ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕໍາຫຼວດ​ຈີນ ​ຍິງ​ສັງຫານ 8 ຄົນ ທີ່ສົງ​ໄສ​ ເປັນພວກ ຫົວ​ຮຸນ​ແຮງ ຢູ່ເຂດຊິນຈຽງ


ແຜນທີ່ເຂດ Xinjiang ທາງພາກຕາເວັນຕົກ ຂອງຈີນ
ແຜນທີ່ເຂດ Xinjiang ທາງພາກຕາເວັນຕົກ ຂອງຈີນ
ຕໍາຫລວດ​ຈີນໄດ້​ຍິງ​ຜູ້​ຕ້ອງ​ສົງ​ໄສ ​ເປັນພວກຫົວ​ຮຸນ​ແຮງ 8 ຄົນ
ຕາຍ ຢູ່ເຂດ Xinjiang ທາງພາກຕາເວັນຕົກຂອງຈີນ ບ່ອນ​ທີ່​
ກຸງ​ປັກ​ກິ່ງ​ກ່າວ​ວ່າ ຕົນ​ກໍາລັງ​ຕໍ່ສູ້​ກັບ​ຂະບວນການແບ່ງແຍກດິນ
ແດນອິສລາມນັ້ນ.

ອົງການ​ຂ່າວ​ຊິນ​ຫົວຂອງທາງ​ການ​ຈີນ ກ່າວໃນ​ວັນ​ສຸກ​ວານ​ນີ້​
ວ່າ ນອກນັ້ນແລ້ວພວກ​ຫົວ​ຮຸນ​ແຮງອີກ​ສາມ​ຄົນ​ຍັງໄດ້​ຖືກ​ສັງ
ຫານ ​ໂດຍ​ລະ​ເບີດ​ສະຫລະ​ຊີບ​ຂອງ​ພວກເຂົາເອງ. ລາຍງານ
​ຂ່າວ​ກ່າວ​ວ່າເຫດຮ້າຍດັ່ງກ່າວເກີດ​ຂື້ນໃນ​ເວລາພວກ​ກໍ່​ການ
​ຮ້າ​ຍ ຂີ່​ລົດຈັກແລະ​ລົດໃຫຍ່ໂຈມ​ຕີເຈົ້າໜ້າທີ່​ຕໍາຫລວດຈຸນຶ່ງ
ຢູ່​ຕໍ່ໜ້າ​ສວນສາທາລະນະ ​ໃນ​ຄຸ້ມ Wushi ​ເຂດ​ກຳແພງ​ເມືອງ Aksu.

ລາຍ​ງານສັ້ນໆແຈ້ງວ່າ "ພວກ​ກໍ່​ການ​ຮ້າຍ ມີ​ຖັງແກັສ​ທໍາ​ມະ​ຊາດ ທີ່​ບໍ່​ຊາບ​ເຖິງ​ຈໍານວນ
​ຢູ່ໃນ​ລົດ​ຂອງ​ເຂົາ​ເຈົ້າ ທີ່​ເຂົາ​ເຈົ້າ​ຈະ​ໃຊ້ເປັນ​ລະ​ເບີດ​ສະຫລະ​ຊີບນັ້ນ".

ການ​ປະ​ທະ​ກັນ ​ເກີດ​ຂື້ນ​ເປັນ​ບາງ​ຄັ້ງ​ບາງ​ຄາວ ລະຫວ່າງ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ
​ແລະ​ພວກຊົນກຸ່ມນ້ອຍມຸສລິ​ມ Uighur ທີ່ໄດ້ຈົ່ມທຸກກ່ຽວກັບການປະຫັດປະຫານ​ທາງ​
ດ້ານ​ສາສະໜາ ​ແລະ​ວັດທະນາ​ທໍາ​ ​ໂດຍ​ລັດຖະບານ​ກຸງ​ປັກ​ກິ່ງ.

ລັດຖະບານຈີນໄດ້ຖິ້ມໂທດໃນ​ການ​ໂຈມ​ຕີ​ສ່ວນໃຫຍ່ໃສ່​ຂະບວນການອິສລາມ Turkes-
tan ຕາເວັນອອກ. ຈີນກ່າວ​ວ່າ ກຸ່ມ​ດັ່ງກ່າວນີ້ ພວມທຳການຕໍ່ສູ້ ເພື່ອຄວາມເປັນເອກ​ກະ ລາດ ​ແລະ​ໄດ້ຮັບການໜຸນ​ຫລັງ​ຈາກພວກຫົວຮຸນແຮງຈັດໃນຕ່າງ​ປະ​ເທດ​. ​

​ກຸ່ມປົກປ້ອງສິດທິ​ມະນຸດ​ນາໆຊາດຫລາຍໆກຸ່ມກ່າວ​ວ່າ ຈີນແມ່ນເວົ້າໂຍກເກີນໄປກ່ຽວ
ກັບໄພ​ຂົ່ມຂູ່ດັ່ງກ່າວເພື່ອ​ຊ​ອກຫາ​ເຫດຜົນ​ວ່າການ​ກົດຂີ່​ຂອງ​ຕົນຕໍ່ພວກຊາວ​ມຸສລິ​ມນັ້ນ
ແມ່ນສົມເຫດສົມຜົນ.

​ເວລາ​ໃດ​ມີ​ການ​ປະ​ທະ​ເກີດ​ຂື້ນບັນດາ​ນັກ​ເຄື່ອນ​ໄຫວ​ພັດ​ຖິ່ນຊາວ Uighur ​ກໍຈະພາກັນ
ຖິ້ມໂທດໃສ່ກົນລະຍຸດແບບໜັກມືຂອງ​ຕໍາຫລວດຈີນຕໍ່​ຄວາ​ມຮຸນ​ແຮງທີ່ເກີດຂຶ້ນນັ້ນ.
XS
SM
MD
LG