ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ຍົກ​ເລີກ ການ​ຊ້ອມ​ລົບ​ຮ່ວມ ຈະ​ເຮັດ​ໃຫ້ ເກົາຫຼີ​ເໜືອ ປົດ​ອາ​ວຸດ ​ນິວ​ເຄ​ລຍ​ໄດ້​ບໍ່?


ລົດໂຈມ​ຕີ​ທາງ​ບົກ​ ແລະ ນ້ຳ ຂອງກອງ​ທັບ​ນາ​ວິ​ກະ​ໂຍ​ທິນ ເກົາຫຼີ​ໃຕ້ ແລ່ນ​ໃນ​ລະ​ຫວ່າງ ກາ​ນ​ຊ້ອມ​ລົບ​ຮ່ວມຊື່​ວ່າ Foal Eagle ລະ​ຫວ່າງ ເກົາຫຼີ​ໃຕ້ ກັບ ສະ​ຫະ​ລັດ ໃນ​ເມືອງ ໂພ​ຮັງ, ເກົາຫຼີ​ໃຕ້, 5 ເມ​ສາ, 2018.
ລົດໂຈມ​ຕີ​ທາງ​ບົກ​ ແລະ ນ້ຳ ຂອງກອງ​ທັບ​ນາ​ວິ​ກະ​ໂຍ​ທິນ ເກົາຫຼີ​ໃຕ້ ແລ່ນ​ໃນ​ລະ​ຫວ່າງ ກາ​ນ​ຊ້ອມ​ລົບ​ຮ່ວມຊື່​ວ່າ Foal Eagle ລະ​ຫວ່າງ ເກົາຫຼີ​ໃຕ້ ກັບ ສະ​ຫະ​ລັດ ໃນ​ເມືອງ ໂພ​ຮັງ, ເກົາຫຼີ​ໃຕ້, 5 ເມ​ສາ, 2018.

ຫຼັງ​ຈາກ ສະ​ຫະ​ລັດ ໄດ້​ປະ​ກາດ​ວ່າ​ເຂົາ​ເຈົ້າ​ໄດ້​ຢຸດ​ການ​ຊ້ອມ​ລົບ​ທາ​ງ​ອາ​ກາດ​ຮ່ວມ​ກັບ
ເກົາຫຼີໃຕ້ ໄວ້ຊົ່ວຄາວນັ້ນ, ລັດຖະບານ ໂຊລ ກໍໄດ້ປະກາດວ່າເຂົາເຈົ້າຈະດຳເນີນ
ການຝຶກຊ້ອມດ້ວຍຕົນເອງ.

ການ​ຊ້ອມ​ລົບ​ທາງ​ອາ​ກາດ​ຮ່ວມ ຊື່​ວ່າ Vigilance Ace ໄດ້​ມີ​ແຜນ​ຈັດ​ຂຶ້ນ​ໃນ​ເດືອນ​
ທັນວາ 2018, ແຕ່ໄດ້ຖືກຍົກເລີກໂດຍທຳນຽບຫ້າແຈ ເພື່ອໃຫ້ຄວາມພະຍາຍາມທາງ
ການທູດກັບ ເກົາຫຼີເໜືອ “ໄດ້ມີທຸກໆໂອກາດ ທີ່ຈະດຳເນີນຕໍ່ໄປ.”

ບັນ​ດາ​ຜູ້​ຊ່ຽວ​ຊານ​ທີ່​ໄດ້​ລົມ​ກັບ​ວີ​ໂອ​ເອ ແມ່ນ​ບໍ່​ເຫັນ​ພ້ອມ​ນຳ​ກັນ ກ່ຽວ​ກັບ ວ່າ ສະ​ພາບ​
ການຢູ່ແຫຼມ ເກົາຫຼີ ນັ້ນແມ່ນໄດ້ພັດທະນາດີຂຶ້ນພໍ ແລະ ມີຜົນທີ່ເຂົາເຈົ້າທີ່ຕ້ອງການ
ເພື່ອແຈ້ງຢຸດການຊ້ອມລົບດັ່ງກ່າວ.

ການ​ຊ້ອມ​ລົບ Vigilant Ace ແມ່ນ​ນຶ່ງ​ໃນ​ສອງການ​ຊ້ອມ​ລົບ​ໃຫຍ່​ທີ່​ຖືກ​ຢຸດ​ໄວ້​ຊົ່ວ​
ຄາວ ນັບຕັ້ງແຕ່ກອງປະຊຸມສຸດຍອດ ສິງກະໂປ ເມື່ອເດືອນມິຖຸນາ ທີ່ຜ່ານມາ ລະຫວ່າງ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ.
ການຊ້ອມລົບທັງຫຼາຍໄດ້ຖືກໂຈະໄວ້ ເພື່ອຜ່ອນຄາຍຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ
ແລະ ໄດ້ສະໜັບສະໜູນການ ເຈລະຈາກັບ ພຽງຢາງ, ດັ່ງນັ້ນເຂົາເຈົ້າຈຶ່ງຈະຍົກເລີກ
ໂຄງການອາວຸດນິວເຄລຍ ແລະ ລູກສອນໄຟຂີປະນາວຸດ.

ແຕ່​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເກົາຫຼີ​ໃຕ້ ຄົນ​ນຶ່ງ​ໄດ້​ປະ​ກາດ​ໃນ​ວັນ​ຈັນ​ທີ່​ຜ່ານ​
ມາວ່າ, “ການຊ້ອມລົບຂອງກອງທັບອາກາດ ເກົາຫຼີໃຕ້ ຈະບໍ່ມີການປ່ຽນແປງ, ເຖິງແມ່ນ
ໂຄງການຊ້ອມລົບຮ່ວມ ຈະບໍ່ໄດ້ຖືກຈັດຂຶ້ນກໍຕາມ.”

ປີ​ກາຍນີ້, ການ​ຊ້ອມ​ລົບຮ່ວມ Vigilance Ace ມີ​ເຮືອ​ບິນຫຼາຍກວ່າ 230 ລຳ ແລະ ທະ
ຫານ ສະຫະລັດ ປະມານ 12,000 ຄົນເຂົ້າຮ່ວມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG