ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

11 ຄົນເສຍຊີວິດ ໃນການວາງ ລະເບີດລົດ ຢູ່ອີຣັກ


ສະຖານທີ່ເກີດເຫດວາງລະເບີດລົດ ທີ່ເມືອງ Sard ຄຸ້ມນຶ່ງໃນ ກຸງ Baghdad.
ສະຖານທີ່ເກີດເຫດວາງລະເບີດລົດ ທີ່ເມືອງ Sard ຄຸ້ມນຶ່ງໃນ ກຸງ Baghdad.
ລົດ​ຄັນ​ນຶ່ງໄດ້ລະ​ເບີດ​ຂຶ້ນ ຢູ່​ນອກ​ຮ້ານ​ກາ​ເຟ​ແຫ່ງ​ນຶ່ງ ທາງ​ພາກ
​ຕາ​ເວັນ​ອອກສຽງ​ເໜືອ​ຂອງອີຣັກ ​ເຮັດ​ໃຫ້​ຢ່າງ​ໜ້ອຍ 11 ຄົນ​
ເສຍຊີວິດ.

​ຕໍາຫລວດ ​ກ່າວ​ວ່າ ​ເຫດລະ​ເບີດ​ໃນ​ວັນ​ຈັນ​ມື້​ນີ້ ​ສົ່ງ​ຜົນ​ໃຫ້ 23
ຄົນ​ໄດ້ ​ຮັບ​ບາດ​ເຈັບ​ຢູ່ໃນ​ເມືອງ Buhriz 60 ກິ​ໂລ​ແມັດ ​ຫ່າງ​
ຈາກ​ເມືອງ​ຫລວງ Baghdad ​ແລະ​ມີ​ຂຶ້ນ​ຫລັງ​ຈາກ​ເກີດ​ເຫດ
ໂຈມ​ຕີ​ດ້ວຍລະ​ເບີດ​ຕິດ​ຕໍ່​ກັນ​ຫລາຍ​ບັ້ນ ຢູ່​ໃນ​ແລະ​ອ້ອມ​ແອ້​ມ​
ແບກ​ແດດ ​ໃນ​ວັນ​ອາທິດ​ວານ​ນີ້ ທີ່​ໄດ້ເຮັດ​ໃຫ້​ມີ​ຜູ້​ຊີວິດ​ ຢ່າງ
​ນ້ອຍ 30 ຄົນຕໍາຫລວດ Baghdad ກ່າວ​ວ່າ ລະ​ເບີດ​ແຕກ​ໃນ​
ວັນ​ອາທິດ​ວານ​ນີ້ສ່ວນໃຫຍ່ ​ແມ່ນຢູ່​ໃນ​ເຂດ​ການ​ຄ້າ ​ແລະ​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ ຫລາຍ​ກວ່າ 90 ຄົນ.

ການ​ໂຈມ​ຕີ​ສ່ວນ​ໃຫຍ່ ​ໄດ້​ເກີດ​ຂື້ນ​ຢູ່​ຄຸ້ມ​ບ້ານຂອງຊາວ Shi’ite.

ເຖິງ​ແມ່ນຍັງ​ບໍ່​ມີ​ໃຜ​ອ້າງ​ເອົາ​ຄວາມ​ຮັບຜິດຊອບຂອງ​ການ​ໂຈມ​ຕີ ຜ່ານ​ມາກໍຕາມແຕ່ ​ແມ່ນ
ພວກ​ກະບົດ Sunni ​ທີ່ໄດ້​ແນເປົ້າ​ໝາຍ​ໃສ່ ກໍາລັງ​ຮັກສາ​ຄວາ​ມ​ປອດ​ໄພ ​ແລະພົນລະ​ເຮືອນ ​
ໃນ​ເຂດຂອງ​ຊາວ Shi’ite ​ໃນ​ຄວາມ​ພະຍາຍາມ​ເພື່ອທ້າ​ທາຍ ລັດຖະບານອີຣັກ ທີ່ນໍາພາ​
ໂດຍຊາວ Shi’ite ນັ້ນ.

ຄວາ​ມບໍ່​ສະ​ງົບ​ຢູ່​ໃນອີຣັກໄດ້​ລະ​ເບີດ​ຂື້ນ ນັບຕັ້ງ​ແຕ່​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້ເຂົ້າ
ຖະຫລົ່ມຄ້າຍ​ປະ​ທ້ວງຂອງຊາວ Sunni ທາງ​ພາກ​ເໜືອ​ຂອງກຸງ Baghdad ​ໃນ​ເດືອນ​
ເມສາ​ແລ້ວ​ນີ້.

ຄວາມ​ຮຸນ​ແຮງ​ຂອງ​ປີ​ນີ້ ແມ່ນ​ຮ້າຍ​ແຮງທີ່​ສຸດ ນັບ​ແຕ່​ປີ 2008 ມາ.

XS
SM
MD
LG