ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມີການສົ່ງ ໜັງສືສະບັບນຶ່ງ ທີ່ມີສານພິດ ໄປຫາທຳນຽບຂາວ


ທຳນຽບຂາວ ທີ່ມອງເຫັນ ຈາກນອກຮົ້ວດ້ານໜ້າ.
ທຳນຽບຂາວ ທີ່ມອງເຫັນ ຈາກນອກຮົ້ວດ້ານໜ້າ.

ໜ່ວຍອາລັກຂາປະທານາທິບໍດີ ຫຼື Secret Service ຂອງສະ
ຫະລັດ ກ່າວ​ວ່າ ​ໜັງສື​ສະບັບ​ນຶ່ງທີ່​ຈ່າໜ້າ​ຊອງ​ຫາທຳນຽບຂາວ
​ໄດ້​ກວດພົບ​ວ່າ ມີ​ສານພິດ cyanide ​ທີ່​ຮ້າຍ​ແຮງ.

ພະແນກການດັ່ງກ່າວ ຊຶ່ງມີໜ້າ​ທີ່ໃຫ້ການປົກ​ປ້ອງ​ປະທານາ
ທິບໍດີ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງອື່ນໆ ​ໄດ້​ອອກ​ຖະ​ແຫລ​ງ
ການໃນ​ວັນ​ອັງຄານ​ວານ​ນີ້​ ກ່າວວ່າ ໜັງສື​ສະບັບນີ້ແມ່ນ​ໄດ້​
ຮັບ​ຢູ່ສູນ​ກາງ​ກວດກາ ທີ່ຕັ້ງ​ຢູ່​ຫ່າງອອກໄປ​ຈາກ​ທຳ​ນຽບຂາວ
​ໃນມື້ກ່ອນນັ້ນ. ​ໜັງສື​ດັ່ງກ່າວ ໃນຂັ້ນຕົ້ນແມ່ນໄດ້ກວດແລ້ວ
ແຕ່ບໍ່ພົບວ່າ ມີຊີວະສານທີ່ເປັນອັນຕະລາຍ ແຕ່ໜ່ວຍອາລັກ
ຂາປະທານາທິບໍດີກ່າວວ່າ ຜົນຂອງການກວດເພີ້ມຕື່ມພົບວ່າ
ອາດເປັນໄປໄດ້ ທີ່ມີສານພິດ cyanide ຮ້າຍແຮງຢູ່ໃນໜັງສືນີ້.

​ໜັງ​ສືສະບັບນີ້ ​ໄດ້​ຖືກ​ສົ່ງ​ໄປ​ຍັງສະຖານທີ່ອີກແຫ່ງນຶ່ງ​ເພື່ອ​ທຳ​ການ​ກວດ​ສອບ ເພີ້ມຕື່ມ.
ໜ່ວຍອາລັກຂາປະທານາທິບໍດີ ກ່າວ​ວ່າ ຕົນ​ບໍ່ມີ​ຫຍັງ​ທີ່ຈະກ່າວ​ເພີ້​ມ​ເຕີມ ​ເນື່ອງ​ຈາກ​ຍັງ​
ດຳ​ເນີນການ​ສືບສວນຢູ່.

​ອີງ​ຕາມໜ້າ​ເວັບ​ໄຊຕ໌ ທີ່​ຮ້​ອງວ່າ Intercept ທີ່ຢູ່​ ຂອງຜູ້ສົ່ງຈົດໝາຍ ທີ່​ມີ ສານພິດ
cyanide ນັ້ນ​ ແມ່ນ​ມາ​ຈາກ​ຜູ້​ຊາຍ​ຄົນ​ນຶ່ງທີ່​ເຄີຍ​ສົ່ງ​ຫໍ່ໄປໃຫ້ທຳນຽບ ຂາວ ມາແລ້ວຫລາຍ
​ເທື່ອ ນັບ​ຕັ້ງ​ແຕ່​ປີ 1995 ເປັນຕົ້ນມາ ຮວມທັງ​ຊອງ​ໜັງສື​ນຶ່ງ​ທີ່​ມີນຳ້​ປັດ​ສະວະ ​ແລະ​ອາຈົມ.

​ໃນ​ປີ 2013 ​ໜັງສືທີ່​ສົ່ງ​ເຖິງປະທານາທິບໍດີ Barack Obama ​ແລະສະມາ ຊິກສະພາ​ສູງ
ລັດ Mississippi ທ່ານ Roger Wicker ​ແມ່ນທາດ້ວຍສານ​ພິດ ricin. ມີຜູ້​ຖືກ​ຈັບ​ນຶ່ງຄົນ
ກ່ຽວກັບເລື້ອງນີ້.

XS
SM
MD
LG