ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄໍາສັບພາສາອັງກິດໃນຂ່າວ Interact ແປວ່າ ການປະຕິບັດບາງສິ່ງບາງ​ຢ່າງກັບຄົນອື່ນ


ຮຽນຄໍາສັບພາສາອັງກິດໃນຂ່າວ Interact ແປວ່າ ການປະຕິບັດບາງສິ່ງບາງຢ່າງກັບຄົນອື່ນ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

New research by Facebook finds that using social media in a certain way can harm people’s mental health.

ການຄົ້ນຄວ້າໃໝ່ໂດຍເຟສ໌ບຸກພົບວ່າ ການໃຊ້​ສື່ສັງຄົມໃນ​ວິ​ທີ​ໃດ​ວິ​ທີນຶ່ງ ແມ່ນສາມາດສົ່ງຜົນເສຍຕໍ່ສຸຂະພາບຈິດຂອງຜູ້ຄົນໄດ້.

INTERRACT: INTERACT

The research suggests that social media users who spend a lot of time only reading information but not interacting reported feeling worse afterward.

ການຄົ້ນຄວ້າຊີ້​ໃຫ້​ເຫັນວ່າ ຜູ້ນໍາໃຊ້ສື່ສັງຄົມອອນລາຍທີ່ໃຊ້ເວລາສ່ວນຫຼາຍ ພຽງແຕ່ອ່ານຂໍ້ມູນຂ່າວສານ ແຕ່ບໍ່ແມ່ນການ​ສື່​ສານ​ລະ​ຫວ່າງ​ກັນ ​ໄດ້ລາຍງານ ວ່າ​ມີ​ຄວາມຮູ້ສຶກທີ່ບໍ່ດີຫຼາຍຫຼັງຈາກນັ້ນ.

Users who did interact during the experience reported having better feelings.

ຜູ້ໃຊ້ສື່ສັງຄົມ ທີ່ໄດ້​ສື່​ສານ​ກັນ​ໃນລະຫວ່າງການ​ນຳ​ໃຊ້​ນັ້ນ​ໄດ້​ລາຍ​ງານ​ວ່າ​ຮູ້​ສຶກ ດີກວ່າ.

Interact means to do something with other people, like talking or walking.

Interact ໝາຍເຖິງການເຮັດບາງສິ່ງບາງ​ຢ່າງກັບຄົນອື່ນ, ເຊັ່ນ ລົມກັນ ຫຼື ຍ່າງນໍາກັນ.

With social media, liking, commenting and sharing are ways to interact.

ໃນຊື່ສັງຄົມອອນລາຍ, ການມັກ, ການສະແດງຄວາມຄິດເຫັນ ແລະການແບ່ງປັນ ແມ່ນວິ​ທີ​ຕ່າງໆຂອງການພົວ​ພັນ​ສື່​ສານ​ກັນ.

Like us on Facebook @VOALearningEnglish

ກົດໄລກ໌ໃຫ້ພວກເຮົາຢູ່ໃນເຟສ໌ບຸກ ທີ່ VOALearningEnglish.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG