ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄຳສັບໃນຂ່າວພາສາອັງກິດ surveillance


ເຊີນຟັງ ວີດີໂອ ສອນພາສາອັງກິດ
please wait

No media source currently available

0:00 0:01:01 0:00
ລິງໂດຍກົງ

ເຊີນຟັງ ວີດີໂອ ສອນພາສາອັງກິດ

News Words: Surveillance

Surveillance(1)

Welcome to Voice of America’s “News Words.”

Here’s a word you might have heard. It’s in a story about U.S. government intelligence agencies watching Americans’ telephone and Internet records.

“President Obama put forward his defense of the secret surveillance programs, when asked by a reporter during a health care event in California.”

“Surveillance” means to watch or follow someone, or something, closely. Usually, it is done secretly. U.S. intelligence groups say gathering telephone and Internet records helps prevent terrorism.

Now, when you hear the word “surveillance,” your English will be good enough to know what this News Word means.

ທ່ານຜູ້​ຟັງ​ທັງຫຼາຍ ລາຍການ​ທີ່​ທ່ານ​ກຳລັງຟັງ​ຢູ່​ໃນ​ເວ​ລາ​ນີ້ ​ເອີ້ນ​ວ່າ​ “News Words.” ​ ແປ​ວ່າ “ຄຳ​ສັບ​ໃນ​ຂ່າວ” ຫຼື​ຖ້າ​ຈະ​ແປ​ໃຫ້​ແຈ້ງ​ໄປ​ກວ່າ​ນັ້ນ ​ເຮົາ​ກໍ​ຈະ​ວ່າ “ຄຳ​ສັບ​ໃນ​ວົງ​ການ​ຂ່າວ” ​ແລະ​ຖ້າ​ຈະ​ໃຫ້​ເວົ້າ​ແຈ້ງ​ໄປ​ກວ່າ​ນັ້ນ​ອີກ ​ເຮົາ​ກໍ​ຈະ​ວ່າ “ຄຳ​ສັບ​ທີ່​ໃຊ້ໃນ​ວົງ​ການ​ຂ່າວ”.

ມື້​ນີ້​ເຮົາ​ຈະເວົ້າລົມ​ກັນ​ກ່ຽວ​ກັບ​ຄຳ​ວ່າ “Surveillance”, “Surveillance” ຊຶ່ງ​ທ່ານອາດ​ເຄີຍ​ໄດ້​ຍິນໄດ້​ຟັງ ມາ​ແລ້ວ​ກໍ​ເປັນ​ໄດ້.

It’s in a story about U.S. government intelligence agencies watching Americans’ telephone and Internet records.

ຄຳນີ້ມີຢູ່ໃນເລື້ອງອົງການສືບລັບຕ່າງໆ ຂອງ ລັດຖະບານ ສະຫະລັດ ທີ່ຕິດຕາມຟັງໂທລະສັບແລະບັນທຶກຂໍ້ມູນທາງອິນເຕິແນັດ ຂອງຊາວອາເມຣິກັນ.

“President Obama put forward his defense of the secret surveillance programs, when asked by a reporter during a health care event in California.”

“​ເວລາ​ນັກ​ຂ່າວ​ຜູ້​ນຶ່ງ​ຖາມ​ຂຶ້ນ ​ໃນ​ລະຫວ່າງ​ການສະ​ເໜີ​ກ່ຽວ​ກັບ​ໂຄງການ​ສຸຂະພາບ​ຄັ້ງ​ນຶ່ງຢູ່​ໃນ​ລັດ​ຄາລີ​ຟໍ​ເນຍນັ້ນ ປະທານາທິ​ບໍດີ ໂອ​ບາ​ມາ ​ໄດ້​ກ່າວ​ປ້ອງ​ກັນ​ໂຄງການ​ຕິດຕາມ​ສິ້ງ​ຊອມ​ລັບ​ຂອງ​ທ່ານ.”

“Surveillance” means to watch or follow someone, or something, closely.

“Surveillance” ມີຄວາມ​ໝາຍວ່າ ສິ້ງ​ຊອມ​ເບິ່ງ ຫຼື​ຕິດຕາມ​ຜູ້​ໃດ​ຜູ້​ນ່ຶ່ງ ຫຼື​ອັນ​ໃດ​ອັນ​ນຶ່ງ​ຢ່າງ​ໃກ້​ຊິດ.

Usually, it is done secretly

​ຕາມ​ທຳ​ມະ​ດາ​ແລ້ວ ຈະ​ເຮັດ​ຢ່າງ​ແນບ​ນຽນ​ເລິກ​ລັບ.

U.S. intelligence groups say gathering telephone and Internet records helps prevent terrorism.

ພວກກຸ່ມ​ສືບ​ລັບ​ຂອງ ສະຫະລັດ ພາກັນ​ກ່າວ​ວ່າ ການ​ເກັບກຳເອົາ​ຂໍ້​ມູນ​ທາງ​ໂທລະສັບ​ແລະ​ອິນ​ເຕິ​ແນັດ ຈະ​ຊ່ອຍ​ປ້ອງ​ກັນ​ການ​ກໍ່​ການ​ຮ້າຍ.

Now, when you hear the word “surveillance,” your English will be good enough to know what this News Word means.

ບັດນີ້ ​ເວລາ​ທ່ານ​ໄດ້​ຍິນ​ຄຳ​ວ່າ “surveillance,” ຄວາມຮູ້​ພາສາ​ອັງກິດ​ຂອງທ່ານກໍແມ່ນ​ຈະດີພໍ ທີ່ທ່ານຈະສາມາດ ເຂົ້າໃຈໄດ້ແລ້ວວ່າ ຄຳ​ສັບໃນຂ່າວ​ຄຳ​ນີ້ ແປວ່າຫຍັງ?.

XS
SM
MD
LG