້ຕົກລົງກັນ
ທີ່ຈະຢຸດເຊົາການເປັນປໍລະປັກຕໍ່ກັນ ແລະ ຈະເປີດ​ການເຈລະ
ຈາສັນຕິພາບຮອບໃໝ່ ໃນເດືອນໜ້າ.

ການຢຸດຍິງ​ໃນທົ່ວປະເທດ ຈະເລີ້ມຂຶ້ນ ໃນເວລາທ່ຽງຄືນ ຕາມ
​ເວລາທ້ອງຖິ່ນ ຂອງມື້ວັນທີ 10 ເມສາ ອີງຕາມການຖະ​ແຫລ​ງ
ຂອງທູດພິເສດອົງການສະຫະປະຊາຊາດ ຮັບຜິດຊອບ​ເລື້ອງ
ເຢເມັນ ທ່ານ Ismail Ould Cheikh Ahmed ໃນວັນພຸດວານນີ້.
ການເຈລະຈາຊ້ອງໜ້າກັນ ລະຫວ່າງ ພັກຝ່າຍຕ່າງໆ ແມ່ນໄດ້ມີ
ກຳນົດ ຈະຕິດຕາມມາ ໃນວັນທີ 18 ເມສາ ຢູ່ໃນປະເທດ Kuwait.

ທ່ານ Cheikh Ahmed ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ໃນນະຄອນ New York ວ່າ “ການ
ເຈລະຈາ ຈະແນໃສ່ ເພື່ອ​ໃຫ້ບັນລຸຂໍ້ຕົກລົງທີ່ສົມບູນແບບ ຊຶ່ງຈະຍຸດຕິ ບັນຫາຂັດແຍ້ງ
ແລະ ອະນຸຍາດໃຫ້ ເລີ້ມຕົ້ນໃໝ່ ການປຶກສາຫາລືກັນ ການມີສ່ວນຮ່ວມ ທາງດ້ານ
ການເມືອງ.”
ທ່ານໄດ້ກ່າວວ່າ ການເຈລະຈາ ຈະອີງຕາມພື້ນຖານ ຂອງຍັດຕິ ສະພາ
ຄວາມ ໝັ້ນຄົງອົງການສະຫະປະຊາຊາດ ຊຶ່ງໄດ້ຮຽກຮ້ອງໃຫ້ ແກ້ໄຂບັນຫາຂັດແຍ້ງກັນ
ທີ່ແກ່ຍາວມາໄດ້ນຶ່ງປີ ໂດຍຜ່ານການໄກ່ເກ່ຍທາງດ້ານການເມືອງ.

ພົນລະເມືອງເຢເມັນຈຳນວນນຶ່ງ ກວດສອບເບິ່ງ ຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດ ໂດຍ ກຳລັງແນວໂຮມທີ່ນຳພາໂດຊາອຸດີ ອາຣາເບຍ ໃນນະຄອນຫຼວງ Sana'a ຂອງເຢເມັນ, ວັນເສົາ ທີ 27 ກຸມພາ 2016.
ພົນລະເມືອງເຢເມັນຈຳນວນນຶ່ງ ກວດສອບເບິ່ງ ຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດ ໂດຍ ກຳລັງແນວໂຮມທີ່ນຳພາໂດຊາອຸດີ ອາຣາເບຍ ໃນນະຄອນຫຼວງ Sana'a ຂອງເຢເມັນ, ວັນເສົາ ທີ 27 ກຸມພາ 2016.

ທ່ານກ່າວຕື່ມວ່າ “ສົງຄາມໃນເຢເມັນ ຕ້ອງ​ໄດ້ຍຸດຕິລົງ ກ່ອນທີ່ມັນຈະທຳລາຍ ອະນາ
ຄົດ ຂອງເຢເມັນ ແລະ ໃນຂົງເຂດ ທີ່ບໍ່ສາມາດປົວແປງຄືນໄດ້.

ປະຊາຊົນ ຫຼາຍກວ່າ 6,000 ຄົນ ໄດ້ຖືກຂ້າຕາຍ ນັບຕັ້ງແຕ່ ກຸ່ມແນວໂຮມທີ່ນຳພາໂດຍ
ຊາອຸດີ ອາຣາເບຍ ໄດ້ເລີ້ມຕົ້ນການໂຈມຕີທາງອາກາດ ເມື່ອເດືອນມີນາປີກາຍນີ້ ໃນການ
ສະໜັບສະໜູນ ປະທານາທິບໍດີ Abd Rabbu Mansour Hadi ຜູ້ທີ່ໄດ້ຫລົບໜີໄປຍັງ
ນະຄອນຫຼວງ Riyadh ຂອງຊາອຸດີ ອາຣາເບຍ ຫຼັງຈາກພວກກະບົດ Houthi ນິກາຍ
Shi’ite ທີ່ໜູນຫຼັງໂດຍອີຣ່ານ ໄດ້​ເຂົ້າຢຶດເອົານະຄອນຫຼວງ Sana’a ຂອງເຢເມັນ ໃນ
ເດືອນກັນຍາ 2014.

UN Yemen Talks
please wait
Embed

No media source currently available

0:00 0:00:45 0:00

ທູດພິເສດ ໄດ້ກ່າວອີກວ່າ ການເຈລະຈາ ອາດຈະເພັ່ງເລັງໃສ່ 5 ດ້ານທີ່ສຳຄັນ ຄື: ການ
ຖອນພວກທະຫານບ້ານ ແລະ ກຸ່ມຕິດອາວຸດຕ່າງໆ, ການມອບອາວຸດໜັກ ໃຫ້ແກ່ລັດ,
ການຈັດແຈງໃຫ້ມີການຮັກສາຄວາມປອດໄພຊົ່ວຄາວ, ການຟື້ນຟູສະຖາບັນຕ່າງໆຂອງ​ລັດຄືນໃໝ່ ແລະ ​ເປີດການ​ເຈລະຈາປຶກສາຫາລື ທີ່​ໃຫ້​ທຸກ​ຝ່າ​ຍມີສ່ວນຮ່ວມທາງດ້ານ
ການເມືອງຄືນ​ໃໝ່ ແລະ ການສ້າງຕັ້ງຄະນະກຳມະການພິເສດ ກ່ຽວກັບພວກຊະເລີຍເສີກ
ແລະ ພວກຖືກຄຸມຂັງ.

XS
SM
MD
LG