ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງກຳລັງພິເສດ ສະຫະລັດ ໃຫ້ການຊ່ວຍ ເຫຼືອ ທາງເຕັກນິກແກ່ຟີລິບປິນ


ຊາກຫັກພັງຕ່າງໆບິນແຕກກະຈາຍໄປທົ່ວໃນເວລາທີ່ເຮບິນ
ຮົບ ກອງທັບ ຟີລິບປິນ ຖິ້ມລະເບີດໃສ່ສະຖານທີ່ຕ້ອງສົງໄສ
ຂອງພວກຫົວຮຸນແຮງມຸສລິມ ໃນຂະນະທີ່ການຕໍ່ສູ້ດຳເນີນ
ຕໍ່ໄປໃນເມືອງ ມາຣາວີ. ພາກໃຕ້ຂອງ ຟີລິບປິນ, 9 ມິຖຸນາ, 2017.
ຊາກຫັກພັງຕ່າງໆບິນແຕກກະຈາຍໄປທົ່ວໃນເວລາທີ່ເຮບິນ ຮົບ ກອງທັບ ຟີລິບປິນ ຖິ້ມລະເບີດໃສ່ສະຖານທີ່ຕ້ອງສົງໄສ ຂອງພວກຫົວຮຸນແຮງມຸສລິມ ໃນຂະນະທີ່ການຕໍ່ສູ້ດຳເນີນ ຕໍ່ໄປໃນເມືອງ ມາຣາວີ. ພາກໃຕ້ຂອງ ຟີລິບປິນ, 9 ມິຖຸນາ, 2017.

ກອງກຳລັງພິເສດ ສະຫະລັດ ພວມສະໜອງການສະໜັບສະໜູນທາງເຕັກນິກໃຫ້ກອງ
ທັບ ຟີລິບປິນ ໃນການຕໍ່ສູ້ເພື່ອທຳລາຍພວກຫົວຮຸນແຮງອິສລາມ ໃນເມືອງທີ່ຕັ້ງຢູ່ພາກ
ໃຕ້ຂອງປະເທດ, ສະຖານ ທູດ ສະຫະລັດ ໄດ້ກ່າວໃນວັນເສົາວານນີ້ວ່າ, ທະຫານເຮືອ
ຟີລິບປິນ 13 ຄົນໄດ້ຖືກຂ້າຕາຍໃນການຕໍ່ສູ້ທີ່ເຜັດຮ້ອນຢູ່ໃນຕົວເມືອງດັ່ງກ່າວ.

ກອງທັບ ຟີລິບປິນ ກ່າວວ່າ ສະຫະລັດ ໄດ້ຊ່ວຍເຫຼືອກອງກຳລັງລັດຖະບານ ເພື່ອຍຸຕິ
ການປິດລ້ອມໂຈມຕີເມືອງ Marawi ໂດຍພວກນັກຮົບທີ່ເປັນພັນທະພິດກັບກຸ່ມລັດອິສ
ລາມ, ເຊິ່ງຕອນນີ້ດຳເນີນມາເປັນອາທິດທີສາມ, ແຕ່ບໍ່ແມ່ນກັບກອງກຳລັງຕໍ່ສູ້.

ສະຖານທູດ ສະຫະລັດ ໄດ້ຢືນຢັນວ່າ ພວກເຂົາເຈົ້າໄດ້ສະໜອງການຊ່ວຍເຫຼືອ, ຕາມ
ຄຳຂໍຂອງລັດຖະບານ ຟີລິບປິນ, ແຕ່ໄດ້ປະຕິເສດທີ່ຈະໃຫ້ຂໍ້ມູນຍ້ອນເຫດຜົນດ້ານຄວາມ
ປອດໄພ.

ການຮ່ວມມືລະວ່າງພັນທະມິດທີ່ມີມາຍາວນານ ແມ່ນສຳຄັນຍິ່ງ ຍ້ອນວ່າ ປະທານາທິບໍ
ດີ ຟີລິບປິນ ທ່ານ Rodrigo Duterte ຜູ້ທີ່ໄດ້ເຂົ້າກຳອຳນາດໜຶ່ງປີຜ່ານມາ, ໄດ້ມີທ່າ
ທາງທີ່ບໍ່ເປັນມິດຕໍ່ ວໍຊິງຕັນ ແລະ ໄດ້ປະຕິຍານວ່າ ຈະປົດຜູ້ຝຶກຊ້ອມກອງທັບ ສະຫະລັດ
ແລະ ຜູ້ຊີ້ນຳ ອອກຈາກປະເທດຂອງທ່ານ.

ຄວາມຮຸນແຮງຂອງວັນສຸກທີ່ຜ່ານມາ, ການຍິງປະທະກັນຈາກຖະໜົນເສັ້ນໜຶ່ງຫາອີກ
ເສັ້ນໜຶ່ງກັບພວກຫົວຮຸນແຮງ ຄົນໜຶ່ງໄດ້ເຮັດໃຫ້ກອງກຳລັງ ຟີລິບປິນ 13 ຄົນຖືກຂ້າ
ຕາຍ.

ມັນເປັນການສູນເສຍໃນມື້ດຽວຄັ້ງທີ່ໃຫຍ່ທີ່ສຸດ ສຳລັບກອງກຳລັງລັດຖະບານ ນັບຕັ້ງ
ແຕ່ພວກເຂົາເຈົ້າໄດ້ເລີ່ມການຕໍ່ສູ້ກັບພວກຫົວຮຸນແຮງທີ່ເປັນພັນທະມິດກັບພວກຫົວຮຸນ
ແຮງ IS ຜູ້ທີ່ໄດ້ອາລະວາດໄປທົ່ວເມືອງ Marawi ໃນວັນທີ 23 ພຶດສະພາ ແລະ ຍັງຄົງ
ຄອບຄອງຫຼາຍພາກສ່ວນຂອງເມືອງດັ່ງກ່າວຢູ່.

United States special forces are providing technical support to the Philippine military battling to crush Islamist militants in a southern city, the U.S. embassy said Saturday, as 13 Filipino marines were killed in intense urban fighting.

The Philippines military said the U.S. was assisting the government forces to end the siege of Marawi City by fighters allied to Islamic State, which is now in its third week, butnot with combat troops.

The U.S. embassy confirmed it had offered support, at the request of the Philippines government, but declined to give details for security reasons.

The cooperation between the longtime allies is significant because Philippine President Rodrigo Duterte, who came to power a year ago, has taken a hostile stance towards Washington and has vowed to eject U.S. military trainers and advisers from his country.

Friday's ferocious, street-to-street gunbattles with the militants left 13 Filipino troops killed.

It's the biggest single-day loss for government troops since they began fighting militants allied with IS militants who rampaged through Marawi on May 23 and are still occupying parts of the city.

XS
SM
MD
LG