ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸປະກອນ ທີ່ຕິດຕັ້ງ ໃນເຄື່ອງໃຊ້ຕ່າງໆ ມີຄວາມສະຫຼາດ ຫຼາຍຂຶ້ນ


Embedded Technology Gets Smarter
please wait

No media source currently available

0:00 0:01:40 0:00

ຊົມວີດີໂອ ລາຍງານນີ້

ການ​ໃຊ້​ວຽກງານຂອງ​ຄອມ​ພິວ​ເຕີ້ຫຼື application ແບບ​ໃໝ່ໆ
​ກຳລັງ ​ປ່ຽນ​ແປງ ວິ​ທີທາງການ​ດຳລົງ​ຊີວິດ ​ແລະ ​ໃນວຽກ​ງານ
ຂອງ​ພວກ​ເຮົາ​ ​ນັບແຕ່​ການ​ເດີນທາງ​ ໄປເຖິງ ການ​ຜະລິດ​.
ຜູ້​ສື່​ຂ່າວ ວີ​ໂອເອ Mike O'Sullivan ​ໄດ້​ໂອ້​ລົມ​ກັບບັນດາ​ຜູ້​
ປະດິດແອບ​ປລີ​ເຄຊັ້ນ ​ຢູ່ທີ່​ກອງ​ປະຊຸມ ​ໃນ​ນະຄອນ ​ແຊນ
ແຟຣນສິສ​ໂກ ​ເມື່ອ​ບໍ່​ດົນ​ມາ​ນີ້ ກ່ຽວກັບທ່າອຽງ ຂອງ​ເທັກ​ໂນ​ໂລ​ຈີ
ທີ່​ໄດ້​ຖືກ​ຕິດຕັ້ງໃສ່ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັນນັ້ນ. ​ໄຊ​ຈະ​ເລີ​ນສຸກ
ຈະ​ນຳເອົາ​ລາຍ​ລະ​ອຽດ ມາສະເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຜູ້​ຊົມພາບ​ຈຳ​ລອງ​ສາມ​ມິ​ຕິ​ ທີ່​ເບິ່ງ​ຄື​ຈິງ ສ້າງ​ຂຶ້ນມາ​ໂດຍໂທລະ ສັບ​ສະຫຼາດ ​ທີ່​ເອີ້ນເປັນ​ພາສາ​ອັງ​ກິດວ່າ virtual reality ແລະ ອີກ​ສິ່ງນຶ່ງ​ແມ່ນ​ຕິດຕັ້ງ​ໃສ່ໃນແວ່ນຕາ. ພວກອຸປະກອນ​ເຫຼົ່ານີ້ ກຳລັງ​ເປັນ​ຂ່າວ​ຢູ່ໃນ​ຂະນະ​ນີ້.

ທ່ານ Doug Davis ຈາກ​ບໍລິສັດ INTEL ​ເວົ້າວ່າ “ພວກອຸປະກອນ​ເຫຼົ່ານັ້ນ ​ເປັນ​ອັນທີ່​ ບັນດາ​ຜູ້​ບໍລິ​ໂພ​ກເບິ່ງເຫັນ ​ແລະ ອັນ​ນັ້ນມັນເຮັດ​ໃຫ້​ຮູ້ສຶກ​ຕື່ນ​ເຕັ້ນ. ​ແຕ່​ພວກ​ເຮົາເລີ້ມ​
ເຫັນ​ຜົນສະທ້ອນ​ອັນ​ໃຫຍ່ ​ໃນ​ຂົງເຂດ​ຕ່າງໆ ​ເຊັ່ນໃນພາກອຸດສາຫະກຳ ຫຼື
ການຜະລິດ. ປັດຈຸບັນນີ້ ທ່ານຈະເຊື່ອມໂຍງເຂົ້າກັບ ເຄື່ອງຈັກຕ່າງໆ ຢູ່ຕາມ ໂຮງຈັກໂຮງງານ ແລະ ສາມາດວິເຄາະຂໍ້ມູນ ໃນທາງທີ່ທ່ານບໍ່ເຄີຍສາມາດເຮັດໄດ້
ໃນເມື່ອກ່ອນ.”

ບໍລິສັດ​ເຢຍຣະມັນ ProGlove ພວມ​ປະສົມ​ປະສານ​ ເຄື່ອງສະ​ແກນ​ພາບ ​ແລະ ວິທີ​ຕິດຕາມ ​ການ​ເຄື່ອນ​ໄຫວ ​ເຂົ້າ​ໃສ່​ໃນ​ພວກ​ຖົງມື ສຳ​ຫລັບ​ພະນັກງານ​ໂຮງງານ ​ເພື່ອ​ຕິດຕາມກວດກາ
ເບິ່ງ​ບັນຊີຂອງ​ສິນຄ້າ.

ທ່ານ Sebastian Petruch ຈາກ​ບໍລິສັດ​ ProGlove ​ເວົ້າວ່າ “ພວກ​ເຮົາ ​ໂດຍ​ສ່ວນ​ໃຫຍ່​
ຈະ​ເພັ່ງ​ເລັງ​ໃສ່ ​ພາກສ່ວນການ​ຜະລິດ ລົດຍົນ ​ແລະ ພະລາ​ທິການ ​ແລະ ​ໃນ​ພວກ​
ອຸດສາຫະກຳ​ເຫຼົ່ານີ້ ທ່ານ​ຈະ​ມີ​ການ​ກົດ​ດັນໃນ​ດ້ານ​ປະສິດທິພາບ​ສູງ.”

ວິວັດທະນາ​ການ ​ຈະ​ກ້າວ​ໜ້າ​ໄປໄກ​ແສນ​ໄກ. ວິ​ກິດ​ການ​ຂອງ​ໂຣກອີ​ໂບລາ ​ໄດ້ພາໃຫ້ມີ
ການນຳໃຊ້ລະບົບການ​ເກັບ​ຂໍ້ມູນ ທີ່​ພົກ​ພາ​ໄປ​ນຳ​ໄດ້ ​ແລະ ຖອນເອົາ​ຂໍ້​ມູນ ໃນບັນທຶກ
ຂອງຄົນ​ປ່ວຍ ຕາມຄລີ​ນິກ​ແຫ່ງ​ຕ່າງໆ ຢູ່ເຂດ​ຫ່າງ​ໄກ​ສອກຫລີກ ​ໃນອາ​ຟຣິກາ.

ທ່ານ Ken Krieger ວິສະວະກອນ​ດ້ານ​ອຸປະກອນ ​ເວົ້າວ່າ “ບາງ​ສິ່ງ​ບາງ​ຢ່າງສາມາດ​
ເຮັດ​ໃຫ້​ສະອາດ​ໄດ້ ດ້ວຍ​ການ​ຈຸ່ມ​ລົງ ​ນ້ຳຄລໍຣີນເພື່ອ ຂ້າ​ເຊື້ອ​ໂຣກ​ອີ​ໂບລາ ​ແລະ
ຈະ​ໄດ້​ຮັບ​ການ​ສະໜັບສະໜູນ ​ໃຫ້​ນຳໃຊ້ ວິທີ​ນີ້ ຢູ່​ໃນ​ເຂດ​ທີ່​ເຂົ້າ​ໄປ​ເຖິງ​ຍາກບ່ອນ​
ທີ່​ມີ​ສະພາບ​ແວດ​ລ້ອມ​ ທີ່​ບໍ່​ເປັນມິດ ຕໍ່​ເທັກ​ໂນ​ໂລ​ຈີ.”

ຢູ່​ໃນ​ເບື້ອງ​ຫລັງຂອງ​ເທັກ​ໂນ​ໂລ​ຈີ ການ​ຕິດຕາມ​ອຸນຫະພູມ ​ໃນ​ເຮືອນ​ຊານ​ຂອງ​ພວກ​ເຮົາ ​
ແລະ ສະພາບ​ດິນ​ຟ້າອາກາດ ​ໃນ​ເຮືອນແກ້ວ​ຂອງ​ກະ​ເສດ​ຕະກອນ.

ທ່ານນາງ Genevieve Bell ຈາກ​ບໍລິສັດ INTEL ​ເວົ້າວ່າ “​ໃນ​ອະນາຄົດ ບໍ່​ແມ່ນ​ດຽວ​
ນີ້ ​ແຕ່​ໃນ​ອະນາຄົດ ພວກ​ເຮົາ​ຈະ​ມີຫຼາຍສິ່ງ ຫຼາຍຢ່າງ ຢູ່​ໂລກ​ຂອງ​ພວກ​ເຮົາ ຢູ່​ໃນ​
ເຮືອນ​ຊານ​ຂອງ​ພວກ​ເຮົາ ຢູ່​ໃນ​ທຸລະ​ກິດ​ຂອງ​ພວກ​ເຮົາ ຢູ່​ໃນ​ລົດ​ຂອງ​ພວກ​ເຮົາ ​
ແມ່ນ​ວ່າ ຈະ​ເຊື່ອມ​ຕໍ່​ເຂົ້າກັນ.”

ທ່ານ​ນາງ Bell ກ່າວ​ອີກ​ວ່າ ມັນ​ກຳລັງເລີ້ມ​ເກີດ​ຂຶ້ນ​ແລ້ວ ​ແລະ ວ່າ​ນັບແຕ່ການ​ເດີນທາງ ​
ຕະຫລອດທັງ ການ​ຂົນ​ສົ່ງ ແລະ​ການ​ຜະລິດ​ພະລັງງານ ​ເທັກ​ໂນ​ໂລ​ຈີ​ທີ່​ໄດ້​ຖືກ​ຕິດຕັ້ງ
ຢູ່ພາຍ​ໃນ ​ແມ່ນ​ກຳລັງ​ເຮັດ​ໃຫ້​ລະບົບ​ຕ່າງໆ​ ຂອງ​ພວກ​ເຮົາ​ນັ້ນ ມີ​ປະສິດທິພາບຫຼາຍຂຶ້ນ.

New computer applications are changing the ways we live and work, from travel to manufacturing.Mike O'Sullivan spoke with developers at a recent forum in San Francisco about trends in technology that is embedded and connected.

A virtual reality viewer works with a smart phone and another is embedded in eyewear.They're the devices that make news.

(DOUG DAVIS, INTEL)
"Those are the ones that as consumers we see, and those are kind of exciting.But we're starting to see a big impact in areas like industrial or manufacturing.You're now connecting machines in factories and analyzing data in ways you never were able to before."

The German company ProGlove is integrating scanning and motion tracking functions into gloves for factory workers, to keep track of inventory.

(SEBASTIAN PETRUCH, PROGLOVE)
"We mainly focus on automotive manufacturing and logistics, and, in these industries, you have a very high efficiency pressure."

The transformation is far-reaching.The Ebola crisis led to a portable system to store and retrieve patient records at isolated clinics in Africa.

(KEN KRIEGER, HARDWARE ENGINEER)
"Something that can be sterilized, dunked in chlorine to kill the Ebola, and would support being used in very rugged, really hostile environments for technology."

Behind-the-scenes technology keeps track of temperatures in our homes and climate conditions in a farmer's greenhouse.

(GENEVIEVE BELL, INTEL)
"In the future, not right now but in the future, we will have a whole lot of things in our world, in our homes, in our businesses, in our cars that are connected."

She says it is starting to happen, and that from commuting andshipping to energy production, embedded technology is making our systems more efficient.

XS
SM
MD
LG