ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ພາສາອັງກິດ ຄໍາສັບໃນຂ່າວ Blackmail ແປວ່າ ຂູ່ເອົາເງິນ ຫຼື ຂູ່ເພື່ອເອົາຊັບສິນ


Blackmail ຄໍາກິລິຍາ ແປວ່າ ຂູ່ເອົາເງິນ ຫຼື ຊັບສິນ, ຄໍານາມ ແປວ່າ ການຂູ່ວ່າຈະເປີດເຜີຍຄວາມລັບ.

ັ້Welcome to the Voice of America’s News Words.

ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸ-ໂທລະພາບຂອງ VOA.

Jeff Bezos owns the internet company Amazon and the Washington Post newspaper. He is the richest person in the world.

ທ່ານ ເຈັບຟ໌ ເບໂຊສ (Jeff Bezos) ເຈົ້າຂອງບໍລິສັດອອນໄລນ໌ ແອມມາຊອນ ແລະໜັງສືພິມ ວໍຊິງຕັນໂພສ. ລາວເປັນບຸກຄົນທີ່ຮັ່ງມີທີ່ສຸດໃນໂລກ.

ໃນຄ່ຳຄືນນີ້ ເຮົາຈະມາຮຽນຄຳສັບໃນຂ່າວ, ມາອ່ານອອກສຽງນຳກັນເບິ່ງເນາະ:

BLACKMAIL: BLACKMAIL ແບລັກແມລ: ແບລັກແມລ

ຄຳວ່າ BLACKMAIL ແປ່ວ່າຫຍັງ? ມາຟັງຄຳອະທິບາຍນຳກັນ.....

In February, Bezos accused the owner of the National Enquirer tabloid newspaper of blackmail.

ໃນເດືອນກຸມພາ, ທ່ານ ເບໂຊສ ໄດ້ກ່າວຫາ ເຈົ້າຂອງຫນັງສືພິມ ນາຊັນໂນລ ເອັນຄວຍເຣີ ທີ່ເປັນໜັງສືພິມ ກ່ຽວກັບເລື້ອງບໍ່ຄ່ອຍດີ ຫຼືທີ່ເອີ້ນວ່າ ແທັບໂບລຍ ຂອງເລື້ອງການຂູ່ເອົງເງິນ ຫຼື ແບລັກແມລ.

Bezos wrote the tabloid threatened to publish private photographs of him and his girlfriend if he did not stop his investigation into its practices.

ທ່ານ ເບໂຊສ ໄດ້ຂຽນວ່າ ໜັງສື ແທັບບລອຍ ໄດ້ຂົ່ມຂູ່ທີ່ຈະພິມເຜີຍແຜ່ຮູບພາບສ່ວນຕົວຂອງລາວ ແລະແຟນສາວຂອງລາວ ຖ້າລາວບໍ່ຢຸດການສືບສວນກ່ຽວກັບການປະຕິບັດງານຂອງເຂົາ.

Blackmail is the crime of demanding money or cooperation from someone in return for not releasing damaging information about them.

Blackmail ແມ່ນອາດຊະຍາກຳຂອງການຮຽກຮ້ອງເອົາເງິນ ຫຼື ການຮ່ວມມືຈາກຜູ້ໃດຜູ້ນຶ່ງ ໃນການຕອບແທນດ້ວຍການບໍ່ເປີດເຜີຍຂໍ້ມູນທີ່ເສຍຫາຍກ່ຽວກັບ ທ່ານ ເບໂຊສ ແລະແຟນສາວຂອງລາວ.

Blackmail is similar to extortion, the crime of getting money by using threats.

Blackmail ແມ່ນຄ້າຍຄືກັນກັບຄຳວ່າ extortion ແອັກຕົວຊັນ, ເຊິ່ງແມ່ນອາຊະຍາກໍາ ກ່ຽວກັບການບີບບັງຄັບຂູ່ເຂັນເອົາເງິນຈາກບຸກຄົນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG