ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ອັງກິດ ຜູ້ທີ່ກຳລັງຖືກໂຈມຕີ ໃນສະພາ ປະຕິຍານ ວ່າ ຈະດຳລົງຕຳແໜ່ງ ຕໍ່ໄປ


ນາຍົກລັດຖະມົນຕີ ອັງກິດ ບໍຣິສ ຈອນສັນ ກຳລັງອອກໄປຈາກ ທຳນຽບນາຍົກລັດຖະມົນຕີ ເລກທີ່ 10 ຖະໜົນດາວນິງ ໃນນະຄອນຫຼວງລອນດອນ, ວັນທີ 6 ກໍລະກົດ 2022
ນາຍົກລັດຖະມົນຕີ ອັງກິດ ບໍຣິສ ຈອນສັນ ກຳລັງອອກໄປຈາກ ທຳນຽບນາຍົກລັດຖະມົນຕີ ເລກທີ່ 10 ຖະໜົນດາວນິງ ໃນນະຄອນຫຼວງລອນດອນ, ວັນທີ 6 ກໍລະກົດ 2022

ນາຍົກລັດຖະມົນຕີບໍຣິສ ຈອນສັນ ຂອງອັງກິດ ໄດ້ປະເຊີນກັບການລາອອກຈາກຕຳແໜ່ງ ໂດຍຄະນະລັດຖະບານຂອງທ່ານຕື່ມອີກ ໃນວັນພະຫັດມື້ນີ້ ທ່າມກາງການຮຽກຮ້ອງ ໃຫ້ທ່ານລົງຈາກຕຳແໜ່ງ.

ລັດຖະມົນຕີເຂດໄອຣ໌ແລນເໜືອ ທ່ານແບຣນດັນ ລູວິສ (Brandon Lewis) ສະມາຊິກຂອງຄະນະລັດຖະບານທ່ານຈອນສັນ ເປັນຄົນຫຼ້າສຸດໃນບັນດາຜູ້ທີ່ຍື່ນໜັງສືລາອອກ ໂດຍກ່າວໃນຖະແຫລງການວ່າ “ຂ້າພະເຈົ້າບໍ່ສາມາດເສຍສະລະຄວາມສັດຊື່ສ່ວນຕົວຂອງຂ້າພະເຈົ້າ ເພື່ອປົກປ້ອງສິ່ງຕ່າງໆ ຂະນະທີ່ພວກເຂົາມີຈຸດຢືນໃນເວລານີ້.”

ລັດຖະມົນຕີອີກສາມທ່ານໃນຄະນະລັດຖະບານ ໄດ້ລາອອກຈາກຕຳແໜ່ງ ເມື່ອຕອນເຊົ້າວັນພະຫັດມື້ນີ້ ພ້ອມດ້ວຍລັດຖະມົນຕີລຸ້ນນ້ອງ ແລະຜູ້ຊ່ວຍລັດຖະມົນ ຕີ ຢ່າງໜ້ອຍ 40 ຄົນ.

ພວກປະທ້ວງ, ນຶ່ງໃນນັ້ນ ຖືພາບຖາຍຂອງນາຍົກລັດຖະມົນຕີອັງກິດ ບໍຣິສ ຈອນສັນ ແລະ ລັດຖະມົນຕີ ກະຊວງພາຍໃນ ທ່ານນາງ ພຣີຕີ ປາແທລ, ຢືນຢູ່ດ້ານນອກຕໍ່ໜ້າສະພາແຫ່ງຊາດ ຫຼື Houses of Parliament, ໃນນະຄອນຫຼວງລອນດອນ, ວັນທີ 6 ກໍລະກົດ 2022.
ພວກປະທ້ວງ, ນຶ່ງໃນນັ້ນ ຖືພາບຖາຍຂອງນາຍົກລັດຖະມົນຕີອັງກິດ ບໍຣິສ ຈອນສັນ ແລະ ລັດຖະມົນຕີ ກະຊວງພາຍໃນ ທ່ານນາງ ພຣີຕີ ປາແທລ, ຢືນຢູ່ດ້ານນອກຕໍ່ໜ້າສະພາແຫ່ງຊາດ ຫຼື Houses of Parliament, ໃນນະຄອນຫຼວງລອນດອນ, ວັນທີ 6 ກໍລະກົດ 2022.

ທ່ານຈອນສັນ ຜູ້ທີ່ໄດ້ປະຕິຍານໃນວັນພຸດວານນີ້ ວ່າ ຈະດຳລົງຕຳແໜ່ງຕໍ່​ໄປ, ໂດຍໄດ້ເຮັດໃຫ້ລາຍຊື່ຂອງຜູ້ຖອນໂຕເພີ້ມຕື່ມອີກ ດ້ວຍການປົດ ລັດຖະມົນຕີຊຸມຊົນ ທ່ານໄມໂກລ ໂກບວ໌.

“ເວົ້າກົງໄປກົງມາ....ວຽກງານຂອງນາຍົກລັດຖະມົນຕີ ໃນສະຖານະການທີ່ຫຍຸ້ງຍາກ ເມື່ອລາວໄດ້ຖືກມອບໃຫ້ດຳເນີນການຢ່າງໃຫຍ່ຫຼວງນັ້ນ ກໍແມ່ນວ່າ ດຳເນີນຕໍ່ໄປ” ນັ້ນແມ່ນຄຳເວົ້າຂອງທ່ານຈອນສັນ ທີ່ໄດ້ກ່າວ ແລະ​ກ່າວ​ຕື່ມວ່າ “ແລະອັນນັ້ນ ເປັນສິ່ງທີ່ຂ້າພະເຈົ້າ ຈະເຮັດ.”

ທ່ານຈອນສັນ ໄດ້ປະເຊີນກັບຄຳຖາມທີ່ຍາກອີກຮອບນຶ່ງ ຈາກບັນດາສະມາຊິກສະພາ ທີ່ບໍ່ພໍໃຈແລະມີຄວາມສົງໄສ ໃນລະຫວ່າງກອງປະຊຸມສອບຖາມ ແລະຕອບຂອງນາຍົກລັດຖະມົນຕີ ແບບດັ້ງເດີມ ໃນລັດຖະສະພາ ໃນວັນພຸດວານນີ້ ນຶ່ງວັນຫຼັງຈາກທີ່ ລັດຖະມົນຕີກະຊວງການເງິນ ທ່ານຣີຊີ ຊູນາກ (Rishi Sunak) ແລະລັດຖະມົນຕີກະຊວງສາທາລະນະສຸກ ທ່ານຊາຈີດ ຈາວີດ (Sajid Javid) ໄດ້ລາອອກຢ່າງບໍ່ຄາດຄິດເລີຍ ພາຍໃນບໍ່ເທົ່າໃດນາທີຂອງກັນແລະກັນ.

ທັງສອງທ່ານໄດ້ລາອອກຈາກຕຳແໜ່ງ ຫຼັງຈາກທີ່ທ່ານຈອນສັນ ໄດ້ຂໍໂທດສຳ ລັບການແຕ່ງຕັ້ງ ທ່ານຄຣິສ ພິນເຈີ (Chris Pincher) ສະມາຊິກສະພາຫົວ​ອະນຸລັກນິຍົມ ໃຫ້ດຳລົງຕຳແໜ່ງທີ່ສຳຄັນຂອງພັກ ເຖິງແມ່ນຈະມີຂໍ້ກ່າວຫາທ່ານພິນເຈີ ວ່າ ລວນລາມຊາຍສອງຄົນ ຢູ່ທີ່ຮ້ານກິນດື່ມສ່ວນຕົວ ໃນນະຄອນລອນດອນ ຂະນະທີ່ທ່ານເມົາເຫຼົ້າຢູ່ນັ້ນ.

ບັນດາເຈົ້າໜ້າທີ່ຢູ່ບ້ານເລກທີ່ 10 ຖະໜົນດາວນິງ ຊຶ່ງເປັນທຳນຽບນາຍົກລັດ ຖະມົນຕີ ຢ່າງເປັນທາງການ ໃນເບື້ອງຕົ້ນ ໄດ້ກ່າວວ່າ ທ່ານຈອນສັນ ບໍ່ໄດ້ຮູ້ຈັກ ກ່ຽວກັບຂໍ້ກ່າວຫາທີ່ພົວພັນກັບທ່ານພິນເຈີ ແຕ່ໃນເວລາຕໍ່ມາ ໄດ້ຍອມ ຮັບວ່າ ທ່ານໄດ້ຖືກບອກໃຫ້ຮູ້ ກ່ຽວກັບຂໍ້ກ່າວຫາຕໍ່ສະມາຊິກສະພາກ່ອນໜ້ານີ້ ໃນປີ 2019.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG