ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ພາສາອັງກິດ ຄໍາສັບໃນຂ່າວ Deported ແປວ່າ ຖືກເນລະເທດ


Deported ແມ່ນຄໍາກິຣິຍາ ມີຄວາມໝາຍວ່າ ເນລະເທດ ຫຼື ຖືກເນລະເທດ.

Welcome to the Voice of America’s News Words.

ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸກະຈາຍສຽງ VOA.

A restaurant in Mexico City serves American-style barbecue with the help of workers who once lived in the United States.

ຮ້ານອາຫານແຫ່ງນຶ່ງໃນນະຄອນຫຼວງເມັກຊິໂກ ຊິຕີ້ ເສີບບາບີຄິວ ແບບ ສໄຕລ໌ອາເມຣິກັນ ດ້ວຍການຊ່ວຍເຫຼືອຂອງພະນັກງານທີ່ເຄີຍອາໄສຢູ່ໃນ ສະຫະລັດ.

DEPORTED: DEPORTED

This restaurant gives Mexican migrants a second chance.

ຮ້ານອາຫານແຫ່ງນີ້ ຈະໃຫ້ໂອກາດແກ່ຜູ້ຍົກຍ້າຍຖິ່ນຖານຊາວເມັກຊິໂກ ເປັນຄັ້ງທີສອງ.

Hugo Hernandez, a manager, lived in the U.S. illegally.

ທ້າວ ຮິວໂກ້ ເຮີນານເດສ, ຜູ້ຈັດການຮ້ານ​ອາ​ຫານ, ທີ່ໄດ້ເຄີຍອາໄສຢູ່ໃນ ສະຫະລັດ ຢ່າງຜິດກົດໝາຍ.

He was deported to Mexico after an arrest for illegal driving.

ລາວໄດ້ຖືກເນລະເທດໃຫ້ກັບຄືນໄປ ເມັກຊິໂກ ຫຼັງຈາກການຈັບກຸມຍ້ອນ ຂັບລົດທີ່ຜິດກົດໝາຍ.

When I was deported, like, they took away everything from me except one thing: my knowledge.

ເມື່ອຂ້ອຍຖືກເນລະເທດ, ມັນຄືກັບວ່າ, ພວກເຂົາເອົາທຸກຢ່າງ​ໄປຈາກຂ້ອຍ ໝົດ, ຍົກເວັ້ນສິ່ງດຽວຄື: ຄວາມຮູ້ຂອງຂ້ອຍ.

To deport is to expel a person from a country, usually because the person lacks legal permission to be in the country.

To deport ແມ່ນ​ການ​ຂັບ​ໄລ່​ຄົນ​ອອກ​ຈາກ​ປະ​ເທດ, ເຊິ່ງ​ປົກກະຕິ​ແລ້ວ​ ຄົນ​ຜູ້ນັ້ນ​ບໍ່ໄດ້​ຮັບການ​ອະນຸຍາດ​ໃຫ້​ຢູ່​ໃນ​ປະ​ເທດ.

However, even foreigners with such permission can be deported if they violate other laws.

ແນວໃດກໍ່ຕາມ, ແມ່ນກະ​ທັ້ງ​ຄົນຕ່າງປະເທດທີ່ໄດ້​ຮັບອະນຸຍາດດັ່ງກ່າວມານັ້ນ ກໍຍັງສາມາດຖືກເນລະເທດໄດ້ເຊັ່ນ​ກັນ ຖ້າພວກເຂົາຫາກລະເມີດກົດໝາຍ ອື່ນໆ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG