ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະເພີ້ມ ການຊ່ວຍເຫຼືອ ດ້ານການພັດທະນາ ແກ່ ສປປ ລາວ


ຮອງລັດຖະມົນຕີ ຊ່ອຍວ່າການ ກະຊວງການຕ່າງປະເທດ ສຫລ ຮັບຜິດຊອບກິດຈະການເອເຊຍຕາເວັນອອກ ແລະຍ່ານມະຫາສະມຸດປາຊີຟິກ ທ່ານ Scot Marciel ແລະຮອງ ລັດຖະມົນຕິການຕ່າງປະເທດ ສປປ ລາວ ທ່ານ ບຸນເກີດ ສັງສົມສັກ ໂອ້ລົມກັນ ໃນລະຫວ່າງກອງປະຊຸມ ຫາລືຮອບດ້ານ ສະຫະລັດ-ລາວ ທີ່ນະຄອນວຽງຈັນ.
ຮອງລັດຖະມົນຕີ ຊ່ອຍວ່າການ ກະຊວງການຕ່າງປະເທດ ສຫລ ຮັບຜິດຊອບກິດຈະການເອເຊຍຕາເວັນອອກ ແລະຍ່ານມະຫາສະມຸດປາຊີຟິກ ທ່ານ Scot Marciel ແລະຮອງ ລັດຖະມົນຕິການຕ່າງປະເທດ ສປປ ລາວ ທ່ານ ບຸນເກີດ ສັງສົມສັກ ໂອ້ລົມກັນ ໃນລະຫວ່າງກອງປະຊຸມ ຫາລືຮອບດ້ານ ສະຫະລັດ-ລາວ ທີ່ນະຄອນວຽງຈັນ.
ສະຫະລັດໄດ້ປະກາດກ່ຽວກັບແຜນການທີ່ຈະເພີ້ມການຊ່ອຍ
ເຫຼືອດ້ານການພັດທະນາ ໂດຍ​ທາງເລືອກອື່ນ ແກ່ ສປປ ລາວ ໃນກອງປະຊຸມຫາລືຮອບດ້ານສອງຝ່າຍ ສະຫະລັດ-ລາວ ຄັ້ງ
ທີ 5 ທີ່ນະຄອນຫຼວງວຽງຈັນ.

ກອງປະຊຸມດັ່ງກ່າວໄຂຂຶ້ນທີ່ກະຊວງການຕ່າງປະເທດ ສປປ
ລາວ ເມື່ອວັນທີ 3 ກຸມພາ ຜ່ານມານີ້ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ Scot
Marciel ຮອງລັດຖະມົນຕີ ຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ຮັບຜິດ
ຊອບ ກິດຈະການເອເຊຍຕາເວັນອອກແລະຍ່ານມະຫາສະມຸດປາຊີຟິກ ແລະ ທ່ານ
ບຸນເກີດ ສັງສົມສັກ ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດ ສປປ ລາວ.

ໃນກອງປະຊຸມຄັ້ງນີ້ ຄະນະຜູ້ແທນສະຫະລັດ​ໄດ້ປະກາດໃຫ້ຊາບ ກ່ຽວກັບແຜນການ ທີ່
ຈະໃຫ້ຄວາມຊ່ອຍເຫຼືອເປັນມູນຄ່າ 1 ລ້ານ 5 ແສນໂດລາ ເພື່ອສະໜັບສະໜຸນໂຄງການ
ພັດທະນາໂດ​ຍ​ທາງເລືອກອື່ນ ທີ່ຈັດຕັ້ງປະຕິບັດໂດຍອົງການຕໍ່ຕ້ານຢາເສບຕິດ ແລະອາ
ຊະຍາກຳ ສະຫະປະຊາຊາດ ຫູື UNODC ເພື່ອການປາບປາມການປູກຝິ່ນຢູ່ ແຂວງຫົວ
ພັນ.

ນອກນັ້ນແລ້ວ ຄະນະຜູ້ແທນຂອງທັງສອງຝ່າຍຍັງໄດ້ສະຫລຸບຕີລາຄາຄືນ ການພົວພັນ ຮ່ວມມືຮອບດ້ານລະຫວ່າງສອງປະເທດ ໃນໄລຍະຜ່ານມາ ໂດຍສະເພາະ ນັບແຕ່ກອງ
ປະຊຸມຫາລືຮອບດ້ານ ສະຫະລັດ-ລາວຄັ້ງທີ 4 ທີ່ກຸງວໍຊິງຕັນ ໃນປີ 2012.

ເຈົ້າໜ້າທີ່ສະຖານທູດສະຫະລັດ ມອບອຸບປະກອນຫ້ອງການ ໃຫ້ຫົວໜ້າຕໍາຫຼວດ ປາບປາມຢາເສບຕິດ ຂອງລາວ, ເດືອນມັງກອນ 2014.
ເຈົ້າໜ້າທີ່ສະຖານທູດສະຫະລັດ ມອບອຸບປະກອນຫ້ອງການ ໃຫ້ຫົວໜ້າຕໍາຫຼວດ ປາບປາມຢາເສບຕິດ ຂອງລາວ, ເດືອນມັງກອນ 2014.

ພ້ອມນີ້ຄະນະຜູ້ແທນສອງຝ່າຍຍັງໄດ້ລົງເລິກປຶກສາຫາລືແລະ
ແລກປ່ຽນຄວາມຄິດຄວາມເຫັນ ໃນຂອບເຂດທີ່ກວ້າງຂວາງ
ກ່ຽວກັບບັນຫາຕ່າງໆ ຮວມທັງການເປັນປະທານວຽນອາຊ່ຽນ
ຂອງລາວ ໃນປີ 2016 ຄວາມກ້າວໜ້າຂອງລາວ ໃນການຈັດຕັ້ງ
ປະຕິບັດການປະຕິຮູບໃນດ້ານການຄ້າ ແລະດ້ານກົດໝາຍຄວາມ
ພະຍາຍາມ 2 ຝ່າຍ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ພວມ
ດຳເນີນຢູ່ໃນເວລານີ້ ແລະການຮ່ວມມືກັນໃນຫລາຍໆດ້ານ ທີ່
ຮວມເຖິງດ້ານສາທາລະນະສຸກ ຕໍ່ຕ້ານຢາເສບຕິດ ການປະຕິບັດ
ກົດໝາຍ ການຄ້າມະນຸດ ການປົກປ້ອງສິ່ງແວດລ້ອມ ແລະການ
ດຳເນີນຄວາມພະຍາຍາມທີ່ກຳ ລັງດຳເນີນຢູ່ຕໍ່ມາເພື່ອຊອກຄົ້ນ
ຫາທະຫານອາເມຣິກັນທີ່ຫາຍສາບສູນໄປໃນປາງສົງຄາມຫວຽດນາມ.

ນອກນັ້ນ ຝ່າຍສະຫະລັດຍັງໄດ້ຂອບອົກຂອບໃຈຕໍ່ລັດຖະບານລາວທີ່ໃຫ້ການສະໜັບ
ສະໜຸນຢ່າງແຂງຂັນຕໍ່ໂຄງການລິເລີ້ມໃນເຂດລຸ່ມແມ່ນໍ້າຂອງ ແລະພ້ອມ​ດຽວ​ກັນ ກໍ​ໄດ້
ຢືນຢັນຄວາມໝາຍໝັ້ນ ທີ່ຈະເສີມຂະຫຍາຍໂຄງການລິເລີ້ມດັ່ງກ່າວຕໍ່​ໄປ​ອີກ ໂດຍເພັ່ງ
ເລັງໃສ່ບັນຫາໃຈກາງ ແລະໂຄງການຕ່າງໆທີ່ປະເທດສະມາຊິກເຫັນວ່າ ມີຄຸນຄ່າ.

​ສະຫະລັດ​ຍັງໄດ້​ຊົມ​ເຊີຍລັດຖະບານ​ລາວ ທີ່​ໄດ້​ຮັບ​ເອົາ​ແຜນການ​ປະຕິບັດ​ງານ​ແຫ່ງ​ຊາດ
​ເພື່ອ​ປາບ​ປາມ​ການ​ຄ້າມະນຸດ ​ແລະ​ຢືນຢັນ​ຄືນ​ອີກ​ເຖິງ​ການສືບ​ຕໍ່​ສະໜັບ​ສະໜຸນ​ຢ່າງ​ແຂງ​
ແຮງ​ຂອງ​ສະຫະ​ລັດ ຕໍ່​ການ​ຮ່ວມມື​ກັນ​ໃນ​ດ້ານພາກສ່ວນ​ຍຸຕິ​ທໍາ​ແລະ​ກົດ​ໝາຍ ​ເພື່ອ​ປາບ​
ປາ​ມການ​ຄ້າ​ມະນຸດ ການ​ຄ້າ​ຢາ​ເສບ​ຕິດ ​ແລະ​ກິດຈະ​ກໍາ​ຜິດ​ກົດໝາຍ​ອື່ນໆ.

ພ້ອມນີ້ ສະຫະລັດຍັງໄດ້ສະແດງຄວາມຊົມເຊີຍຕໍ່ທ່າອ່ຽງໃນທາງບວກຂອງຄວາມສຳພັນ
ສອງຝ່າຍ ແລະໂອກາດທີ່ຈະຂະຫຍາຍການຮ່ວມມືເພີ້ມຕື່ມ ຕະຫຼອດທັງໂອກາດ ໃນການ
ພັດທະນາສຳລັບເຈົ້າໜ້າທີ່ລາວ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດ ອັນດີ ແລະ
ຄວາມເຂົ້າອົກເຂົ້າໃຈຊຶ່ງກັນແລະກັນເປັນຢ່າງດີ.

ກອງປະຊຸມປຶກສາຫາລືຮອບດ້ານສະຫະລັດ-ລາວ ແມ່ນກົນໄກຊຸກຍູ້ຄວາມເຂົ້າອົກເຂົ້າໃຈ
ແລະການຮ່ວມມືລະຫວ່າງສອງປະເທດທີ່ມີຂຶ້ນຢ່າງເປັນປົກກະຕິລະຫວ່າງປະເທດທັງສອງ.
XS
SM
MD
LG