ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະ​ນັກ​ງານ​ຂອງ​ບໍ​ລິ​ສັດ Samsung Electronics ປະ​ກາດ​ການ​ນັດ​ຢຸດ​ງານ​ເປັນ​ຄັ້ງ​ທຳ​ອິດ​ເທົ່າ​ທີ່​ເຄີຍ​ມີ​ມາ


ພະ​ນັກ​ງານ​ຄົນ​ນຶ່ງ​ຫົດ​ສວນ​ດອກ​ໄມ້​ຢູ່​ຂ້າງ​ປ້າຍ Samsung Electronics ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ບໍ​ລິ​ສັດ​ໃນ​ເມືອງ ຊູ​ວອນ, 13 ມິ​ຖຸ​ນາ 2023.
ພະ​ນັກ​ງານ​ຄົນ​ນຶ່ງ​ຫົດ​ສວນ​ດອກ​ໄມ້​ຢູ່​ຂ້າງ​ປ້າຍ Samsung Electronics ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ບໍ​ລິ​ສັດ​ໃນ​ເມືອງ ຊູ​ວອນ, 13 ມິ​ຖຸ​ນາ 2023.

ພະ​ນັກ​ງານຫຼາຍກວ່າ 28,000 ຄົນ​ຂອງ​ບໍ​ລິ​ສັດ​ Samsung Electronics ຂອງ ເກົາຫຼີ​ໃຕ້ ຈະ​ຈັດ​ການ​ຍ່າງ​ອອກ​ຈາກວຽກ​ນຶ່ງວັນ​ໃນ​ອາ​ທິດ​ໜ້າ ເພື່ອ​ຮຽກ​ຮ້ອງ​ສຳ​ລັບ​ຄ່າ​ຈ້າງ ແລະ ຜົນ​ປະ​ໂຫຍດ​ທີ່​ດີກວ່າ​ເກົ່າ.

ກຳ​ມະ​ບານ​ຂອງ​ບໍ​ລິ​ສັດ Samsung Electronics ແຫ່ງ​ຊາດ​ໄດ້​ປະ​ກາດ​ການ​ນັດ​ຢຸດ​ງານ​ໃນ​ວັນ​ພຸດ ທີ 7 ມິ​ຖຸ​ນາ ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວສົດ​ທາງ​ອອນ​ໄລ​ນ໌. ການ​ຍ່າງ​ອອກ​ຈາກວຽກ​ຈະ​ເປັນ​ການ​ນັດ​ຢຸດ​ງານ​ຄັ້ງ​ທຳ​ອິດ​ຂອງ​ພະ​ນັກ​ງານ​ຕໍ່​ບໍ​ລິ​ສັດຍັກໃຫຍ່​ດ້ານ​ເທັກ​ໂນ​ໂລ​ຈີ​ນັ້ນ ຖ້າ​ມັນ​ດຳ​ເນີນ​ໄປ​ຕໍ່​ໜ້າ.

ກຳ​ມະ​ບານ​ແມ່ນ​ໄດ້​ທຳ​ການ​ເຈ​ລະ​ຈາ​ກັບ​ຜູ້​ບໍ​ລິ​ຫານ​ຂອງ​ບໍ​ລິ​ສັດ Samsung ກ່ຽວ​ກັບ ສັນ​ຍາ​ໃໝ່ນັບ​ຕັ້ງ​ແຕ່​ເດືອ​ນ​ມັງ​ກອນ​ເປັນ​ຕົ້ນ​ມາ. ໂຄ​ສົກ​ກຳ​ມະ​ບານ​ໄດ້​ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ສົດ​ທາງ​ອອນ​ໄລ​ນ໌​ວ່າ ​ເຂົາ​ເຈົ້າໄດ້​ຮັບ​ຂໍ້​ສະ​ເໜີ​ຂຶ້ນ​ເງິນ​ເດືອນ​ຂອງ​ບໍ​ລິ​ສັດ, ແຕ່​ໄດ້​ກ່າວ​ວ່າ​ກຳ​ມະ​ບານ​ກໍ​ຢາກ​ໄດ້​ວັນ​ພັກ​ເພີ່ມ​ຕື່ມ​ອີກມື້​ນຶ່ງ ພ້ອມ​ກັບ​ລະ​ບົບ​ທີ່​ໂປ່ງ​ໃສ ກ່ຽວ​ກັບ ເງິນ​ໂບ​ນັ​ສ​ທີ່​ອີງ​ໃສ່​ຜົນ​ງານ.

ໂຄ​ສົກ​ຂອງ​ບໍ​ລິ​ສັດ Samsung Electronics ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ເວົ້າ​ວ່າ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາ​ກັບ​ກຳ​ມະ​ບານ.

Samsung Electronics ແມ່ນ​ບໍ​ລິ​ສັດຫຼັກ​ໃນ​ເຄືອ​ຂອງ​ກຸ່ມ Samsung, ເຊິ່ງ​ແມ່ນ​ກຸ່ມ​ບໍ​ລິ​ສັດ​ຄອບ​ຄົວ​ທີ່​ໃຫຍ່​ທີ່​ສຸດ ທີ່​ໄດ້​ຄອບ​ງຳ​ເສດ​ຖະ​ກິດ​ຂອງ ເກົາຫຼີ​ໃຕ້. ເຂົາ​ເຈົ້າ​ແມ່ນ​ຜູ້​ຜະ​ລິດ​ໄມ​ໂຄ​ຣ​ຊິບ​ຄວາມ​ຈຳ​ທີ່​ນຳ​ໜ້າ​ໝູ່​ຂອງ​ໂລກ ແລະ ເປັນ​ນຶ່ງ​ໃນ​ຜູ້​ຜະ​ລິດ​ໂທ​ລະ​ສັບ​ສະຫຼາດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ. ບັນ​ດາ​ນັກ​ສັງ​ເກດ​ການ​ເຊື່ອ​ວ່າ​ການ​ນັດ​ຢຸດ​ງານ​ນຶ່ງວັນອາດ​ນຳ​ໄປ​ສູ່​ການ​ນັດ​ຢຸດ​ງານ​ທົ່ວ​ໄປ​ໃນ​ຈຸດ​ນຶ່ງ, ເຊິ່ງ​ອາດ​ສົ່ງ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ຕ່ອງ​ໂສ້​ການ​ສະ​ໜອງ​ສິນ​ຄ້າ​ໂລກ ​ໃນ​ເຄື່ອງ​ໄຟ​ຟ້າ​ທີ່​ມີ​ລາ​ຄາ​ສູງ​ທັງຫຼາຍ.

Samsung Electronics ໄດ້​ປ້ອງ​ກັນ​ພະ​ນັກ​ງານ​ຂອງ​ເຂົາ​ເຈົ້າ​ຈາກ​ການ​ເຂົ້າ​ກຳ​ມະ​ບານ​ເປັນ​ເວ​ລາຫຼາຍ​ທົດ​ສະ​ວັດ​ຈົນ​ຮອດ​ປີ 2020, ເວ​ລາ​ທີ່​ຮອງ​ປະ​ທານ ທ່ານ ລີ ແຈ-ຢອງ ຖືກ​ດຳ​ເນີນ​ຄະ​ດີ​ສຳ​ລັບ​ການ​ໃຫ້​ສິນ​ບົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG