ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ສະເໜີ ການສັກຢາວັກຊີນ ກັນໂຄວິດ ໃຫ້ແກ່ຊາວໜຸ່ມ ອາຍຸ 16 ປີ ຫາ 17 ປີ ໃນວັນທີ 23 ສິງຫາ ຈະມານີ້


ກ້ອງຢາ ແລະເຂັມສັກຢາອາສຕຣາເຊເນກາ (AstraZeneca) ວັກຊີນໂຄວິດ-19 ທີ່ເຫັນຢູ່ ບ່ອນສັກຢາ ໃນເມືອງລູຕັນ ປະເທດອັງກິດ ວັນທີ 21 ມີນາ 2021.
ກ້ອງຢາ ແລະເຂັມສັກຢາອາສຕຣາເຊເນກາ (AstraZeneca) ວັກຊີນໂຄວິດ-19 ທີ່ເຫັນຢູ່ ບ່ອນສັກຢາ ໃນເມືອງລູຕັນ ປະເທດອັງກິດ ວັນທີ 21 ມີນາ 2021.

ພວກຊາວໜຸ່ມທັງໝົດຂອງປະເທດອັງກິດທີ່ມີອາຍຸລະຫວ່າງ 16 ປີ ແລະ 17 ປີ ຈະມີສິດໄດ້ຮັບການສັກຢາວັກຊີນກັນໂຄວິດໂດສທຳອິດໃນວັນທີ 23 ສິງ ຫາຈະມາເຖິງນີ້ ອີງຕາມການປະກາດຂອງອົງການສາທາລະນະສຸກແຫ່ງຊາດ ໃນວັນອາທິດວານນີ້.

ກະຊວງສາທາລະນະສຸກ ໄດ້ກ່າວວ່າ ໂດຍໄດ້ຮັບການສັກຢາວັກຊີນ ພາຍໃນ ທ້າຍເດືອນສິງຫາ “ຈະອຳນວຍໃຫ້ພວກຊາວໜຸ່ມທີ່ມີອາຍຸໃນລະຫວ່າງນີ້ ເປັນ ເວລາສອງອາທິດ ທີ່ຈຳເປັນເພື່ອສ້າງພູມຕ້ານທານສູງສຸດ.”

ລັດຖະມົນຕີສາທາລະນະສຸກ ແລະສັງຄົມສົງເຄາະ ທ່ານຊາຈີດ ຈາວີດ (Sajid Javid) ໄດ້
ກ່າວຢູ່ໃນຖະແຫຼງການວ່າ ການໄປສັກຢາວັກຊີນພາຍໃນວັນທີ 23 ສິງຫາ ຈະຄໍ້າປະກັນ
ວ່າ ພວກຊາວໜຸ່ມໄດ້ຮັບ “ການປ້ອງກັນທີ່ສຳຄັນ” ທີ່ເຂົາ ເຈົ້າຕ້ອງການ ກ່ອນກັບຄືນໄປ
ເຂົ້າໂຮງຮຽນ ໃນເດືອນກັນຍາຈະມາເຖິງນີ້.

ສະຖານທີ່ສຳລັບຍ່າງໄປຊອກຫາໃໝ່ແຫ່ງນຶ່ງໄດ້ເລີ້ມເປີດ ເພື່ອໃຫ້ການຊ່ວຍ ເຫຼືອພວກ
ຊາວໜຸ່ມ ຊອກຫາສູນກາງສັກຢາ ທີ່ຢູ່ໃກ້ນັ້ນ.

ພວກຊາວໜຸ່ມຫຼາຍສິບພັນຄົນ ທີ່ຢູ່ໃນກຸ່ມອາຍຸດັ່ງກ່າວ ແມ່ນໄດ້ຮັບການສັກຢາ ວັກຊີນໄປ
ແລ້ວອີງຕາມຄຳເວົ້າຂອງກະຊວງສາທາລະນະສຸກ.

ນອກເໜືອໄປຈາກພວກທີ່ມີອາຍຸ 16 ແລະ 17 ປີ ທາງອົງການສາທາລະນະ ສຸກແຫ່ງຊາດ
ຍັງໄດ້ສະເໜີໃຫ້ການສັກຢາວັກຊີນ ແກ່ພວກເດັກ ທີີ່ມີອາຍຸລະ ຫວ່າງ 12 ຫາ 15 ປີ “ຜູ້ທີ່
ມີຄວາມຫຼໍ່ແຫຼມຕໍ່ການຕິດໂຄວິດ-19 ຫຼືຢູ່ກັບພວກ ຜູ້ໃຫຍ່ ຜູ້ທີ່ມີຄວາມສ່ຽງເພີ້ມຂຶ້ນຕໍ່ການ
ເຈັບປ່ວຍທີ່ຮ້າຍແຮງຈາກເຊື້ອໄວຣັສ.”

ຫຼາຍພັນຄົນ ໄດ້ພາກັນເດີນຂະບວນໃນນະຄອນມົງເຣອານ ແລະຢູ່ທົ່ວປະເທດ ຝຣັ່ງໃນ
ວັນເສົາທີ່ຜ່ານມາ ປະທ້ວງການໃຊ້ເອກກະສານຢັ້ງຢືນກ່ຽວກັບການສັກ ຢາວັກຊີນ.

ເລີ້ມແຕ່ເດືອນໜ້ານີ້ເປັນຕົ້ນໄປ ແຂວງເກເບັກຂອງປະເທດການາດາ ຈະກວດ ເບິ່ງໃບຢັ້ງ
ຢືນໃນການສັກຢາວັກຊີນຕ້ານໂຄວິດ-19 ກ່ອນຈະເຂົ້າໄປໃນຮ້ານ ອາຫານ ບາ ບ່ອນອອ
ກຳລັງກາຍ ຫຼືບຸນຕ່າງໆ. ມີອັດຕາການສັກຢາວັກຊີນ ສູງ ຢູ່ໃນແຂວງເກເບັກ 84 ເປີເຊັນ
ສຳລັບພວກຜູ້ໃຫຍ່ ທີ່ໄດ້ຮັບການສັກ ຢາວັກຊີນໂດສທີນຶ່ງ ແລະ 70 ເປີເຊັນ ໄດ້ຮັບທັງ
ສອງໂດສ.

ແລະເທົ່າເຖິງປັດຈຸບັນນີ້ ພວກປະທ້ວງພ້ອມດ້ວຍຄອບຄົວເຂົາເຈົ້າ ພາກັນເດີນ ຂະບວນ
ຢ່າງສັນຕິ ໃນວັນເສົາແລ້ວນີ້ ຜ່ານຖະໜົນສາຍຕ່າງໆໃນນະຄອນມົງ ເຣອານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG