ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄໍາສັບພາສາອັງກິດໃນຂ່າວ Romantic ໝາຍເຖິງຄວາມຮັກທີ່ຫວານຊຶ້ງ


ຮຽນຄໍາສັບພາສາອັງກິດໃນຂ່າວ Romantic ໝາຍເຖິງຄວາມຮັກທີ່ຫວານຊຶ້ງ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

In 2017, England’s Prince Harry surprised American actress Meghan Markle.

ໃນປີ 2017, ເຈົ້າຊາຍ ແຮຣີ ຂອງອັງກິດ ໄດ້ເຮັດໃຫ້ນັກສະແດງຊາວ ອາເມຣິກັນ ນາງ ເມແກນ ມາໂກລ ປະຫຼາດໃຈທີ່ສຸດ.

ROMANTIC: ROMANTIC

The couple describes the night Prince Harry asked Meghan Markle to marry him.

ທັງສອງຄົນພາກັນອະທິບາຍກ່ຽວກັບ ຄືນທີ່ເຈົ້າຊາຍ ແຮຣີ ຂໍ ນາງເມແກນ ມາໂກລ ແຕ່ງງານກັບເພິ່ນ.

What were we doing? Just roasting chicken and it was just, just an amazing surprise.

ພວກ​ເຮົາ​ພາ​ກັນ​ເຮັດ​ຫຍັງ​ຢູ່​ເກາະ? ມີແຕ່ພາກັນປີ້ງໄກ່ ແລະກໍແບບວ່າ, ເປັນຄວາມປະຫຼາດໃຈທີ່ວິເສດທີ່ສຸດ.

It was so sweet and, and natural and very romantic.

ມັນເປັນເຫດການທີ່ຫວານຫຼາຍ ແລະ, ແລະເປັນທໍາມະຊາດ ແລະ ໂຣ​ແມນ​ຕິກຫຼາຍ.

The wedding will be in the month of May in England at Windsor Castle.

ງານແຕ່ງດອງ ຈະຖືກຈັດຂຶ້ນໃນເດືອນພຶດສະພາ ຢູ່ທີ່ຫໍປຣາສາດ ວິນເຊີ ໃນປະເທດອັງກິດ.

Romantic describes something that involves love between two people.

Romantic ອະທິບາຍເຖິງບາງສິ່ງບາງຢ່າງທີ່ພົວພັນກັບຄວາມຮັກ ລະຫວ່າງຄົນທັງສອງ.

Romantic behavior is thinking a lot about love and doing things that show strong feelings of love for someone.

Romantic behavior (ພຶດຕິກໍາທາງຄວາມຮັກທີ່ຫວານ) ແມ່ນການຄິດ ກ່ຽວກັບ ຄວາມຮັກຫຼາຍ ແລະກະທໍາອັນໃດອັນນຶ່ງທີ່ສະແດງໃຫ້ເຫັນເຖິງຄວາມ ຮູ້ສຶກກ່ຽວກັບຄວາມຮັກທີ່ແຮງຕໍ່ໃຜຜູ້ນຶ່ງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG