ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄຳສັບພາສາອັງກິດໃນຂ່າວ Unaccompanied


ຮຽນຄຳສັບພາສາອັງກິດ UNACCOMPANIED
please wait

No media source currently available

0:00 0:01:00 0:00

ຮຽນຄຳສັບພາສາອັງກິດ UNACCOMPANIED

NEWS WORDS: UNACCOMPANIED

Welcome to the Voice of America’s “News Words,”

ທ່ານ​ນັກ​ຮຽນ​ນັກ​ສຶກ​ສາ​ທັງ​ຫລາຍ ຍິນ​ດີ​ຕ້ອນ​ຮັ​ບ​ເຂົ້າ​ສູ່​ລາຍ​ການ​ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ ບ່ອນທີ່​ພວກເຮົາເວົ້າ ກ່ຽວກັບ ຄຳສັບທີ່ທ່ານອາດໄດ້ຍິນ ຢູ່ໃນຂ່າວ.

This week we hear from Eric Reich. He was a child refugee who fled from Nazi Germany.

ອາທິດນີ້ ພວກໄດ້ຍິນຈາກ ທ່ານ ເອຣິກ ໄຣສ. ລາວ​ເຄີຍເປັນເດັກນ້ອຍ ອົບພະຍົບ ຜູ້ທີ່ໄດ້ຫລົບໜີຈາກພວກ ນາຊີ ເຢຍຣະມັນ.

UNACCOMPANIED

UNACCOMPANIED: ບໍ່ມີຜູ້ຕິດຕາມມານຳ

At the age of four or five, you don’t have somebody who love you, you’re in trouble.

ໃນອາຍຸປະມານ ສີ່ ຫລື ຫ້າປີ, ຖ້າເຈົ້າບໍ່ມີຜູ້ໃດທີ່ຮັກເຈົ້າ ເຈົ້າຈະມີບັນຫາ.

Now Reich is leading a campaign for Britain to take in thousands of unaccompanied Syrian refugee children from across Europe.

ປັດ​ຈຸ​ບັນນີ້ ທ່ານ ໄຣສ໌ ແມ່ນກຳລັງນຳພາການໂຄສະນາເພື່ອ​ໃຫ້ ອັງກິດ ຮັບເອົາພວກເດັກນ້ອຍອົບພະຍົບຊ​າວຊີເຣຍ ທີ່ບໍ່ມີຜູ້ຕິດຕາມຫລາຍພັນຄົນ ຈາກທົ່ວຢູໂຣບ.

They are unaccompanied children, the same as we were.

ເຂົາເຈົ້າແມ່ນພວກເດັກນ້ອຍທີ່ບໍ່ມີຜູ້ຕິດຕາມມານໍາ ຄືກັນກັບທີ່ພວກເຮົາໄດ້ເປັນ.

Unaccompanied means without another person, or alone.

Unaccompanied ໝາຍຄວາມວ່າ ປາດສະຈາກຄົນອື່ນໆ ຫລືຜູ້ດຽວ.

Sometimes families are separated when fleeing war in their countries. That separation can result in young refugees

becoming unaccompanied children, like those Erich Reich wants to help.

ບາງຄັ້ງບັນດາຄອບຄົວໄດ້ແຍກຈາກກັນ ເວລາຫລົບໜີສົງຄາມປະເທດຂອງ ເຂົາເຈົ້າ. ການແຍກກັນດັ່ງກ່າວອາດ​ສົ່ງ​ຜົນເຮັດ​ໃຫ້ເດັກ​ນ້ອຍ​ອົບພະຍົບ ກາຍ ເປັນເດັກນ້ອຍທີ່ບໍ່ມີຜູ້ຕິດຕາມມານຳ ຄືດັ່ງພວກທ່ານ ເອຣິກ ໄຣ​ສ໌ ຢາກຈະຊ່ວຍເຫລືອ.

XS
SM
MD
LG