ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາວຸດພະລັງງານ ແມ່ນຄຳອະທິບາຍ ທີ່ເປັນໄປໄດ້ຢ່າງດຽວ ສຳລັບອາການ ຮາວານາ ບາງກໍລະນີ


ເຈົ້າໜ້າທີ່ຍາມ ຢືນຢູ່ນອກສະຖານທູດ ສະຫະລັດ ໃນນະຄອນຫຼວງ ຮາວານາ, ປະເທດ ຄິວບາ, 12 ທັນວາ, 2017.
ເຈົ້າໜ້າທີ່ຍາມ ຢືນຢູ່ນອກສະຖານທູດ ສະຫະລັດ ໃນນະຄອນຫຼວງ ຮາວານາ, ປະເທດ ຄິວບາ, 12 ທັນວາ, 2017.

ບັນດາອົງການສືບລັບ ສະຫະລັດ ອາດໄດ້ປະຕິດເສດຕໍ່​ຄວາມ​ເປັນ​ໄປ​ໄດ້​ໃນຄວາມຄິດທີ່ວ່າ ການລະບາາດຂອງຄວາມເຈັບປ່ວຍປິດສະໜາທີ່ເກີດຂຶ້ນກັບບັນດານັກການທູດ ອາເມຣິກັນ ແລະ ເຈົ້າ ໜ້າທີ່ຄົນອື່ນໆນັ້ນ ແມ່ນສ່ວນນຶ່ງຂອງການກະທຳຢ່າງຕໍ່ເນື່ອງໂດຍນຶ່ງໃນສັດຕູຂອງວໍຊິງຕັນ, ແຕ່ຕອນນີ້ເຂົາເຈົ້າເວົ້າວ່າໃນຈຳນວນກໍລະນີທີ່ນ້ອຍຕ່າງໆ ຄຳອະທິບາຍທີ່ມີຄວາມເປັນໄປໄດ້ພຽງຢ່າງດຽວ ກໍແມ່ນການໃຊ້ອາວຸດປະເພດໃດປະເພດນຶ່ງ.

ລາຍງານສະບັບນຶ່ງທີ່ຖືກເປີດເຜີຍໃນວັນພຸດວານນີ້ໂດຍຄະນະກຳມະການຂອງຜູ້ຊ່ຽວຊານທີ່ໄດ້ລວມຕົວກັນໂດຍບັນດາເຈົ້າໜ້າທີ່ສືບລັບໄດ້ພົບວ່າ ອາການຫຼັກໃນກໍລະນີພວກນີ້ແມ່ນ “ຄວາມຜິດປົກກະຕິຢ່າງແຕກຕ່າງກັນ ແລະ ບໍ່ໄດ້ຖືກລາຍງານຢູ່ບ່ອນໃດໃນໜັງສືການແພດ,” ເຮັດໃຫ້ມັນບໍ່ແມ່ນສາເຫດທີ່ເກີດຈາກທຳມະຊາດເປັນຢ່າງສູງ.

ລາຍງານດັ່ງກ່າວໄດ້ເວົ້າວ່າ “ພະລັງງານແມ່ເຫຼັກໄຟຟ້າທີ່ເຕັ້ນເປັນຈັງຫວະ, ໂດຍສະເພາະໃນຂອບເຂດຄື້ນວິທະຍຸ, ແມ່ນເຫດຜົນທີ່ອະທິບາຍເຖິງລັກສະນະຫຼັກ.”

ລາຍງານໄດ້ກ່າວຕື່ມວ່າ “ແຫຼ່ງທີ່ມາທີ່ມີຢູ່ທີ່ສາມາດຜະລິດການກະຕຸ້ນທີ່ຕ້ອງການນັ້ນ, ແມ່ນສາ ມາດປິດບັງໄດ້, ແລະ ມີຂໍ້ກຳນົດພະລັງງານລະດັບປານກາງ. ດ້ວຍການໃຊ້ເສົາອາກາດທີ່ບໍ່ເປັນມາດຕະຖານ ແລະ ເທັກນິກຕ່າງໆ, ສັນຍານດັ່ງກ່າວນັ້ນສາມາດຖ່າຍທອດອອກໄປດ້ວຍການສູນເສດທີ່ຕໍ່າ ຜ່ານໄປໃນອາກາດເປັນໄລຍະຫຼາຍສິບຫາຫຼາຍຮ້ອຍແມັດ, ແລະ ດ້ວຍການສູນເສຍຈຳນວນນຶ່ງ, ເມື່ອຜ່ານວັດຖຸຕຶກອາຄານສ່ວນຫຼາຍ.”

ບັນດານັກການທູດໄດ້ລາຍງານກໍລະນີທຳອິດຂອງການເຈັບປ່ວຍທີ່ລຶກລັບນີ້ໃນປີ 2016 ໃນບັນ ດານັກການທູດ ແລະ ພະນັກງານຄົນອື່ນໆຢູ່ສະຖານທູດ ສະຫະລັດ ໃນນະຄອນຫຼວງ ຮາວານາ, ປະເທດ ຄິວບາ.

ນັບແຕ່ນັ້ນມາ, ຫຼາຍຮ້ອຍກໍລະນີແມ່ນໄດ້ຖືກລາຍງານໃນ ຣັດເຊຍ, ຈີນ, ໂປແລນ, ອອສເຕຣຍ ແລະ ບ່ອນອື່ນໆ, ດ້ວຍອາການມີນັບຈາກ ອາຈຽນ ແລະ ວິນຫົວ ຫາເຈັບຫົວອ່ອນເພຍ ແລະ ບັນ ຫາດ້ານຄວາມຈຳ.

ລັດຖະບານ ສະຫະລັດ ແມ່ນໄດ້ເຂົ້າຮ່ວມໃນຄວາມພະຍາຍາມດົນນຶ່ງປີ ເພື່ອຊອກຫາແຫຼ່ງທີ່ມາຂອງເຫດການດ້ານສຸຂະພາບທີ່ຜິດປົກກະຕິດັ່ງກ່າວ, ເຊິ່ງຖືກເອີ້ນໂດຍທົ່ວໄປວ່າ ອາການ ຮາວານາ ຫຼື Havana Syndrome.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG