ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ້ານ 7 Eleven ເປີດສາຂາທີ 3 ຢູ່ໃນລາວແລ້ວ ພາຍຫລັງເປີດສາຂາທໍາອິດ ໄດ້ພຽງແຕ່ສາມເດືອນ ເທົ່ານັ້ນ


ຮ້ານຂາຍເຄື່ອງທົ່ວໄປ 7-Eleven ຂອງອາເມຣິກາ ໄດ້ເປີດສາຂາທີ 3 ຢູ່ທີ່ບ້ານດົງໂດກ ນະຄອນວຽງຈັນ ເມ່ື່ອບໍ່ດົນມານີ້.
ຮ້ານຂາຍເຄື່ອງທົ່ວໄປ 7-Eleven ຂອງອາເມຣິກາ ໄດ້ເປີດສາຂາທີ 3 ຢູ່ທີ່ບ້ານດົງໂດກ ນະຄອນວຽງຈັນ ເມ່ື່ອບໍ່ດົນມານີ້.

ຮ້ານຂາຍສິນຄ້າເຊເວັນ ອີເລເວັນ (7 Eleven) ເປີດສາຂາແຫ່ງທີ 3 ແລ້ວ ພາຍໃນພຽງແຕ່ສາມເດືອນເທົ່ານັ້ນ ພາຍຫຼັງໄດ້ເປີດສາຂາທີ 1 ຢູ່ລາວ ຊຶ່ງສະແດງໃຫ້ເຫັນວ່າເຄືອຂ່າຍຮ້ານຂາຍຍ່ອຍລະດັບໂລກຂອງອາເມຣິກັນດັ່ງກ່າວ ໄດ້ຮັບຄວາມນິຍົມຂອງຄົນລາວ ໂດຍສະເພາະແມ່ນໃນນະຄອນຫຼວງວຽງຈັນ ນັ້ນຫຼາຍ. ​ໄຊ​ຈະ​ເລີນ​ສຸກ ມີ​ລາ​ຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຫຼາຍຄົນອາດຈະຮູ້ຂ່າວແລ້ວເນາະວ່າ ເຊເວັນ ອີເລເວັນ (7-Eleven) ທີ່ເປັນຮ້ານສະດວກຊື້ຂອງອາເມຣິກັນ ທີ່ມີເຄືອຂ່າຍ ຫລື ສາຂາຫຼາຍໃນອັນດັບຕົ້ນໆ ຂອງໂລກນັ້ນ ເປີດສາຂາທີ 3 ແລ້ວພາຍຫຼັງເປີດສາຂາທີ 1 ຢູ່ນະຄອນຫຼວງວຽງຈັນມາໄດ້ 3 ເດືອນ ຊຶ່ງປາກົດວ່າ ມັນເປັນຫຍີ່ຫໍ້ທຸລະກິດຂາຍຍ່ອຍຂອງສະຫະລັດທີ່ໄດ້ຮັບຄວາມນິຍົມສູງ ແລະເໝາະກັບກໍາລັງຊື້ຂອງປະຊາຊົນຊາວ ນະຄອນຫຼວງວຽງຈັນເປັນຢ່າງດີ ເຖິງແມ່ນວ່າ ລາວຈະປະສົບກັບສະພາບເສດ ຖະກິດຝືດເຄືອງ ທີ່ມີສາເຫດມາຈາກໄພເງິນເຟີ້ສູງກໍຕາມ. ທຸລະກິດສະດວກຊື້ 7-Eleven ເປັນຮູບແບບການຄ້າຂາຍແລະການບໍລິການທີ່ນໍາເອົາສວນນຶ່ງຂອງ ວັດທະນະທໍາອາເມຣິກັນ ທີ່ເນັ້ນໃສ່ຄວາມມີປະສິດທິພາບ ຊຶ່ງການຮັກສາຄຸນນະພາບໃຫ້ຄົງທົນ ແລະປະຢັດເວລາ ໄປເຜີຍແຜ່ໂດຍປະສົມປະສານໃສ່ກັບວັດທະນະທໍາທ້ອງຖິ່ນ ຂອງປະເທດທີ່ຂະຫຍາຍໄປນັ້ນ ເພາະສະນັ້ນ ມັນຈຶ່ງຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກທີ່ບໍ່ຄ່ອຍມີເວລາເຮັດອາຫານການກິນຫຼາຍ ຫລືພວກທີ່ຕ້ອງການສິນຄ້າຍ່ອຍໃນຍາມສຸກເສີນ ໂດຍສະເພາະແມ່ນນັກຮຽນ ນັກສຶກສາ ທີ່ຢາກຍ່າງໄປຊື້ໄດ້ເກືອບວ່າທຸກຍາມ ທີ່ມີຄວາມຕ້ອງການສິນຄ້າບໍລິໂພກ ດັ່ງທີ່ນັກສຶກສາໃນມະຫາວິທະຍາໄລ ແຫ່ງຊາດຢູ່ບ້ານດົງໂດກບ່ອນທີ່ຮ້ານ 7-Eleven ຫາກໍ່ໄປເປີດສາຂາທີ 3 ໃນນະຄອນຫລວງວຽງຈັນເມື່ອວັນທີ 10 ຜ່ານມານີ້ ໃຫ້ຄໍາເຫັນວ່າ:

“ມັນກະເປັນທາງເລືອກທີ່ດີອີກທາງນຶ່ງຫັ້ນແຫລະມັນເປີດຫລາຍ ມັນກະລາຄາຖືກຫລາຍ ເຮົາກະມີສິດເລືອກຫລາຍສໍາລັບນັກສຶກສາ”.

ລູກຄ້າພາກັນໄປຊື້ເຄື່ອງຢູ່ທີ່ຮ້ານ 7-Eleven ຫຼາຍພໍສົມຄວນ ຢູ່ທີ່ສາຂາທີ 3 ບ້ານດົງໂດກ ນະຄອນວຽງຈັນ.
ລູກຄ້າພາກັນໄປຊື້ເຄື່ອງຢູ່ທີ່ຮ້ານ 7-Eleven ຫຼາຍພໍສົມຄວນ ຢູ່ທີ່ສາຂາທີ 3 ບ້ານດົງໂດກ ນະຄອນວຽງຈັນ.

ອີກດ້ານນຶ່ງ ມັນກໍເປັນການຕອບສະໜອງຄວາມຕ້ອງການ ອັນຫລາກຫລາຍຂອງຜູ້ບໍລິໂພກໃນນະຄອນຫຼວງ ຫລືຕົວເມືອງໃຫຍ່ຜູ້ທີ່ເຄີຍຊື້ສິນຄ້າບໍລິໂພກ ຈາກຮ້ານສະດວກຊື້ ຫຍີ່ຫໍ້ນີ້ທີ່ພົບເຫັນທົ່ວໄປຢູ່ໃນໄທ ຊຶ່ງເປັນປະເທດເພື່ອນບ້ານນັ້ນມາແລ້ວ ດັ່ງນັກສຶກສາອີກຜູ້ນຶ່ງກ່າວວ່າ:

“ກະເຫັນເຂົາເປີດຮ້ານເຊເວັນ ເອເລີເວັນມາຈາກໄທນີ້ແຫລະ ສອງສາມມື້ນີ້ກະເລີຍໄປແຫວ່ເບິ່ງສິນຄ້າກະດີຫລາຍ ລາຄາກະຖືກກ່ອນນີ້ແຫລະ ມາເປີດຫລາຍມັນກະດີ ມັນກະສະດວກສະບາຍຕໍ່ນັກສຶກສາ ແລະມັນກະມີເຄື່ອງຫລາຍອີກ ”.

ຮ້ານຄ້າຂາຍຍ່ອຍຫຍີ່ຫໍ້ອື່ນເຊັ່ນ Big C mini ທີ່ເປັນສາຂາຂອງເຄືອຂ່າຍຮ້ານຄ້າຕ່າງປະເທດມາແຂ່ງຂັນກັນ ໃນຕະຫຼາດຂອງນະຄອນຫຼວງນຳດ້ວຍ.
ຮ້ານຄ້າຂາຍຍ່ອຍຫຍີ່ຫໍ້ອື່ນເຊັ່ນ Big C mini ທີ່ເປັນສາຂາຂອງເຄືອຂ່າຍຮ້ານຄ້າຕ່າງປະເທດມາແຂ່ງຂັນກັນ ໃນຕະຫຼາດຂອງນະຄອນຫຼວງນຳດ້ວຍ.

ເມື່ອຮ້ານຄ້າທີ່ໄດ້ຮັບຄວາມນິຍົມສູງແລະຂະຫຍາຍຕົວຢ່າງວ່ອງໄວເຊັ່ນນີ້ ບວກໃສ່ກັບການມີຮ້ານຄ້າຂາຍຍ່ອຍຫຍີ່ຫໍ້ອື່ນ ທີ່ເປັນສາຂາຂອງເຄືອຂ່າຍຮ້ານຄ້າຕ່າງປະເທດມາແຂ່ງຂັນກັນ ໃນຕະຫຼາດຂອງນະຄອນຫຼວງ ທີ່ມີປະຊາຊົນປະມານນຶ່ງລ້ານຄົນຢູ່ນີ້ ແນ່ນອນມັນສ້າງຄວາມກັງວົນໃຈ ດ້ານຜົນກະທົບຕໍ່ການດຳເນີນທຸລະກິດຂອງຮ້ານຂາຍຍ່ອຍ ໃນຊຸມຊົນຂົງເຂດນັ້ນ ພໍສົມຄວນ ດັ່ງທີ່ແມ່ຄ້າຂາຍເຄື່ອງຍ່ອຍ ທີ່ຕັ້ງຢູ່ໃກ້ໆກັບຮ້ານ 7-Eleven ສາຂາທີ 3 ທີ່ຫາກໍ່ເປີດມາໄດ້ບໍ່ພໍເທົ່າໃດມື້ ທີ່ວ່ານັ້ນ ສະແດງຄວາມຮູ້ສຶກອອກມາວ່າ:

“ສໍາລັບຮ້ານນ້ອຍໆຄືພວກເຮົາການຂາຍກະຫລຸດລົງເຕີບນຶ່ງ ມີນັກຮຽນນັກສຶກສາພາກັນເຂົ້າຮ້ານ 7-Eleven ຮ້ານເຊເວັນ ເອເລີເວັນ ແບບນີ້ກະເລີ້ມຍາກຂຶ້ນແຫລະ ແລະຍັງມີຮ້ານອື່ນໆເຊັ່ນເຈມາດ ຮ້ານບິກຊີ ແລະຮ້ານພອຍມາດ.”

ຮ້ານ 7-Eleven ເປັນທຸລະກິດທີ່ກໍ່ຕັ້ງຂຶ້ນໂດຍບໍລິສັດ Seven & Holdings ທີ່ມີສໍານັກງານໃຫຍ່ຕັ້ງຢູ່ລັດເທັກຊັສ ໄດ້ສ້າງຕັ້ງຂຶ້ນໃນປີ 1927 ແລະຂະຫຍາຍຕົວອອກໄປຢ່າງວ່ອງໄວ. ມັນມີສາຂາຮ້ານຄ້າຂາຍຍ່ອຍ ຫລື ຮ້ານສະດວກຊື້ຫລາຍກວ່າ 84,000 ຮ້ານ ຢູ່ໃນ 20 ປະເທດໃນໂລກ. ບໍລິສັດນີ້ມີສາຂາຕັ້ງ ຢູ່ໄທແລະຟີລິບປິນ ຕັ້ງແຕ່ຊຸມປີ 1980 ແລະໄດ້ຂະຫຍາຍອອກໄປເກືອບໝົດທຸກປະເທດ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ໃນໄລຍະປະມານ 5 ປີຜ່ານມານີ້. ສ່ວນຢູ່ລາວນັ້ນ ບໍລິສັດນີ້ ໄດ້ເລີ້ມເຂົ້າມາເປີດສາຂາຢູ່ໃນນະຄອນຫລວງວຽງຈັນ ໃນ 3 ເດືອນກ່ອນນັ້ນ ຖືວ່າຊັກຊ້າໄປປະມານ 1 ປີ ຖ້າທຽບໃສ່ສັນຍາໃນປີ 2022 ຊຶ່ງໃນເດືອນສິງຫາຂອງປີນັ້ນ ທີ່ບໍລິສັດ 7- Eleven ແລະບໍລິສັດຊີພີກຣຸບ (CP Group) ຂອງໄທໄດ້ປະກາດວ່າ ເຂົາເຈົ້າໄດ້ເຊັນສັນຍາວ່າ ຈະເປັນສາຂາແບບແຟຣນຊາຍສ໌ ຫລື Master Franchise ສໍາລັບ 30 ປີ ແລະມີແຜນຈະເປີດຮ້ານທໍາອິດຂຶ້ນໃນ ປີ 2022.

ຮູບແບບການຄ້າຂາຍ ແລະການບໍລິການຂອງ 7-Eleven ເປັນຮູບແບບທຸລະກິດຂອງອາເມຣິກັນ ທີ່ຂະຫຍາຍຕົວຢ່າງວ່ອງໄວ ໄປຫຼາຍທະວີບຈົນເຮັດໃຫ້ມັນກາຍເປັນ 1 ໃນ 10 ບໍລິສັດຂະຫຍາຍຮູບແບບຂອງທຸລະກິດຂອງຕົນ ທີ່ພາສາອັງກິດເອີ້ນວ່າ Franchisor. ປັດຈຸບັນທຸລະກິດນີ້ເປັນເຈົ້າຂອງໂດຍກຸ່ມບໍລິສັດ Seven & i Holdings Co. Ltd ຊຶ່ງເປັນກຸ່ມທຸລະກິດໂລກທີ່ຕັ້ງຢູ່ຍີ່ປຸ່ນ, ອີງຕາມເວັບໄຊທ໌ຂອງບໍລິສັດນີ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG