ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄໍາສັບພາສາອັງກິດໃນຂ່າວ Ransomware ແປວ່າ ສິ່ງທີ່ສ້າງຄວາມເສຍຫາຍຕໍ່ລະບົບຄອມພິວເຕີ້


Ransomware ແມ່ນສິ່ງຜິດກົດໝາຍທີ່ເປັນໄພຕໍ່ລະບົບຄອມພິວເຕີ້, ມັນບໍ່ແມ່ນສິ່ງໃໝ່, ມັນຖືກນໍາໃຊ້ໃນຊ່ວງຕົ້ນປີ 1989.

Welcome to the voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

This news word is from a recent attack on computer.

ຄໍາສັບໃນຂ່າວນີ້ ແມ່ນມາຈາກການ​ໂຈມ​ຕີ ຕໍ່ລະບົບຄອມພິວເຕີ້ ເມື່ອ​ບໍ່​ດົນ​ມານີ້

RANSOMWARE: RANSOMWARE

The cyberattack was described by experts as ransomware. Companies, government agencies and hospitals around the world lost control of their computers’ data.

ການໂຈມຕີຕໍ່ລະບົບອິນເຕີເນັດ ໄດ້ຖືກອະທິບາຍໂດຍຜູ້ຊ່ຽວຊານວ່າ ເປັນ ransomware, ເຊິ່ງບໍລິສັດ, ອົງການຂອງລັດຖະບານ ແລະໂຮງໝໍໃນທົ່ວໂລກ ແມ່ນສູນເສຍການຄວບຄຸມຂໍ້ມູນຄອມພິວເຕີຂອງພວກເຂົາເຈົ້າ.

Affected computers received a message demanding payment of $300 to regain control of the data.

ຄອມພິວເຕີທີ່ໄດ້ຮັບຜົນກະທົບ ໄດ້ຮັບຂໍ້ຄວາມທີ່ຮຽກຮ້ອງໃຫ້ຈ່າຍເງິນ 300 ໂດລາ ເພື່ອກັບສູ່ການຄວບຄຸມຂໍ້ມູນຄືນ.

Ransomware is harmful computer software.

Ransomware ແມ່ນສິ່ງທີ່ສ້າງຄວາມເສຍຫາຍຕໍ່ລະບົບຄອມພິວເຕີ້.

It blocks access to computer systems until users pay to get their data back.

ມັນຂັດຂວາງການເຂົ້າເຖິງລະບົບຄອມພິວເຕີ້ ຈົນກວ່າຜູ້ໃຊ້ຈະຈ່າຍເງິນເພື່ອກູ້ຄືນຂໍ້ມູນຂອງພວກເຂົາເຈົ້າ.

Ransomware is illegal. It is not new. It was used as early as 1989.

Ransomware ແ​ມ່ນສິ່ງຜິດກົດໝາຍ. ມັນບໍ່ແມ່ນສິ່ງໃໝ່. ມັນຖືກນໍາໃຊ້ໃນຊ່ວງຕົ້ນປີ 1989.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG