ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຄໍາສັບພາສາອັງກິດໃນຂ່າວ Unprecedented ແປວ່າ: ບໍ່ເຄີຍມີ ຫຼື ບໍ່ເຄີຍເກີດຂຶ້ນມາກ່ອນ


Unprecedented ແມ່ນບາງສິ່ງທີ່ບໍ່ເຄີຍເກີດຂຶ້ນ ຫຼື ບໍ່ເຄີຍມີປະສົບການມາ ກ່ອນໃນອະດີດ, ເຊິ່ງຄໍາສັບດັ່ງກ່າວ ມີຄວາມໝາຍວ່າ ບໍ່ມີຫຍັງເກີດຂຶ້ນມາກ່ອນ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

This news word is from a story about flooding in the United States.

ຄໍາສັບໃນຂ່າວນີ້ ມາຈາກເລື້ອງລາວກ່ຽວກັບນໍ້າຖ້ວມຢູ່ໃນສະຫະລັດ.

UNPRECEDENTED: UNPRECEDENTED

Rains from Hurricanes Harvey, Irma and Maria last summer caused unprecedented flooding in Puerto Rico and the states of Texas and Florida.

ນໍ້າຝົນຈາກພາຍຸເຮີຣິເຄນຮາວີ, ເອີມາ ແລະ ມາເຣຍ ໃນລະດູຮ້ອນແລ້ວນີ້ ສົ່ງຜົນເຮັດໃຫ້ເກີດນໍ້າຖ້ວມແບບບໍ່ເຄີຍມີມາກ່ອນໃນ ເປີໂຕ ຣິໂກ ກັບ ລັດເທັກຊັສ ແລະ ລັດຟລໍຣິດາ.

Experts say the storms have caused the most flooding since records on flooding began.

ບັນດານັກວິເຄາະກ່າວວ່າ ພາຍຸດັ່ງກ່າວນີ້ ໄດ້ສົ່ງຜົນກະທົບເຮັດໃຫ້ເກີດນໍ້າ ຖ້ວມຫຼາຍທີ່ສຸດ ນັບຕັ້ງແຕ່ເລີ້ມມີການບັນທຶກມາ.

Unprecedented is something that has not been done or experienced in the past.

Unprecedented ແມ່ນບາງສິ່ງທີ່ບໍ່ເຄີຍເກີດຂຶ້ນ ຫຼື ບໍ່ເຄີຍມີປະສົບການມາ ກ່ອນໃນອະດີດ.

It means having no precedent.

ຄໍາສັບດັ່ງກ່າວ ມີຄວາມໝາຍວ່າ ບໍ່ມີຫຍັງເກີດຂຶ້ນມາກ່ອນ.

Precedent is something done or said that can serve as a guide in the future.

Precedent ແມ່ນບາງສິ່ງບາງຢ່າງທີ່ເກີດຂຶ້ນແລ້ວ ຫຼື ກ່າວວ່າສາມາດເປັນຄໍາ ແນະນໍາໃນອະນາຄົດໄດ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG