ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມັງກອນ ໒໐໒໕

ຮຽນພາສາອັງກິດ ຄໍາສັບໃນຂ່າວ Obstruction ໝາຍຄວາມວ່າ ການຂັດຂວາງ ການປິດລ້ອມ ຫຼື ອຸປະສັກ


Obstruction ແມ່ນຄໍານາມ, ມີຄວາມໝາຍວ່າ ການກີດກັນ ການຂັດຂວາງ.

Welcome to the Voice of America’s News Words.

ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸກະຈາຍສຽງ VOA.

A United States government investigation of Russian interference in the 2016 U.S. elections is complete.

ການສືບສວນສອບສວນຂອງລັດຖະບານ ສະຫະລັດ ກ່ຽວກັບການແຊກ ແຊງຂອງ ຣັດເຊຍ ໃນການເລືອກຕັ້ງສະຫະລັດປີ 2016 ແມ່ນສໍາເລັດ ໄປແລ້ວ.

OBSTRUCTION: OBSTRUCTION

According to the U.S. Attorney General William Barr, the report says investigators found no evidence of cooperation between Donald Trump’s presidential election campaign and the Russian government.

ອີງຕາມບົດລາຍງານຂອງ​ໂຄສົກ​ກະຊວງ​ຍຸຕິ​ທຳ​ສະຫະລັດ ທ່ານ ວິລລຽມ ບາຣ໌ ກ່າວວ່າ ບັນດາ​ນັກ​ສືບສວນສອບສວນ ​ບໍ່ພົບຫຼັກ​ຖານ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ກັບ​ລັດຖະບານ ຣັດ​ເຊຍ ເລີຍ.

And, he writes, it did not find enough evidence to charge President Trump with obstruction of justice.

ແລະ ທ່ານຂຽນວ່າ ພວກເຂົາຊອກຫາຫຼັກຖານບໍ່ພຽງພໍທີ່ຈະກ່າວຫາ ປະທານາທິບໍດີ ທຣໍາ ດ້ວຍການຂັດຂວາງຂະ​ບວນ​ການຍຸຕິທໍາໄດ້.

An obstruction is something that blocks something else from moving through.

An obstruction ແມ່ນການຂັດຂວາງຕ່າງໆທີ່ບໍ່ໃຫ້ສິ່ງອື່ນໆ ດໍາເນີນການໄປໄດ້.

Obstruction of justice is the crime of trying to stop investigators from learning the truth about something.

Obstruction of justice ແມ່ນອາຊະຍາກໍາ ກ່ຽວ​ກັບ ການພະຍາຍາມຢຸດ ບັນດານັກສືບສວນສອບສວນ ຈາກການສືບຮູ້ຄວາມຈິງ ກ່ຽວກັບ ບາງສິ່ງບາງຢ່າງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG