Welcome to the Voice of America’s News Words.
ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.
Urban farms are gaining support in several large U.S. cities.
ການເຮັດສວນໃນຕົວເມືອງແມ່ນກໍາລັງໄດ້ຮັບການສະໜັບສະໜຸນຢູ່ໃນຫຼາຍໆ ຕົວເມືອງໃຫຍ່ຂອງ ສະຫະລັດ.
BENEFITS: BENEFITS
A report on urban farms was released by the Johns Hopkins Center for a Livable Future.
ບົດລາຍງານກ່ຽວກັບ ການເຮັດສວນຢູ່ໃນຕົວເມືອງແມ່ນ ຖືກເປີດເຜີຍໂດຍ ສູນກາງເພື່ອອະນາຄົດທີ່ໜ້າຢູ່ ຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.
It said there are important benefits to turning unused land into sources of healthy food.
ໃນບົດລາຍງານກ່າວວ່າ ມັນມີຜົນປະໂຫຍດທີ່ສຳຄັນຫຼາຍ ໃນການປ່ຽນດິນ ດອນຕອນຫຍ້າທີ່ບໍ່ຖືກນໍາໃຊ້ ເຂົ້າມາເປັນແຫຼ່ງສະໜອງຂອງອາຫານເພື່ອ ສຸຂະພາບ.
A benefit is a good or helpful result or effect.
Benefit ແມ່ນສິ່ງທີ່ດີ ຫຼື ຜົນທີ່ມີປະໂຫຍດ ຫຼື ຜົນທີ່ເກີດຂຶ້ນ.
Benefits can also mean the non-monetary compensation provided to employees, like vacation time or health insurance.
Benefits ຍັງສາມາດໝາຍຄວາມໄດ້ວ່າ ຄ່າຕອບແທນທີ່ບໍ່ກ່ຽວກັບເງິນ ທີ່ສະໜອງໃຫ້ແກ່ພະນັກງານເຊັ່ນ: ວັນພັກ ຫຼື ປະກັນສຸຂະພາບ.
And, a benefit can be a social event to raise money for a cause.
ແລະ Benefit ກໍສາມາດເປັນກິດຈະກໍາທາງສັງຄົມ ເພື່ອລະດົມທຶນສໍາລັບຈຸດປະສົງໃດນຶ່ງ.
ຟໍຣັມສະແດງຄວາມຄິດເຫັນ