ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຮຽນຄໍາສັບພາສາອັງກິດ Personality ແປວ່າ ບຸກຄະລິກລັກສະນະ


Personality ແມ່ນລັກສະນະທ່າທີຄວາມຮູ້ສຶກ ແລະການປະພຶດຈຳນວນນຶ່ງ ທີ່ເຮັດໃຫ້ຄົນແຕກຕ່າງ ຈາກກັນແລະກັນ.

Welcome to the Voice of America’s News Word.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

This news word concerns the remains of an animal found in Canada.

ຄໍາສັບໃນຂ່າວນີ້ ກ່ຽວຂ້ອງກັບຊາກຂອງສັດ ທີ່ພົບຢູ່ໃນປະເທດການາດາ

PERSONALITY: PERSONALITY

Experts think the animal was swept out to sea millions of years ago.

ບັນດາຜູ້ຊ່ຽວຊານກ່າວວ່າ ສັດດັ່ງກ່າວນີ້ ໄດ້ຖືກພັດໄປສູ່ທະເລ ໃນໄລຍະຫຼາຍລ້ານປີທີ່ຜ່ານມາແລ້ວ.

It was buried and turned into stone. On his head are what seem to be eyes. A researcher says it looks like it has a personality.

ມັນຖືກຝັງໄວ້ ແລ້ວກາຍມາເປັນຫິນ, ເຊິ່ງຢູ່ເທິງຫົວຂອງມັນທີ່ມີລັກສະນະຄືກັບຕາ. ນັກຄົ້ນຄວ້າກ່າວວ່າ ເບິ່ງຄືວ່າມັນມີລັກສະນະທ່າທີທາງບຸກຄະລິກ.

Personality is the set of emotional qualities and behaviors that make people different from one another.

Personality ແມ່ນ​ລັກ​ສະ​ນະ​ທ່າ​ທີຄວາມ​ຮູ້​ສຶກ ແລະ​ການ​ປະ​ພຶດ​ຈຳ​ນວນ​ນຶ່ງ ທີ່​ເຮັດ​ໃຫ້​ຄົນ​ແຕກ​ຕ່າງ ຈາກ​ກັນ​ແລະ​ກັນ.

Personality can also be used when describing animals.

Personality ຍັງສາມາດນໍາໃຊ້ເວລາອະທິບາຍກ່ຽວກັບສັດຕ່າງໆ.

Like us on Facebook @voalearningenglish

ກົດ Like ໃຫ້ພວກເຮົາໃນເຟສບຸກ @voalearningenglish

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG