Welcome to the Voice of American’s News Words.
ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸກະຈາຍສຽງ VOA.
The war in Yemen has caused many people there, especially children, to suffer.
ສົງຄາມໃນປະເທດເຢແມນ ໄດ້ສົ່ງເຮັດໃຫ້ປະຊາຊົນເປັນຈຳນວນຫຼວງຫຼາຍ ຢູ່ທີ່ນັ້ນ ໄດ້ຮັບຄວາມທຸກທໍລະມານ ໂດຍສະເພາະແມ່ນເດັກນ້ອຍ.
IMPEDE: IMPEDE
The regional chief of the United Nations children’s agency visited children affected by the war in the Yemeni city of Hodeida.
ຫົວໜ້າຫ້ອງການເດັກນ້ອຍປະຈໍາພາກພື້ນຂອງອົງການສະຫະປະຊາຊາດ ໄດ້ອອກເດີນທາງໄປຢ້ຽມຢາມເດັກນ້ອຍທີ່ໄດ້ຮັບຜົນກະທົບຈາກສົງຄາມໃນເມືອງ ໂຮເດດາ ຂອງປະເທດເຢເມນ.
He said authorities in Yemen are making it difficult to deliver needed humanitarian aid, including food and medicine.
ທ່ານກ່າວວ່າ ບັນດາເຈົ້າໜ້າທີ່ໃນປະເທດເຢເມນ ກໍາລັງສ້າງຄວາມຫຍຸ້ງຍາກໃນການສົ່ງການຊ່ວຍເຫຼືອທີ່ຈໍາເປັນທາງດ້ານມະນຸດສະທຳ, ລວມທັງສະບຽງອາຫານ ແລະຢາ.
He warned that efforts to impede relief could cause massive starvation and disease.
ທ່ານໄດ້ເຕືອນວ່າ ຄວາມພະຍາຍາມເພື່ອຂັດຂວາງການບັນເທົາທຸກ ອາດເຮັດໃຫ້ເກີດຄວາມອຶດຫິວ ແລະເປັນພະຍາດຢ່າງຫຼວງຫຼາຍ.
To impede something is to delay or block its progress or movement.
To impede ແມ່ນການເຮັດໃຫ້ບາງສິ່ງບາງຢ່າງ ຊັກຊ້າ ຫຼື ຂັດຂວາງຄວາມ ກ້າວຫນ້າ ຫຼືການເຄື່ອນໄຫວຂອງມັນ.
When an action is impeded, it is difficult to complete.
ເມື່ອການກະທຳຖືກຂັດຂວາງ, ມັນຍາກຫຼາຍທີ່ຈະບັນລຸເປົ້າໝາຍໄດ້.
ຟໍຣັມສະແດງຄວາມຄິດເຫັນ