ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ອັງ​ກິດ ເຫັນ​ວ່າ​ມີ​ຄົນ​ເຂົ້າ​ເມືອງ ພະ​ຍາ​ຍາມ ​ລັກ​ເຂົ້າ​ປະ​ເທດ ​ຫຼາຍ​ຂຶ້ນ


ພ​າບ​ບັນ​ທຶກ ຄົນ​ເຂົ້າ​ເມືອງທີ່​ຖືກ​ກູ້​ໄພ ວັນ​ທີ 9 ມັງ​ກອນ 2019.
ພ​າບ​ບັນ​ທຶກ ຄົນ​ເຂົ້າ​ເມືອງທີ່​ຖືກ​ກູ້​ໄພ ວັນ​ທີ 9 ມັງ​ກອນ 2019.

ພວກ​ເຈົ້າ​ໜ້າ​ທີ່​ ຝ​ຣັ່ງ ກ່າວ​ວ່າ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ແປດ​ຄົນ ໄດ້​ຖືກຊ່ວຍ​ເຫຼືອ​ຈາກ​ເຮືອ ​
ທີ່​ຖືກ​ກັກ​ໄດ້​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ມັນ​ໄດ້ພະ​ຍາ​ຍາມ​ເດີນ​ທາງຂ້າມ​
ຊ່ອງ​ແຄບ​ອັງກິດ ໄປ​ຫາປະ​ເທດອັງ​ກິດ ບ່ອນ​ທີ່ຫ້ອງ​ການ​ລັດ​ຖະ​ບານທີ່ຄວ​ບ​ຄຸມ​ບັນ
​ຫາ​ຄົນ​ເຂົ້າ​ເມືອງ​ລາຍ​ງານ​ວ່າ ເກືອບອີກ 30 ຄົນ​ໄດ້ ຖືກຊ່ວຍ​ເຫຼືອ​ໃນ​ທະ​ເລ ລະ​ຫວ່າງ
​ທາງ​ພາກ​ໃຕ້​ອັງ​ກິດ ແລະ​ ພ​າກ​ເໜືອ​ຂອງ​ ຝ​ຣັ່ງ.

ເຈົ້າໜ້າ​ທີ່ການ​ເດີນ​ເຮືອນ​ທາງ​ທະ​ເລ​ໃນ​ພາ​ກ​ພື້ນ​ຂອງ ຝ​ຣັ່ງ ຫຼື​ ແຂວງ, ໄດ້​ກ່າວ​ຢູ່​ໃນ
​ຖະ​ແຫຼງ​ການສະ​ບັບ​ນຶ່ງ​ວ່າ ເຮືອ​ຢາງ​ນ້ອຍ​ທີ່​ມີເຄື່ອງ​ຈັກ​ເພ​ ໄດ້ຖືກ​ພົບ​ເຫັນ​ໃນ​ວັນ​ອັງ​
ຄານ​ທີ່​ຜ່ານ​ມາ ຢູ່ນອກ​ຊາຍຝັ່ງ​ເມືອງ​ກາ​ແລ. ເຮືອ​ບິນ​ເຮ​ລິ​ຄອບ​ເຕີ ທີ່​ບິນ​ໄປ​ສັງ​ເກດ
ການ​ຢູ່​ໃນ​ເຂດດັ່ງ​ກ່າວ ໄດ້​ສັ່ງ​ໃຫ້ເຮືອ​ແກ່ໄປ​ລາກ​ເອົາເຮືອ​ຄົນ​ເຂົ້າ​ເມືອງ​ທີ່​ຕິດ​ຄ້າງ
​ຢູ່​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່ການ​ເດີນ​ເຮືອ​ທາງ​ທະ​ເລ ບໍ່​ໄດ້​ບອກ​ສັນ​ຊາດ​ຂອງ​ພວກ​ໂດຍ​ສານນັ້ນ.

ເມືອງ ກາ​ແລ ​ເປັນ​ເມືອງ​ທ່າເຮືອຕັ້ງ​ຢູ່​ສົ້ນສຸດ​ຂອງ​ສ່ອງ​ແຄບ​ ອັງ​ກິດ ທີ່​ເຊື່ອມຕໍ່​ ຝ​ຣັ່ງ
ແລະ​ ອັງ​ກິດ ​ດ້ວຍ​ທາງ​ລົດ​ໄຟນັ້ນ, ໄດ້​ດືງ​ດູດ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ ທີ່ຫຼົບ​ໜີ​ຈາກ
​ຄວາມ​ຈັດ​ແຍ້ງ ແລະ ຄວາມ​ທຸກ​ຍາກ​ໃນ ອາ​ຟ​ຣິ​ກາ ແລະ ເຂດ​ຕາ​ເວັນ​ອອກ​ກາງ ມາ
​ເປັນ​ເວ​ລາ​ດົນ​ນານແລ້ວ. ເມື່ອ​ສອງ​ປີ​ກ່ອນ ພວກ​ເຈົ້າ​ໜ້າ​ທີ່​ ຝ​ຣັ່ງ ໄດ້​ປິດ​ສູ​ນຊົ່ວ​ຄາວ
ທີ່​ມີ​ປະ​ຊາ​ຊົນ​ເພີ່ມຂຶ້ນ​ເຖິງ 10,000 ຄົນໃນ​ຈຸດ​ດຽວ ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ໄດ້​ລໍ​ຖ້າ​
ເພື່ອ​ພະ​ຍາ​ຍາມ​ປີນ​ຂຶ້ນ​ລົດ​ບັນ​ທຸກ ທີ່​ໃຊ້​ເຮືອ​ຂ້າມ​ຟາກ​ເພື່ອ​ເດີນ​ທາງ​ໄປ ອັງ​ກິດ.

ສ່ອງ​ແຄບ​ດັ່ງ​ກ່າວ ເມື່ອບໍ່​ດົນ​ມານີ້ໄດ້​ມີ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ພະ​ຍາ​ຍາມ​ເດີນ​ທາງ
​ຈາກ ຝ​ຣັ່ງ ໄປ ອັງ​ກິດ ດ້ວຍ​ເຮືອ​ນ້ອຍຫຼາຍ​ຂຶ້ນ. ພະ​ແນກ​ຄົນ​ເຂົ້າ​ເມືອງຂອງ ​ອັງ​ກິດ
ໄດ້ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່ເຂດ​ຊາຍ​ແດນ​ ໄດ້​ຕອບ​ໂຕ້​ຕໍ່​ ເຫດ​ການ​ການ​ເດີນເຮືອ
ໃນ​ນ່ານ​ນ້ຳ​ຂອງ​ ອັງ​ກິດ ​ຫ້າຄັ້ງແຍກ​ຕ່າງ​ກັນ, ເລີ້ມ​ຕົ້ນໃນ​ຕອນ​ເຊົ້າ​ຂອງວັນ​ຄ​ຣິ​ສ​
ມັ​ສ ​ເຊິ່ງ​ປະ​ກອບ​ມີ​ຜູ້​ໂດຍ​ສານ​ທີ່​ເວົ້າ​ວ່າ ເຂົາ​ເຈົ້າ​ມາ​ຈາກປະ​ເທດ ​ອີ​ຣັ​ກ ອີ​ຣ່ານ
ແລະ​ອັ​ຟ​ກາ​ນິ​ສ​ຖານ.

XS
SM
MD
LG