ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

Elizabeth Taylor ເຖິງແກ່ມໍລະນະກຳ


ມື້ລາງດາລາຮູບເງົາທີ່ມີຊື່ສຽງໂດ່ງດັງ Elizabeth Taylor

ດາລາຮູບເງົາ Hollywood ທີ່ມີຊື່ສຽງໂດ່ງດັງ Elizabeth Taylor ໄດ້ເຖິງແກ່ມໍລະນະກຳ
ແລ້ວ ຮວມອາຍຸໄດ້ 79 ປີ.

ຖະແຫຼງຂ່າວຂອງຄອບຄົວ Taylor ເວົ້າວ່າ ທ່ານນາງໄດ້ເສຍຊີວິດດ້ວຍຄວາມ ສະຫງົບ ທ່າມກາງພວກລູກໆທີ່ຢູ່ອ້ອມຂ້າງ.

ດາລາຮຸ່ນອະວຸໂສທ່ານນີ້ ທີ່ມີ​ຊື່​ສຽງຂຶ້ນມາ​ ຍ້ອນຮູບເງົາຫຼາຍໆເລື່ອງ ເຊັ່ນ​ເລື່ອງ Na-
tional Velvet ຊຶ່ງເຮັດໃຫ້ທ່ານນາງກາຍເປັນດາລາຕັ້ງ​ແຕ່ຍັງມີອາຍຸ 12 ປີແລະເລື່ອງ
Cleopatra ນັ້ນ ບໍ່​ສະບາ​ຍມາ​ໄດ້​ໄລຍະ​ນຶ່ງ​ແລ້ວ​ ຍ້ອນບັນຫາຫົວໃຈລົ້ມແຫຼວຢ່າງຮ້າຍ
ແຮງ. ທ່ານນາງໄດ້ເຂົ້າຮັບການປິ່ນປົວພະຍາບານທີ່ນະຄອນ Los Angeles ໃນໄລ
ຍະ 6 ອາທິດຜ່ານມາ.

ທ່ານນາງ Taylor ໄດ້ຮັບລາງວັນຕຸກກະຕາຄຳ ໃນບົດບາດການສະແດງໃນຮູບເງົາເລື່ອງ
Who’s Afraid of Virginia Woolf? ແລະ Butterfield 8. ໃນໄລຍະຫຼາຍປີຕໍ່ມາ
ທ່ານນາງໄດ້ເປັນໂຄສົກໃຫ້ອົງການມະນຸດສະທຳຕ່າງໆເຊັ່ນການຄົ້ນຄວ້າກ່ຽວກັບໂຣກ
ເອດສ໌ໂດຍ​ໄດ້ຊ່ອຍຊອກຫາທຶນຫຼາຍໆລ້ານໂດລາໄປໃຫ້ວຽກງານດັ່ງກ່າວນີ້ເຮັດໃຫ້ທ່ານ
ນາງໄດ້ຮັບລາງວັນຕຸກກະຕາຄຳ Oscar ພິເສດໃນປີ 1993.

ທ່ານນາງ Taylor ເປັນຄົນອະເມຣິກັນ ເກີດທີ່ກຸງລອນດອນ​ແລະຍ້າຍໄປຢູ່ ນະຄອນ Los
Angeles ກ່ອນສົງຄາມໂລກຄັ້ງທີ 2. ຫລັງ​ຈາກ​ນັ້ນ ກໍໄດ້ເລີ້ມຈາກການເປັນດາລານ້ອຍ
ຂອງ Hollywood ໄປສູ່ດາລາຮູບເງົາທີ່ໂດ່ງດັງກ້ອງ​ໂລກ ຊຶ່ງໃນບາງຄັ້ງ ຖືກເອີ້ນວ່າ ເປັນ
ແມ່ຍິງທີ່ງາມທີ່ສຸດໃນໂລກ.

ທ່ານນາງໄດ້ສະແດງຮູບເງົາຂອງ Hollywood ຫຼາຍກວ່າ 50 ເລື່ອງ ໂດຍໄດ້ສະແດງ
ຮ່ວມກັບດາລາທີ່ສຳຄັນອື່ນໆໃນຊຸມປີ 1940 ແລະ 1950 ໃນຮູບເງົາ ເລື່ອງຕ່າງໆ ເຊັ່ນ
Raintree Country, Cat on a Hot Tin Roof ແລະ Suddenly Last Summer.

XS
SM
MD
LG