ໃນວັນພຸດມື້ອື່ນນີ້ ກ່ຽວກັບຄະດີກ່າວຫານາຍົກລັດຖະມົນຕີຍິ່ງ
ລັກ ຊິນນະວັດ ວ່າໃຊ້ອຳນາດເກີນຂອບເຂດນັ້ນ.
ນາຍົກລັດຖະມົນຕີໄທ ທີ່ອາດສາມາດຖືກປົດອອກຈາກຕຳ
ແໜ່ງໄດ້ ຖ້າຖືກຕັດສິນວ່າມີຄວາມຜິດນັ້ນ ໄດ້ໄປປະກົດຕົວ
ຕໍ່ໜ້າສານລັດຖະທຳມະນູນ ທີ່ບາງກອກ ໃນມື້ນີ້ເພື່ອຕໍ່ສູ້ຄະດີ ຊຶ່ງທ່ານນາງໄດ້ກ່າວປະຕິເສດຕໍ່ຂໍ້ກ່າວຫາຕ່າງໆ ໂດຍເວົ້າວ່າ:“ຮຽນສານທີ່ເຄົາລົບ ກ່ອນອື່ນ ຂ້າພະເຈົ້າຕ້ອງຂໍຖືໂອກາດປະຕິເສດ ຕໍ່ຂໍ້ກ່າວຫາທັງໝົດ ຕ້ານຂ້າພະເຈົ້ານັ້ນ.”
ຂໍ້ກ້າວຫາເຫລົ່ານັ້ນ ແມ່ນກ່ຽວຂ້ອງກັບການສັບປ່ຽນ ຜູ້ທີ່ດຳລົງຕຳແໜ່ງຫົວໜ້າຄວາມໝັ້ນຄົງແຫ່ງຊາດຂອງທ່ານນາງ ໃນປີ 2011 ຊຶ່ງພວກຕຳໜິຕິຕຽນທ່ານນາງກ່າວວ່າ
ເປັນການເຄື່ອນໄຫວທີ່ບໍ່ຖືກຕ້ອງສອດຄ່ອງກັບລັດຖະທຳມະນູນ ແລະມີເປົ້າໝາຍເພື່ອສ້າງຜົນປະໂຫຍດໃຫ້ແກ່ພັກເພື່ອໄທ ຂອງທ່ານນາງເອງ.
ໃນຄະດີນຶ່ງອີກຕ່າງຫາກ ຄະນະກຳມະການຕໍ່ຕ້ານການທຸຈະລິດຂອງໄທ ໄດ້ກ່າວຫາ ທ່ານນາງວ່າ ປ່ອຍປະລະເລີຍໜ້າທີ່ ກ່ຽວກັບໂຄງການຈຳນຳເຂົ້າຂອງໄທ ທີ່ພວກວິພາກວິຈານກ່າວວ່າ ເປັນການສິ້ນເປືອງແລະເປັນການສໍ້ລາດບັງຫຼວງ.
ນາຍົກລັດຖະມົນຕີໄທ ໄດ້ຜ່ານຜ່າການປະທ້ວງ ທີ່ມີຈຸດປະສົງຈະໂຄ່ນລົ້ມລັດຖະບານ
ຂອງທ່ານນາງ ເປັນເວລາຫຼາຍໆເດືອນຜ່ານມາແລ້ວ ແຕ່ວ່າຄະດີຄວາມໃນສານລັດຖະ
ທຳມະນູນຄັ້ງນີ້ ແມ່ນເປັນການທ້າທາຍໃໝ່ ຕໍ່ການປົກຄອງປະເທດຂອງທ່ານນາງ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ