ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ​ແຢ​ລ​ເລັນ ກ່າ​ວວ່າ ການ​ຢຸດ​ເຊົາ​ສົງ​ຄາມ ໃນ​ຢູ​ເຄ​ຣນ 'ແມ່ນ​ສິ່ງ​ທີ່​ດີ​ທີ່​ສຸດ' ເພື່ອ​ປົວ​ແປງ​ເສດ​ຖະ​ກິດ​ໂລກ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທ່ານ​ນາງ​ແຈ​ແນັດ ແຢ​ລ​ເລັນ ເຂົ້າ​ຮ່ວມ​ການ​ເປີດ​ໂຕ​ກອງ​ທຶນ​ຕໍ່​ຕ້ານ​ໂຣກ​ລະ​ບາດ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ສົນ​ທະ​ນາ​ຫາ​ລື​ຂອງ​ກຸ່ມ​ຈີ 20 ທີ່​ນູ​ຊາ ດ​ວາ ຢູ່​ເກາະ​ຕາກ​ອາ​ກາດ​ບາ​ຫຼີ​ າ​ຂອງ​ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 13 ພະ​ຈິກ 2022.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທ່ານ​ນາງ​ແຈ​ແນັດ ແຢ​ລ​ເລັນ ເຂົ້າ​ຮ່ວມ​ການ​ເປີດ​ໂຕ​ກອງ​ທຶນ​ຕໍ່​ຕ້ານ​ໂຣກ​ລະ​ບາດ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ສົນ​ທະ​ນາ​ຫາ​ລື​ຂອງ​ກຸ່ມ​ຈີ 20 ທີ່​ນູ​ຊາ ດ​ວາ ຢູ່​ເກາະ​ຕາກ​ອາ​ກາດ​ບາ​ຫຼີ​ າ​ຂອງ​ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 13 ພະ​ຈິກ 2022.

ລັ​ດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທ່ານ​ນາງ​ແຈ​ແນັດ ແຢ​ລ​ເລັນ ໄດ້ ເພີ້ມ​ຄວາມ​ກົດ​ດັນ​ຕໍ່​ຣັດ​ເຊຍ ​ໃນ​ວັນ​ຈັນ​ມື້ນີ້ ກ່ອນ​ໜ້າ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມ​ຈີ 20 ທີ່ອິນ​ໂດ​ເນ​ເຊຍ ໂດຍ​ກ່າວ​ວ່າ ວິ​ທີ​ທາງ​ທີ່​ດີ​ທີ່​ສຸດ ເພື່ອ​ຍຸ​ຕິຄວາມວຸ້ນ​ ວາຍ​ທາງ​ດ້ານ​ເສດ​ຖະ​ກິດຂອງ​ໂລກ ກໍ​ຄື​ຢຸ​ດ​ເຊົາ​ການ​ເຮັດ​ສົງ​ຄາມ​ ໃນ​ຢູ​ເຄ​ຣນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຝ​ຣັ່ງ.

ທ່ານ​ນາງ​ແຢ​ລ​ເລັນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ຂະ​ນະ​ທີ່​ທ່ານ​ນາງ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ຝ​ຣັ່ງ ທ່ານບ​ຣູ​ໂນ ເລີ ແມ (Bruno Le Maire) ທີ່​ນູ​ຊາ ດ​ວາ ຊຶ່ງ​ເປັນ​ບ່ອ​ນ​ຕາກ​ອາ​ກາດ​ທີ່​ເກາະ​ບາ​ຫຼີ.

ລາ​ຄາ​ນ້ຳ​ມັນ​ແລະ​ອາ​ຫານ​ທີ່​ແພງ​ຂຶ້ນ ແມ່ນ​ຮວ​ມ​ຢູ່​ໃນ​ບັນ​ຫາສຳ​ຄັນໆ​ທີ່​ຈະ​ມີ​ການ​ຫາ​ລື​ກັນ​ຢູ່​ທີ່ກອງ​ປະ​ຊຸມ​ສຸດຍອດ ແລະ​ມີ​ພຽງ​ບໍ່​ເທົ່າ​ໃດ​ປະ​ເທດເທົ່າ​ນັ້ນ ​ໃນ​ກຸ່ມ​ຈີ 20 ທີ່​ສາ​ມາດ​ລອດ​ພົ້ນ​ຈາກ​ຄວາມ​ເຈັບ​ປວດ​ທາງ​ດ້ານ​ເສດ​ຖະ​ກິດ​ໄດ້.

ທ່ານນ​າງ​ແຢ​ລ​ເລັນ​ຫວັງ​ວ່າ ຈະ​ສ້າງຄວາມ​ກົດ​ດັນ​ທາງ​ດ້ານ​ການ​ທູດເພື່ອ​ໃຫ້​ຢຸດ​ການ​ເຮັດ​ສົງ​ຄາມ ທີ່​ມີ​ການ​ຖິ້ມ​ໂທດ​ໃສ່​ປະ​ເທດ​ຣັດ​ເຊຍ.

ສ່ວນ​ອິນ​ໂດ​ເນ​ເຊຍ​ ຊຶ່ງ​ເປັນ​ປະ​ເທດ​ເຈົ້າ​ພາບ​ໄດ້​ຮຽກ​ຮ້ອງ​ໃຫ້​ເປີດ​ການ​ເຈ​ລະ​ຈາ​ແລະ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ດັ່ງ​ກ່າວ​ດ້ວຍ​ສັນ​ຕິ​ວິ​ທີ ແຕ່​ບາງ​ປະ​ເທດ​ໃນ​ກຸ່ມ​ຈີ 20 ເຊັ່ນ​ຈີນ ອາ​ຟ​ຣິ​ກາ​ໃຕ້ ແລະ​ອິນ​ເດຍ ສ່ວນ​ໃຫຍ່​ແລ້ວ ແມ່ນ​ຫຼີກ​ລ່ຽງ​ຕໍ່​ການ​ຕ້ອງ​ຕິ​ຣັດ​ເຊຍ​ໂດຍ​ກົງ.

ກອງ​ປະ​ຊຸມ​ສຸດ​ດັ່ງ​ກ່າວນີ້​ຍັງ​ຄາດ​ວ່າ​ຈະ​ມີ​ການ​ປຶກ​ສາ​ຫາ​ລື​ກັນ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕໍ່​ອາ​ຍຸ​ຂໍ້​ຕົກ​ລົງ​ທີ່​ໄກ່​ເກ່ຍ​ໂດຍ​ເທີ​ກີ ແລະ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ອະ​ນຸ​ຍາດ​ໃຫ້​ຢູ​ເຄ​ຣນ​ສາ​ມາດ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ແລະ​ປຸຍ ​ຜ່ານ​ທະ​ເລ​ດຳ​ດ້ວຍ​ຄວາມ​ປອດ​ໄພ.

ປະ​ເທດ​ຢູ​ເຄ​ຣນ​ແມ່ນ​ນຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ສາ​ມາດ​ຜະ​ລິດ​ສິນ​ຄ້າ​ທັງ​ສອງ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ປາ​ກົດ​ວ່າ ໄດ້​ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກ​ລົງ​ນີ້ ແຕ່​ໄດ້​ຖືກ​ໂຈມ​ຕີ​ຢ່າງ​ໜັກ​ຈາກ​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ.

ຂໍ້​ຕົກ​ລົງ​ສະ​ບັບ​ປັດ​ຈຸ​ບັນ​ ຈະ​ໝົດ​ອາ​ຍຸ​ລົງ​ໃນ​ວັນ​ທີ 19 ພະ​ຈິກນີ້. ທ່ານ​ເລີ ​ແມ ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ​ຄວາມຈຳ​ເປັນ​ ທີ່​ຈະຫາ​ທາງ​ຂັດ​ຂວາງ ​ບໍ່​ໃຫ້​ເກີດ​ຜົນ​ກະ​ທົບ​ຈາກການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ເຊັ່ນ​ວ່າ​ລາ​ຄາ​ເຊື້ອ​ໄຟ​ທີ່​ສູງ​ຂຶ້ນ​ໃນ​ຢູ​ໂຣບ.

ທ່ານ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ບັນ​ຫາ​ທຳ​ອິດ​ທີ່​ພວກ​ເຮົາ​ມີ​ຢູ່​ເທິງ​ໂຕະ​ກໍ​ຄື​ວ່າ ຈະ​ເຮັດ​ໃຫ້​ລາ​ຄາ​ເຊື້ອ​ໄຟ​ຖືກ​ລົງ ແລະ​ຈະ​ກຳ​ຈັດ​ໄພ​ເງິນ​ເຟີ້​ແບບ​ໃດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG