ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜ່ວຍປະຕິບັດການ ພິເສດ ເພື່ອປາບປາມ ການລັກລອບ ຂ້າສັດ-ຕັດໄມ້ ໃນໄທ


Elite Thai Rangers Conduct First Operation to Nab Poachers
please wait

No media source currently available

0:00 0:02:53 0:00
ລິງໂດຍກົງ

ໜ່ວຍປະຕິບັດການ ຂະນະທໍາການຈັບກຸມ ຜູ້ລັກລອບຂ້າສັດ ຕັດໄມ້ຊາວກໍາປູເຈຍ ໃນເຂດອຸດທະຍານແຫ່ງຊາດ ປາງສີດາ ຂອງໄທ.

ຂະນະ​ນີ້ ​ໄທ​ກໍາລັງ​ເພີ່ມ​ຄວາມ​ພະຍາຍາມ​ ເພື່ອ​ປາບ​ປາມ​ການ
​ລັກລອບ​ລ່າສັດ ​ແລະຕັດ​ໄມ້ ທີ່​ຖືກ​ສະ​ຫງວນ​ໄວ້. Steve
Herman ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ຈາກສວນ​ອຸດທະຍານ​
ແຫ່ງ​ຊາດ ປາງ​ສີດາ ທີ່​ຕັ້ງ​ຢູ່​ລະຫວ່າງເຂດ​ຈັງຫວັດ​ສະ​ແກ້ວ
​ແລະ​ຈັງຫວັດ​ປາຈີນ​ບຸລີ​ ​ໃນພາກ​ຕາ​ເວັນ​ອອກຂອງ​ໄທ ບ່ອນ​
ທີ່​ໄດ້ມີ​ການຈັດ​ຕັ້ງ​ທີມ​ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​ປ່າ​ໄມ້ຊຸດ​ໃໝ່ ທີ່​ໄດ້​
ຮັບ​ການ​ເຝິກ​ອົບ​ລົມພິ​ເສດ ທີ່ໄດ້ອອກ​ປະຕິ​ບັດ​ການ​ ປາບ​
ປາມເທື່ອ​ທໍາ​ອິດ. ຊຶ່ງ​ທອງ​ປານ ຈະ​ນໍາ​ມາສະ​ເໜີ​ທ່ານ ​ໃນ​
ອັນ​ດັບ​ຕໍ່​ໄປ


ພວກ​ລັກລອບ​ຕັດ​ໄມ້​ທີ່​ຕ້ອງ​ສົງ​ໄສ​ຄົນ​ນຶ່ງ ຖືກ​ຈັບໄດ້​ຢູ່​ພາຍ​ໃນ​ສວນ​ອຸດທະຍານ​ແຫ່ງ​ຊາດ​ແຫ່ງ​ນຶ່ງ​ໃນ​ໄທ ​ແຕ່​ອີກ​ຫົກ​ຄົນ​ທີ່​ຮ່ວມ​ງານ​ນໍາ​ກັນ ​ສາມາດ​ຫຼົບ​ເຂົ້າ​ໄປ​ໃນ​ປ່າ​ໃຫຍ່​ໄດ້.

ການ​ຈັບ​ກຸມ​ຊາວ​ກໍາປູ​ເຈຍ​ໄດ້​ຄົນ​ນຶ່ງ​ນີ້ ແທບ​ຈະ​ບໍ່​ສົ່ງ​ຜົນ​ກະທົບຫຍັງ ຕໍ່​ການ​ສູນ​ເສຍ ຢ່າງ​ຮ້າຍແຮງ​ຂອງພວກພືດ​ແລະ​ສັດ​ປະ​ຈໍາ​ເຂດ​ຂອງ​ໄທໂດຍພວກ​ ລັກ​ລອບ​ຂ້າ​ສັດ​ຕັດ​ໄມ້ນັ້ນ.

​ແຕ່​ມັນ​ກໍ​ເປັນຜົນ​ສໍາ​ເລັດ ເປັນ​ປະຫວັດ​ການ​ ຂອງການ​ປະຕິບັດ​ການ​ ທີ່​ເອີ້ນ​ວ່າ
Operation Bloodwood ຊຶ່ງ​ເປັນ​ການ​ປະຕິບັດ​ການ​ແບບ​ນີ້​ເທື່ອ​ທໍາ​ອິດ ຢູ່​ໃນ​ເຂດ​ປ່າໄຜ່​ທີ່​ດົກໜາ ​ໂດຍ​ທີ​ມງານ​ພິ​ເສດ​ ທີ່​ເອີ້ນ​ວ່າ ລາຊາ​ເສືອ ຫລື King of Tigers.

​ເຈົ້າໜ້າ​ທີ່​ຄຸ້ມ​ຄອງ​ປ່າ​ໄມ້ ຊັ້ນ​ຫົວ​ກະທິ ​ໃນ​ໜ່ວຍ​ຮັບ​ມືພິ​ເສດໜ່ວຍ​ໃໝ່ ຂອງ​ກົມ​ອຸດທະ ຍານ​ແຫ່ງ​ຊາດ​ຂອງ​ໄທ ​ໄດ້​ທໍາ​ການ​ເຝິກອົບ​ລົມ​ໃນ​ຫຼັກສູດ​ຫົກ​ອາທິດ ກ່ອນ​ທີ່​ຈະ​ອອກ​ໄປ​ປະ​ຕິບັດ​ການພາກໂຕ​ຈິງ​ເທື່ອ​ທໍາ​ອິດ.

ໜ່ວຍ​ປະຕິບັດ​ການ​ພິ​ເສດ ທີ່​ປະກອບອາວຸດ​ດ້ວຍ​ປືນ​ຍາວ​ຈູ່​ໂຈມ HK-33 ພ້ອມດ້ວຍ​ອຸບປະກອນ​ສື່ສານ​ທາງ​ດາວ​ທຽວ​ຄົບ​ຊຸດ ພວກ​ເຂົາ​ເຈົ້າປະ​ເຊີນ​ກັບ ພວກ​ລັກລອບ​ລ່າ​ສັດ ທີ່​ມີ​ປືນ​ຍາວ AK-47 ທີ່ໄດ້​ສັງຫານ​ເຈົ້າໜ້າ​ທີ່​ຄຸ້ມ​ຄອງສວນ​ອຸດທະຍານ​ໄປ​ແລ້ວ​ປະມານ 50 ຄົນ ​ໃນ​ໄລຍະ​ສີ່​ປີຜ່ານມາ.

ຫົວໜ້າ​ທີ​ມທ່ານອິນ​ປຣະ​ເສີດ “ໜຸ່ມ” ທະ​ວັດ​ໄຊ ​ເວົ້າ​ວ່າ ຄໍາ​ສັ່ງ​ຂອງ​ໜ່ວຍ ລາຊາ​ເສືອ ຄືໃຫ້​ຈັບ​ເປັນ ບໍ່​ໃຫ້​ຂ້າ ​ເພື່ອ​ເຮົາ​ຈະ​ໄດ້​ຂໍ້​ມູນ​ລັບ​ເພີ່ມ​ຕື່ມ​ ກ່ຽວ​ກັບ​ຕາໜ່າງຂອງ​ຂະ​ບວນ ການຜິດກົດໝາຍ.

ທ່ານໜຸ່ມ ທະ​ວັດ​ໄຊ ​ເວົ້າ​ວ່າ: “ພວກ​ລັກລອບ​ຈາກ​ກໍາປູ​ເຈຍ ມີ​ອາວຸດ​ທີ່ເໜືອ ກ​ວ່າ​ຂອງ​ພວກ​ເຮົາ ສະ​ນັ້ນ​ພວກ​ເຮົາ​ຕ້ອງ​ລະມັດລະວັງ​ເປັນ​ພິ​ເສດ ​ແລະ​ພະ ຍາຍ​າມຈັບ​ກຸມ​ພວກ​ເຂົາໂດຍ​ບໍ່​ຕ້ອງປະ​ທະ​ກັນ​ດ້ວຍ​ອາວຸດ. ພວກ​ເຮົາບໍ່​ຕັ້ງ​ໃຈ​ທີ່​ຈະ​ທໍາລາຍ​ຮ່າງກາຍ ຫຼືຂ້າ​ຜູ້​ໃດ​ຢ່າງ​ເດັດຂາດ ​ແຕ່​ຖ້າ​ພວກ​ເຮົາ​ບໍ່ມີ​ທາງ​ເລືອກ​ຢ່າງ​ອື່ນ ພວກ​ເຮົາ​ຈໍາ​ເປັນ​ຕ້ອງ​ໃຊ້​ອາວຸດ ​ເພື່ອ​ປ້ອງ​ກັນ​ຊີວິດ​ເຮົາ ​ແລະ​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ໄດ້​ດີຂຶ້ນ.”

ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ສູງ​ຂຶ້ນ​ໄປ​ນັບ​ມື້ ​ໂດຍ​ສະ​ເພາະ​ໃນ​ຈີນ ສໍາລັບໄມ້​ຄຸນ​ນະ ພາ​ບສູງ ຊະນິດທີ່​ມີ​ສີ​ນໍ້າຕານ​ແດງນີ້ ທີ່​ມີ​ຈຳນວນ​ລົດ​ນ້ອຍ​ຖອຍ ລົງ​ໄປນັບ​ມື້ນັ້ນ.

ເຈົ້າໜ້າ​ທີ່​ເວົ້າ​ວ່າ ​ໄມ້​ເນື້ອ​ແດງ​ສະ​ຢາມ ຫຼື Siamese Rosewood ປະລິມານ ນຶ່ງ​ແມັດ​ກ້ອນ ຈະຂາຍ​ໃຫ້​ພວກ​ເຮັດ​ເຄຶ່ອງ​ເຮືອນໄດ້ໃນ​ລາຄາ​ສູງ​ເຖິງ 90,000 ​ໂດ​ລ່າ.

ການ​ເຝິກອົບ​ລົມ​ຂອງ​ທີ​ມ​ໃໝ່​ນີ້ ​ໄດ້​ດໍາ​ເນີນ​ການ​ໂດຍ ​ອົງການ Freeland ຊຶ່ງ​ເປັນ​ອົງ ການ​ລະດັບ​ສາກົນທີ່​ຕັ້ງ​ຂຶ້ນມາ​ໄດ້ 13 ປີ​ແລ້ວ ​ເພື່ອ​ພະຍາຍາມ ຍຸຕິການ​ລັກລອບ​ຂົນ​ສົ່ງ​ມະນຸດ ​ແລະ​ສັດປ່າ ທີ່ໃຫ້​ທຶນ​ໂດຍ​ລັດຖະບານ​ສະຫະລັດ​ແລະປະ​ເທດ​ອື່ນໆ.

ທ່ານ Mark Bowman ປະ​ຈໍາ​ອົງການ Freeland ​ເວົ້າ​ວ່າ ການ​ປະກອບໜ່ວຍ​ປະຕິ ບັດ​ການ​ພິ​ເສດ King of Tigers ນີ້ ສະ​ແດງ​ໃຫ້ ​ເຫັນ​ເຖິງ​ຍຸດທະວິທີ​ໃນ​ຂອບ​ເຂດ​ທີ່​ກວ້າງ​ຂວາງ ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ຂະຫຍາຍ​ໜ່ວຍປະຕິບັດການ​ແບບດຽວ​ກັນ​ນີ້​ໄປ​ທົ່ວ​ຂົງ​ເຂດ​ເອ​ເຊຍ​ແລະ​ອາ​ຟຣິກາ.

ທ່ານ ​ໂບ​ແມນ ​ເວົ້າ​ວ່າ​: “ພວກ​ເຮົາ​ຄົ້ນ​ພົບ​ວ່າ ຖ້າ​ຫາກ​ພວກ​ເຮົາ​ມຸ້ງ​ໝັ້ນ ຄວາມ​ພະຍາຍາມ​ຂອງ​ພວກ​ເຮົາ​ໃສ່​ແຕ່​ໜ່ວຍ​ປະຕິບັດ​ການ​ພຽງ​ໜ່ວຍ​ດຽວ ໂດຍ​ເຝິກ​ແອ​ບ​ເຂົາ​ເຈົ້າກ້າວ​ຂຶ້ນສູ່​ລະດັບ​ສູງ ທີ່​ສາມາດ​ທໍ​າການ​ປະຕິບັດ​ການ​ໄດ້​ທັງ​ທາງບົກ​ແລະ​ທາງ​ນໍ້າ ພ້ອມ​ທັງ​ເຝິກ​ແອບ​ພວກ​ເຂົາ​ເຈົ້າວິທີ​ການ ​ແນະ​ນໍາ​ໃນ​ໜ່ວຍ​ງານ​ນີ້ ຫຼັງ​ຈາກ​ນັ້ນ​ພວກ​ເຂົາ​ເຈົ້າກໍ​ສາມາດ​ທ່ອງ​ທ່ຽວ​ໄປທົ່ວ​ປະ​ເທດ​ຫາ​ຈຸດ ຫຼື​ພື້ນ​ທີ່​ໃດ ທີ່​ມີ​ບັນຫາ​ໃນ​ເລຶ່ອງນີ້ ​ເຝິກອົບ​ລົມ​ເຈົ້າໜ້າ ທີ່​ຄຸ້ມ​ຄອງ​ປ່າ​ໄມ້​ທ້ອງ​ຖິ່ນ ​ແລະ​ພ້ອມ​ກັບ​ຊ່ວຍ​ເຫຼືອ​ພວກ​ເຂົາ​ເຈົ້າ​ໃນ​ການປະຕິບັດ​ງານ​ນັ້ນ​ນໍາ.”

​ແຕ່​ອຸບປະສັກ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ ທີ່​ຈະ​ເອົາ​ຊະນະ​ເລຶ່ອງນີ້​ ​ໃນ​ສວນ​ອຸດ​ທະຍານ​ແຫ່ງ​ຕ່າງໆ​ຂອງ​ໄທ ​ໄດ້​ນັ້ນ ກໍຄື​ງົບປະມານ​ບໍ່​ພຽງພໍນັ້ນ​ເອງ.

ທ່ານ ​ໂບ​ແມນ ​ເວົ້າ​ວ່າ: “ພວກ​ສະມາຊິກ​ປະ​ຈໍາ​ໜ່ວຍ​ປະຕິບັດ​ງານ​ທີ່​ນີ້ ຫຼາຍໆ​ຄົນ​ມີ​ເງິນ​ເດືອນ​ຕໍ່າ​ຫຼາຍ ສະ​ນັ້ນ​ມັນ​ກໍ​ຂາດ​ສິນ​ຍ້ອມ​ໃຈ​ໄປ​ຫຼາຍ​ເຊັ່ນ ກັນ ຂາດ​ກໍາລັງ​ໃຈ​ ສິນລະ​ທໍາ​ແຕກ​ຫັກ ສະ​ນັ້ນ​ຈຶ່ງ​ຕ້ອງ​ມີ​ງົບປະມານ​ເພີ່ມ​ຫຼາຍ​ຂຶ້ນ.”

ໜ່ວຍ​ປະຕິບັດ​ກາ​ນພິ​ເສດ​ຈະ​ຊອກ​ຫາ​ເປົ້າໝາຍ ​ເປັນ​ເວລາ​ສີ່​ເດືອນ ຕໍ່ ພວກລັກລອບ​ຕັດ​ໄມ້​ເນື້ອ​ແດງທັງຫຼາຍ ຢູ່​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ນີ້. ​ເຈົ້າໜ້າ​ທີ່​ຄຸ້ມ​ຄອງປ່າ​ໄມ້ ທີ່​ໄດ້​ຮັບ​ການ​ອົບ​ລົມ​ພິ​ເສດ​ຂອງ​ໜ່ວຍ​ Kingof Tigers ຈະ​ເປັນ​ສ່ວນ​ປະກອບໜ່ວຍ​ນຶ່ງເຂົ້າ​ກັບການ​ປະຕິບັດ​ການ​ນັ້ນ.
XS
SM
MD
LG