Welcome to the Voice of America’s News Words.
ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸ-ໂທລະພາບຂອງ VOA.
Pineapples are not just for eating. Soon, you might be wearing a pineapple in some form.
ໝາກນັດ ບໍ່ພຽງແຕ່ນໍາມາກິນເທົ່ານັ້ນ. ອີກບໍ່ດົນ, ເຈົ້າອາດຈະໄດ້ໃສ່ໝາກນັດໃນບາງຮູບແບບ.
UNIQUE: UNIQUE
Carmen Hijosa created a material called pinatex from the fibers of pineapple leaves.
ຄາຣ໌ເມັນ ຮີໂອແຊັກ ສ້າງວັດສະດຸທີ່ຮ້ອງວ່າ ພິນນາແທັກສ໌ ຈາກເສັ້ນໃຍຂອງໃບໝາກນັດ.
Pinatex has been used by hundreds of fashion manufacturers to make clothing and shoes.
ພິນນາແທັກ ໄດ້ຖືກນໍາໃຊ້ໂດຍຜູ້ຜະລິດເຄື່ອງແຟຊັ່ນຫຼາຍຮ້ອຍຄົນ ທີ່ນໍາໄປຕັດຫຍິບເປັນເຄື່ອງນຸ່ງຫົ່ມ ແລະ ເກີບ.
Altiir is a clothing company that makes jackets with the material, giving them a unique look and feel.
ອອລເທຍຣ໌ ແມ່ນບໍລິສັດເຄື່ອງນຸ່ງຫົ່ມທີ່ຕັດຫຍິບເສື້ອແຈັກເກັດດ້ວຍວັດສະດຸດັ່ງກ່າວ, ເຊິ່ງເຮັດໃຫ້ພວກມັນມີລັກສະນະ ແລະຄວາມຮູ້ສຶກ ທີ່ເປັນເອກະລັກ.
Unique means that someone or something is not like anyone or anything else.
ຄຳວ່າ unique ໝາຍຄວາມວ່າ ໃຜຜູ້ນຶ່ງ ຫຼືບາງສິ່ງທີ່ບໍ່ຄືໃຜ ຫຼືບໍ່ຄືສິ່ງອື່ນອື່ນໆໃດ.
It is something or someone singular, without equal.
ມັນເປັນບາງສິ່ງ ຫຼື ບາງຄົນ ປະເພດດຽວ ຫຼື ຈຳເພາະ ໂດຍບໍ່ເທົ່າທຽມກັບອັນໃດເລີຍ.
ຟໍຣັມສະແດງຄວາມຄິດເຫັນ