ບັນດາລັດຖະບານທ້ອງຖິ່ນ ໃນທົ່ວເຂດພາກພື້ນ ຕາເວັນຕົກຕອນກາງ ແລະຕາເວັນອອກສຽງເໜືອ ຂອງສະຫະລັດ ໄດ້ຮຽກຮ້ອງໃຫ້ ພວກຜູ້ຂັບລົດທັງຫຼາຍ ຈົ່ງອອກຈາກຖະໜົນສາຍຕ່າງໆ ໃນຂະນະທີ່ ພາຍຸຂະໜາດໃຫຍ່ ຫົວທີສອງ ຈະນຳເອົາຫິມະ ນ້ຳກ້ອນ ແລະການປະສົມປະສານຂອງລະດູໜາວທີ່ຈະຕົກລົງ ມາໃສ່ ພາກພື້ນດັ່ງກ່າວ ຈາກລັດແຄນຊັສ ໄປຮອດລັດນິວແຮມເຊີ.
ຈຳນວນຂອງຜູ້ເສຍຊີວິດຈາກສະພາບອາກາດດັ່ງກ່າວ ທີ່ພົວພັນກັບອຸບັດເຫດລົດຕຳກັນ ນັ້ນ ໄດ້ເພີ້ມສູງຂຶ້ນເປັນ 11 ຄົນແລ້ວ ລວມທັງສອງຄົນທີ່ໄດ້ເສຍຊີວິດໃນວັນຈັນວານນີ້ ຢູ່ໃນລັດອິນດີອານາ. ຍັງມີລາຍງານ ກ່ຽວກັບການເສຍຊີວິດ ຢູ່ໃນລັດມິສຊູຣີ ລັດເນແບຣັສກາ ແລະລັດແຄນຊັສ ນຳດ້ວຍ.
ອົງການພະຍາກອນອາກາດແຫ່ງຊາດຂອງສະຫະລັດ ອອກຄຳເຕືອນແກ່ປະຊາຊົນຫຼາຍກວ່າ 53 ລ້ານຄົນ ໃຫ້ຄາດກັນ ວ່າ ຈະມີສະພາບການທີ່ເປັນອັນຕະລາຍ.
ການອອກຄຳເຕືອນທີ່ເບົາລົງ ແມ່ນໄດ້ຖືກນຳລົງໃນອິນເຕີເນັດ ສຳລັບພື້ນທີ່ ພາກຕາເວັນຕົກສ່ວນນຶ່ງ ຂອງນະຄອນຫຼວງວໍຊິງຕັນ ດີຊີ ນະຄອນບອລຕີມໍ ນະຄອນຟີລາແດລເຟຍ ແລະພາກຕາເວັນຕົກຂອງນະຄອນນິວຢອກ ແລະນະຄອນບອສຕັນ ບ່ອນທີ່ການປະສົມປະສານຂອງລະດູໜາວ ແມ່ນຈະນຳເອົາຫິມະຕົກລົງມາແລ້ວ ຫັນປ່ຽນກາຍເປັນຝົນ.
ຫິມະຈະຕົກລົງມາຢ່າງໜັກ ຢູ່ໃນເຂດພາກຕາເວັນອອກສຽງເໜືອ ຈະຍາວຢຽດຈາກເຂດພາກເໜືອຂອງລັດເພັນຊີລເວເນຍ ຂຶ້ນໄປຫາເຂດນິວອິງແກລນ ບ່ອນທີ່ ການພະຍາກອນອາກາດ ຄາດວ່າ ຈະມີຫິມະຕົກລົງມາ ແຕ່ 5 ຫາ 7 ຊັງຕີແມັດ.