ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄໍາສັບພາສາອັງກິດ Solidarity ແປວ່າ ຄວາມສາມັກຄີພ້ອມພຽງກັນ


ຮຽນຄໍາສັບພາສາອັງກິດໃນຂ່າວ Solidarity ແປວ່າ ຄວາມສາມັກຄີພ້ອມພຽງກັນ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

At this year’s entertainment awards show, the Golden Globes, many women and some men made a statement.

ຢູ່ທີ່ງານມອບລາງວັນຂອງວົງບັນເທີງໃນປີນີ້, ໂລກຄໍາ, ພວກແມ່ຍິງຫຼາຍຄົນ ແລະຜູ້ຊາຍຈໍານວນນຶ່ງ ໄດ້ສ້າງຄວາມ​ປະ​ທັບ​ໃຈຂຶ້ນມາ.

SOLIDARITY: SOLIDARITY

Black clothing was a symbol of solidarity for a new movement called Time’s Up.

ເສື້ອຜ້າສີດໍາ ແມ່ນສັນຍາລັກຂອງຄວາມສາມັກຄີ ສໍາລັບການເຄື່ອນໄຫວທີ່ຖືກຮ້ອງວ່າ ‘ໝົດເວລາແລ້ວ.’

It was created by hundreds of women in the entertainment industry.

ມັນ​ຖືກສ້າງຂຶ້ນໂດຍບັນດາແມ່ຍິງຈາກອຸດສາຫະກໍາການບັນເທີງຫຼາຍຮ້ອຍຄົນ.

The movement demands gender equality in all professions. And it provides legal defense aid for sexual abuse victims.

ການເຄື່ອນໄຫວດັ່ງກ່າວ ຕ້ອງການໃຫ້ມີຄວາມເທົ່າທຽມທາງເພດຢູ່ໃນທຸກ ຂະແໜງວິຊາອາຊີບ. ແລະຍັງໄດ້ສະໜອງການຊ່ວຍເຫຼືອປ້ອງກັນທາງກົດ ໝາຍ ຕໍ່ຜູ້ເຄາະຮ້າຍຈາກການລ່ວງລະເມີດທາງເພດ.

Solidarity is an agreement among people with a common interest.

Solidarity ແມ່ນການຕົກລົງເຫັນດີລະຫວ່າງຜູ້ຄົນທີ່ມີຄວາມສົນໃຈຮ່ວມກັນ.

It means the group is connected by a shared feeling, purpose, responsibility and interest.

ມັນ​ໝາຍຄວາມວ່າກຸ່ມ​ດັ່ງ​ກ່າວ​ແມ່ນເຊື່ອມໂຍ​ງ​ກັນໂດຍການແບ່ງປັນຄວາມ ຮູ້ສຶກ, ເປົ້າໝາຍ, ຄວາມຮັບຜິດຊອບ ແລະ ແລະຜົນປະໂຫຍດຮ່ວມກັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG