ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອີ​ເມ​ລ​ຕ່າງໆ ສະ​ແດງ​ໃຫ້​ເຫັນ ​ຜົນ​ກະ​ທົບ ຈາກ​ການ​ກ່າວ​ອ້າງ ທີ່​ຜິດ​ພາດ ຂອງ ປ. ທ​ຣຳ ກ່ຽວ​ກັບ ພາ​ຍຸ​ໂ​​ດຣຽນ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຖື​ກະ​ດານ​ແຜນ​ທີ່ ໃນ​ຂະ​ນະ​ທີ່ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຫຼັງ​ຈາກ ໄດ້​ຮັບ​ຟັງ​ລາຍ​ງານ​ແຈ້ງ​ໃຫ້​ຊາບ ກ່ຽວ​ກັບ ພາ​ຍຸ​ເຮີ​ຣີ​ເຄນ ​ໂດ​ຣຽນ (Hurricane Dorian) ຢູ່​ໃນຫ້ອງ​ການ​ໂອ​ໂວ​ລ ຂອງ​ທຳ​ນຽບ​ຂາວ, ​ວັນ​ທີ 4 ກັນ​ຍາ 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຖື​ກະ​ດານ​ແຜນ​ທີ່ ໃນ​ຂະ​ນະ​ທີ່ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຫຼັງ​ຈາກ ໄດ້​ຮັບ​ຟັງ​ລາຍ​ງານ​ແຈ້ງ​ໃຫ້​ຊາບ ກ່ຽວ​ກັບ ພາ​ຍຸ​ເຮີ​ຣີ​ເຄນ ​ໂດ​ຣຽນ (Hurricane Dorian) ຢູ່​ໃນຫ້ອງ​ການ​ໂອ​ໂວ​ລ ຂອງ​ທຳ​ນຽບ​ຂາວ, ​ວັນ​ທີ 4 ກັນ​ຍາ 2019.

ອີ​ເມ​ລຫຼາຍ​ຕອນ​ທີ່​ໄດ້​ຖືກ​ເປີ​ດ​ເຜີຍ​ອອກ​ມາ​ໃໝ່ໆ ຈາກ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ຢູ່​ທີ່​ອົງ​ການຂອງ​ລັດ​ຖະ​ບານ​ກາງ ທີ່​ຮັບ​ຜິດ​ຊອບ ​ກ່ຽວ​ກັບ​ການ​ພະ​ຍາ​ກອນ​ອາ​ກາດນັ້ນ ສະ​ແດງ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ ເຖິງ ຄວາມ​ຕົກອົກ​ຕົກ​ໃຈ ແລະ​ຄວາມ​ກັງ​ວົນຢ່າງ​ເຫັນ​ໄດ້​ຊັດ​ຂອງ​ປະ​ຊາ​ຊົນ ​ຍ້ອນສາ​ເຫດຈາກ​ການ​ກ່າວ​ອ້າງ​ທີ່​ຜິດ​ພາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ທີ່​ວ່າ ພາ​ຍຸ​ເຮີ​ຣີ​ເຄນໂດ​ຣຽນ ອາດຈະກະ​ທົບ​ຕໍ່​ລັດ​ອາ​ລາ​ບາ​ມາ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງປະ​ຈຳອົງການຄຸ້ມຄອງມະຫາສະໝຸດແລະບັນຍາກາດແຫ່ງຊາດ ຫຼືເອີ້ນ​ຫຍໍ້​ວ່າ NOAA ແມ່ນ​ກະ​ທັງ​ເອີ້ນ​ພຶດ​ຕິ​ກຳ​ຂອງທ່ານ​ປະ​ທາ​ນາ​ທິ​ບໍ​ດີ ນັ້ນ​ວ່າ “​ຜີບ້າ.”

ສິ່ງ​ທີ່​ບັນ​ດນັກ​ວິ​ທະ​ຍາ​ສາດ ແລະ​ເຈົ້າ​ໜ້າ​ທີ່​ທັງຫຼາຍ ໄດ້ພົບ​ເຫັນ ກໍ​ແມ່ນ​ວ່າ ​ອັນທີ່​ຜິດ​ປົກ​ກະ​ຕິຫຼາຍກວ່ານີ້ ແມ່ນ​ຖະ​ແຫລງ​ການ​ໃນ​ເວ​ລ​າ​ຕໍ່​ມາ ທີ່​ໄດ້​ແຈ້ງ​ອອກ​ມາ​ໂດຍ​ໂຄ​ສົກ​ຂອງ​ອົງ​ກ​ງານ NOAA ຜູ້​ບໍ່​ໄດ້ລະ​ບຸ​ຊື່ ທີ່​ໄດ້​ສະ​ໜັບ​ສະ​ໜູນ ກ່ານ​ກ່າວ​ອ້າງ​ຂອງ​ທ່ານ​ທ​ຣຳ ແລະ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ພະ​ຍາ​ກອນ​ຂອງ​ບັນ​ດາ​ນັກ​ພະ​ຍາ​ກອນ​ອາ​ກາດ​ຂອງ​ຕົນ.

​ພວກອີ​ເມ​ລ​ດັ່ງ​ກ່າວ ໄດ້​ຖືກ​ເປີ​ດ​ເຜີຍ​ເມື່ອ​ຕອນ​ແລງວັນ​ສຸກ​ຜ່ານ​ມາ ໃນ​ການ​ຕອບ​ສະ​ໜອງ​ຕໍ່​ການຮ້ອງຂໍຈາກ​ອົງ​ການ​ຂ່າວ AP ແລະ​ອົງ​ການ​ອື່ນໆ ​ທີ່​ອ້າງ​ອີງ​ເຖິງກົດ​ໝາຍວ່າ​ດ້ວຍເສ​ລີ​ພາບ​ໃນ​ດ້ານ​ຂໍ້​ມູນ​ຂ່າວ​ສານນັ້ນ ກໍ​ໄດ້​ໃຫ້ເຫັນພາບ​ຂອງ​ການ​ວິ້ງ​ເຕັ້ນ​ເພື່ອ​ຕອບ​ສະ​ໜອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ຄວາມສັບ​ສົນ​ວຸ້ນ​ວາຍ​ທີ່​ມັນ​ໄດ້​ສົ່ງ​ຜົນ ຢູ່​ພາຍ​ໃນ​ອົງ​ການ​ຂອງ​ລັດ​ຖະ​ບານ​ກາ​ນ​ດັ່ງ​ກ່າວ.

ທ່ານ ເຄ​ຣກ ເມັກ​ເຄ​ລນ ​ຫົວ​ໜ້າຮັກ​ສາ​ການ​ຊົ່ວ​ຄາວ ຂອງ​ອົງ​ການ NOAA ໄດ້​ກ່າວຖາມໄປ​ວ່າ “ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ຕໍ່​ໄປ? ​ວິ​ທະ​ຍາ​ສາດ​ດ້ານ​ດິນ​ຟ້າ​ອາ​ກາດ ແມ່ນ​ເລື້ອງ​ຂີ້​ຕົວະ​ບໍ່?” ຊຶ່ງ​ເປັນ​ຄຳ​ຖາ​ມ​ທີ່​ທ່ານ​ໄດ້​ຂຽນລົງໃນ​ອີ​ເມ​ລ ​ທີ່ສົ່ງ​ໄປ​ຫາ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ອົງ​ການ. ທ່ານ​ຂຽນ​ອີກວ່າ “​ບໍ່ເຊື່ອ​ເລີຍ​ວ່າ ຈະ​ປ່ອຍ​ໃຫ້​ພວກ​ນັກ​ພະ​ຍາ​ກອນ​ອາ​ກາດ ຫ້ອຍ​ແຂວນ ​ຢູ່​ໃນ​ສາຍ​ລົມ​ຂອງ​ການເມືອງ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG