ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາຍການບິນ ເອເມີເຣັສ ຫາທາງ ເປັນຜູ້ນຳ ໃນການໃຊ້ ເຮືອບິນ ທີ່ບໍ່ມີປ່ອງຢ້ຽມ


ນາງສາວອາກາດໃນ​ຊັ້ນ​ນັ່ງ​ທີ 1 ​ ໃນການສະແດງຂອງເຮືອບິນ
ໃໝ່ ຂອງສາຍການບິນເອເມີເຣັສ ໂບອິ້ງ (Boeing 777) ທີ່ສະໜາມບິນນາໆຊາດແຮມເບີກ, ວັນທີ 11 ເມສາ 2018.
ນາງສາວອາກາດໃນ​ຊັ້ນ​ນັ່ງ​ທີ 1 ​ ໃນການສະແດງຂອງເຮືອບິນ ໃໝ່ ຂອງສາຍການບິນເອເມີເຣັສ ໂບອິ້ງ (Boeing 777) ທີ່ສະໜາມບິນນາໆຊາດແຮມເບີກ, ວັນທີ 11 ເມສາ 2018.

ເຮືອບິນ​ອາຍ​ພົ່ນ​ໂດຍສານ ​ໃນ​ອະນາ​ຄົດ ຈະ​ປອດ​ໄພກວ່າ, ​ເບົາ​ກວ່າ ​ແລະ​ໄວ​ກວ່າ
​ໃຊ້​ນ້ຳມັນ​ແບບປະຢັດຫຼາຍຂຶ້ນ ​ແລະ​ບໍ່​ມີ​ປ່ອງຢ້ຽມ.

ດັ່ງທີ່ໄດ້ທຳນາຍໄວ້ ໂດຍຫົວໜ້າສາຍການບິນເອເມີເຮັສ ທ່ານ ທິມ ຄລາກ​ຄ໌.
ສາຍ​ການບິນ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່ ຕັ້ງ​ຢູ່​ທີ່​ປະ​ເທດ​ດູໄບ ແມ່ນ​ໄດ້​ນຳ​ສະ​ເໜີ​ປ່ອງຢ້ຽມ
​ແບບ​ເໝືອນຈິງໃນ​ຊັ້ນ​ນັ່ງ​ທີ 1 ​ໃນ​ເຮືອບິນ​ໃໝ່​ຂອງ​ພວກ​ເຂົາ​ເຈົ້າ

ແທນ​ທີ່​ຈະ​ແນມເຫັນຄືກັນກັບ​ປ່ອງຢ້ຽມ​ຂອງເຮືອບິນທຳມະດາ​ນັ້ນ ພວກ​ຜູ້​ໂດຍສານ​
ຈະ​ມ່ວນ​ຊື່ນສະໜຸກ​ສະໜາ​ນ​ໄປ​ກັບ​ບັນຍາກາດທີ​ວທັດ​ຕ່າງໆ ທີ່​ໄດ້​ນຳ​ມາສະ​ເໜີ​ໃນ
​ໜ້າ​ຈໍ​ແບບສົດໆຈາກ​ກ້ອງ​ທີ່​ມີ​ຄວາມ​ຊັດ​ເຈນ​ສູງ ທີ່​ເອີ້ນ​ວ່າ HD ຫຼື high definition
ນັ້ນ.

ທ່ານຄລາກ​ຄ໌ ​ໄດ້​ກ່າວ​ວ່າ ພາບ​ທີ່​ເຫັນ​ນັ້ນ​ແມ່ນ​ “ສວຍ​ງາມ​ຫຼາຍ ດີ​ຫຼາຍ, ມັນ​ຈະ​ດີ
​ຫຼາຍ​ກວ່າ​ຕາມ​ທຳ​ມະ​ຊາດ​ອີກ.”

ທ່ານຄລາກ​ຄ໌ ​ໄດ້​ບອກ​ກັບ​ອົງການ​ຂ່າວ BBC ວ່າ ເປົ້າໝາຍສຸດ​ທ້າຍ​ແມ່ນ​ເພື່ອ​ບໍ່​
ໃຫ້​ມີ​ປ່ອງຢ້ຽມ​ເລີຍ.

ທ່ານເວົ້າວ່າ “ປັດຈຸ​ບັນ​ນີ້ ລຳ​ຕົວ​ຂອງ​ເຮືອບິນ ​ບໍ່​ມີ​ໂຄງ​ສ້າງ​ທີ່​ອ່ອນ​ແອ ຍ້ອນ​ມີ​
ປ້ອງ​ຢ້ຽມ. ​ເຮືອບິນກໍ​ຈະ​ເບົາ​ລົງ, ​ເຮືອບິນກໍ​ຈະ​ສາມາດ​ບິນໄວ​ຂຶ້ນ, ​ຈະ​ໃຊ້​ນ້ຳມັນ
​ໜ້ອຍ​ລົງ ​ແລະ​ບິນຂຶ້ນ​ສູງ​ກວ່າ​ເກົ່າ.”

​ແຕ່​ວ່າ ການ​ທົດ​ລອງ​ຂອງສາຍ​ການບິນ ເອເມເຣັສ ​ໄດ້ພາໃຫ້ມີ​ຄວາມ​ເປັນ​ຫ່ວງ​
ທີ່ອາດບໍ່ໄດ້ຮັບຄະແນນສຽງພຽງພໍ ຈາກພວກເຈົ້າໜ້າທີ່ຄວບຄຸມ​ກົດ​ລະ​ບຽບ​ດ້ານ​
ຄວາມ​ປອດ​ໄພ. ມີ​ພວກ​ຜູ້ໂດຍສານ​ບາງ​ຄົນ ໄດ້ສະແດງຄວາມ​ເປັນ​ຫວ່ງ​ ເຖິງ​ຄວາມ
ເປັນໄປໄດ້ ​ໃນການເກີດມີ​ຄວາມ​ຢ້ານກົວ​ກ່ຽວກັບການຈຳກັດໃຫ້ຢູ່ໃນບ່ອນທີ່​ຄັບ
​ແຄບ​ນັ້ນ.​

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG