ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມືປືນສັງຫານ ທະຫານ ປາກິສຖານ 11 ຄົນ ທີ່ອາລັກຂາ ພວກສັກຢາ ກັນເປ້ຍລ່ອຍ (ວີດີໂອ)


Pakistan Polio
please wait
Embed

No media source currently available

0:00 0:00:39 0:00

ວີດີໂອ ກ່ຽວກັບ ຂ່າວນີ້.

ພວກ​ມື​ປືນ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິ​ສຖານ ​ໄດ້​ສັງຫານ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ຢ່າງ​ນ້ອຍ 11 ຄົນ ທີ່​ຕິດຕາມ​ອາລັກຂາ ພະນັກງານ​ສາທາລະນະ​ສຸກ​ກຸ່ມ​ນຶ່ງ ທີ່​ໄປ
​ສັກ​ຢາ​ກັນ​ໂຮ​ກ​ເປ້ຍ​ລ່ອຍ​ ໃຫ້​ເດັກນ້ອຍ.

ການ​ໂຈມຕີ ມີ​ຂຶ້ນ​ໃນ​ວັນ​ເສົາ​ວານ​ນີ້ ຢູ່​ໃນ​ເຂດ Khyber Pakhtunkhwa ​ໃກ້​ກັບ ຊາຍ​ແດນ​ອັຟກາ​ນິສຖານ. ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ ກຸ່ມ​ໃດ​ຢູ່​ເບື້ອງ​ຫລັງກາ​ນ​ໂຈມ​ຕີ​ຄັ້ງ​ນີ້.


​ເຈົ້າ​ແຂວງ ທ່ານ Shaukatullah Khan ​ເວົ້າ​ວ່າ ພວກ​ພະນັກງານ​ສາທາ​ແມ່ນ​ມາສັກ​ຢາເພື່ອຊ່ວຍ​ຊີວິດ​ພວກເດັກນ້ອຍ​ໄວ້ ​ແລະ​ວ່າ ການ​ໂ​ຈມຕີ​ເຂົາ​ເຈົ້າ ເປັນ​ການລະ​ເມີດ​ປະ​ເພນີ​ຂອງ​ທ້ອງ​ຖິ່ນ.

ຜູ້​ນໍາ​ສາສະໜາ​ບາງ​ຄົນ​ກ່າວ​ຫາ​ພວກ​ພະນັກງານ​ສາທາ ວ່າ​ເປັນ​ສອດ​ແນມ​ແລະ​ວ່າ ຢາ​ທີ່​ເອົາ​ມາ​ສັກ​ໃຫ້​ເດັກນ້ອຍ​ນັ້ນ ​ແມ່ນ​ເພື່ອ​ເຮັດ​ໃຫ້​ພວກ​ເດັກນ້ອຍ​ມຸສລິ​ມ​ເປັນ​ໝັນ. ປາ​ກິ​ສຖານ ອັຟກາ​ນິສຖານ ​ແລະ​ໄນ​ຈີ​ເຣຍ ​ແມ່ນ​ເປັນ​ສາມ​ປະ​ເທດ ​ເທົ່າ​ນັ້ນ ທີ່​ຍັງ​ມີ​ໂຣກ​ເປ້ຍ​ລ່​ອຍ ຫລື ​ໂປ​ລີ​ໂອ ລະບາດ​ຢູ່.
XS
SM
MD
LG