ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດໃນຂ່າວ Alternative ແປວ່າ ທາງເລືອກອື່ນ ຫຼື ໂຕເລືອກອື່ນ


ຮຽນຄໍາສັບພາສາອັງກິດໃນຂ່າວ ແປວ່າ ທາງເລືອກອື່ນ ຫຼື ໂຕເລືອກອື່ນ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

Some farmers in Afghanistan hope the flower that produces the spice saffron will slow opium production.

ຊາວນາຈໍານວນນຶ່ງໃນປະເທດ ອັຟການິສຖານ ຫວັງວ່າ ດອກໄມ້ທີ່ຜະລິດ ເຄື່ອງເທດສີເຫຼືອງ ຈະຊ່ວຍຫຼຸດການຜະລິດຝິ່ນໃຫ້​ຊ້າລົງ.

ALTERNATIVE: ALTERNATIVE

The illegal drug opium is Afghanistan’s biggest export.

ຝິ່ນ​ທີ່​ເປັນ​ຢາ​ເສບ​ຕິດຜິດກົດໝາຍ ເປັນສິນຄ້າສົ່ງອອກທີ່ໃຫຍ່ທີ່ສຸດຂອງ ອັຟການິສຖານ.

Saffron is a good alternative to opium production. It sells for $1,500 a kilogram in western markets.

ເຄື່ອງເທດສີເຫຼືອງ ເປັນທາງເລືອກອື່ນ​ທີ່​ດີ​ຕໍ່ການຜະລິດຢາຝິ່ນ. ເຄື່ອງເທັດດັ່ງ ກ່າວນີ້ຂາຍໄດ້ລາຄາ 1,500 ໂດລາຕໍ່ກິໂລກ​ຣາມ ໃນຕະຫຼາດຂອງປະເທດຕາ ເວັນຕົກ.

An alternative is something that can be chosen instead of what was originally planned.

Alternative ແມ່ນບາງສິ່ງທີ່ສາມາດເລືອກໄດ້ ແທນສິ່ງທີ່ຖືກວາງແຜນໄວ້ດັ້ງ​ເດີມ.

In this example, it means the same as substitute.

ຢູ່ໃນໂຕຢ່າງນີ້, ມັນມີຄວາມໝາຍອັນດຽວກັບ ສັບປ່ຽນ.

Alternative can also mean something that is not usual or traditional.

Alternative ຍັງສາມາດໝາຍເຖິງບາງສິ່ງບາງຢ່າງ ທີ່ບໍ່ປົກກະຕິ ຫຼື ບາງສິ່ງທີ່ບໍ່ແມ່ນດັ້ງເດີມ.

Now you know what alternative means.

ບັດນີ້, ທ່ານກໍຮູ້ແລ້ວວ່າ ຄໍາສັບ alternative ໝາຍຄວາມວ່າຫຍັງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG