Welcome to the Voice of America’s News Words.
ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸກະຈາຍສຽງ VOA.
In November, the spacecraft InSight made a successful landing on the planet, Mars.
ໃນເດືອນພະຈິກ, ຍານອະວະກາດ InSight ໄດ້ລົງຈອດເທິງດາວອັງຄານ ຢ່າງປະສົບຜົນສຳເລັດ.
TOUCHDOWN: TOUCHDOWN
Touchdown confirmed!
ຢືນຢັນການລົງຈອດແລ້ວ!
NASA scientists cheered as the spacecraft communicated it was safely on Mars.
ບັນດານັກວິທະຍາສາດຂອງອົງການ NASA ພາກັນສະແດງຄວາມຍິນດີ ໃນຂະນະທີ່ຍານອາວະກາດທໍາການສື່ສານມາວ່າ ມັນໄດ້ລົງຈອດຢູ່ເທິງ ດາວອັງຄານຢ່າງປອດໄພແລ້ວ.
Its mission will examine the inside of the red planet.
ພາລະກິດຂອງຍານດັ່ງກ່າວ ຈະກວດສອບພາຍໃນຂອງດາວເຄາະສີແດງ ໜ່ວຍນີ້.
The information will permit scientists to study how a rocky body forms and becomes a planet.
ຂໍ້ມູນດັ່ງກ່າວ ຈະເຮັດໃຫ້ນັກວິທະຍາສາດສາມາດສຶກສາວ່າໜ່ວຍດາວທີ່ເປັນຫີນນັ້ນກໍຕົວຂຶ້ນມາ ແລະກາຍມາເປັນດາວເຄາະໄດ້ແນວໃດ.
A touchdown is when an airplane or spacecraft touches the ground at the end of a flight.
ໃນຕົວຢ່າງນີ້ A touchdown ແມ່ນເວລາທີ່ເຮືອບິນ ຫຼື ຍານອາວະກາດ ລົງຢຽບພື້ນດິນ ໃນຕອນທ້າຍຂອງການບິນ.
In the games of rugby and American football, it is the act of scoring points by taking the ball across the opponent’s goal line.
ໃນການແຂ່ງຂັນກິລາຣັກບີ້ ແລະ ກິລາອາເມຣິກັນຟຸດບອລ, ຄໍາສັບດັ່ງກ່າວ ແມ່ນການທຳຄະແນນໂດຍການເອົາບານຂ້າມເສັ້ນປະຕູຂອງຄູ່ແຂ່ງ.
ຟໍຣັມສະແດງຄວາມຄິດເຫັນ