ວັນທີ 7 ເດືອນຕຸລາມື້ນີ້ ແມ່ນວັນຄົບຮອບ 11 ປີຂອງການເລີ້ມ
ຕົ້ນຂອງ ສົງຄາມໃນອັຟການິສຖານ ທີ່ສະຫະລັດເປັນຜູ້ນໍາພານັ້ນ.
ມັນເປັນສົງຄາມທີ່ຍາວນານກວ່າ ສົງຄາມໃດໆໃນປະຫວັດສາດຂອງສະຫະລັດ. ມີທະຫານນາໆຊາດ ຫລາຍກວ່າ 3000 ເສຍຊີວິດຢູ່ໃນສົງຄາມອັຟການິສຖານ ຮວມທັງ ທະຫານອາເມຣິກັນ 2000 ຄົນ. ແລະມີພົນລະເຮືອນອັຟການິສຖານ ເສຍຊີວິດ ໃນຈໍານວນຫລາຍກ່ວານັ້ນອີກ.
ສົງຄາມນີ້ໄດ້ຖືກກະຕຸ້ນໃຫ້ເກີດຂຶ້ນ ຍ້ອນການໂຈມຕີຂອງພວກກໍ່ການຮ້າຍ ຕໍ່ ສະຫະລັດ ໃນວັນທີ 11 ເດືອນກັນຍາ ປີ 2001. ບໍ່ຮອດນຶ່ງເດືອນຕໍ່ມາ ທະຫານສະຫະລັດ ໄດ້ເຂົ້າໄປໃນອັຟການິສຖານ ແລະທໍາການໂຈມຕີ ພວກກໍ່ການຮ້າຍ al-Qaida ແລະພວກທາລິບານ ທີ່ປົກຄອງອັຟການິສຖານຢູ່ໃນເວລານັ້ນ ແລະໃຫ້ທີ່ພັກພາອາໄສແກ່ການຈັດຕັ້ງຂອງພວກກໍ່ການຮ້າຍ al-Qaida.
ພວກທາລິບານ ໄດ້ຖືກໂຄ່ນລົ້ມແລະຂັບໄລ່ໜີຢ່າງວອງໄວ ແຕ່ວ່າການກະບົດຕ້ານຢັນ
ຂອງພວກຫົວຮຸນແຮງດັ່ງກ່າວ ໄດ້ເລີ້ມເພີ້ມທະວີຄວາມແຂງແຮງຂຶ້ນ ຕະຫລອດເວລາຫລາຍໆປີຕໍ່ມາ.
ໃນໄລຍະຫລາຍໆເດືອນຜ່ານມາບໍ່ດົນນີ້ ທະຫານສະຫະລັດແລະນາໆຊາດ ໄດ້ປະສົບກັບການໂຈມຕີຢ່າງຕໍ່ເນື່ອງ ໃນອັນທີ່ເອີ້ນວ່າ ການໂຈມຕີຈາກພາຍໃນ ຄືການໂຈມຕີທະຫານຕາເວັນຕົກ ໂດຍທະຫານແລະຕໍາຫລວດອັຟການິສຖານ.
ກໍາລັງທະຫານປະສົມນາໆຊາດໄດ້ເລີ້ມຖອນອອກຈາກອັຟການິສຖານໄປແລ້ວ. ກໍາລັງລົບຕ່າງປະເທດທັງໝົດ ແມ່ນມີກໍານົດທີ່ຈະຖອນອອກໄປໃຫ້ໝົດ ພາຍ ໃນທ້າຍປີ 2014.