ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟ​ຟ້າ​ທີ່​ມາ​ຈາກ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ ເພີ່ມ​ຂຶ້ນ​ເຖິງ 30 ເປີ​ເຊັນ​ຂອງ​ຈຳ​ນວນ​ທັງ​ໝົດໃນ​ທົ່ວ​ໂລກ


​ແຜງ​ພະ​ລັງ​ງານ​ແສງ​ອາ​ທິດ ຕັ້ງ​ຢູ່​ໃກ້​ກັບ​ເມືອງ ມິ​ລາ​ໂກ​ຣ, ແຂວງ ນາ​ວາ​ຣາ, ທາງ​ພາກ​ເໜືອ​ຂອງ ສ​ເປນ, 24 ກຸມ​ພາ 2023.
​ແຜງ​ພະ​ລັງ​ງານ​ແສງ​ອາ​ທິດ ຕັ້ງ​ຢູ່​ໃກ້​ກັບ​ເມືອງ ມິ​ລາ​ໂກ​ຣ, ແຂວງ ນາ​ວາ​ຣາ, ທາງ​ພາກ​ເໜືອ​ຂອງ ສ​ເປນ, 24 ກຸມ​ພາ 2023.

ປະ​ຊາ​ຊົນຫຼາຍ​ລ້ານ​ຄົນ​ແມ່ນ​ກຳ​ລັງ​ໃຊ້​ພະ​ລັງ​ງານຫຼາຍ​ຊະ​ນິດ​ແຕກ​ຕ່າງ​ກັນ​ໃນ​ແຕ່​ລະ​ວັນ ແລະ ປີ​ 2023 ເປັນ​ປີທີ່​ທຳ​ລາຍ​ສະ​ຖິ​ຕິ​ສຳ​ລັບ​ແຫຼ່ງ​ພະ​ລັງ​ງານ​ໝຸນ​ວຽນ, ເຊິ່ງ​ເປັນ​ຊະ​ນິດ​ທີ່ບໍ່​ປ່ອຍ​ມົນ​ລະ​ພິດ ​ທີ່​ສ້າງ​ຄວາມ​ອຸ່ນ​ຂອງ​ໂລກ​ຄື​ອາຍ ຄາ​ບອນ ໄດ​ອົກ​ໄຊ ແລະ ເມ​ເຕນ, ອີງ​ຕາມ​ລາຍ​ງານ​ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ພຸດ​ວານນີ້​ໂດຍ​ອົງ​ການ Ember, ເຊິ່ງ​ແມ່ນ​ອົງ​ການ​ນັກ​ວິ​ໄຈ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ໃນ​ນະ​ຄອນຫຼວງ ລອນດອນ ຂອງ ອັງ​ກິດ.

ເປັນ​ຄັ້ງ​ທຳ​ອິດ, ທີ່ພະ​ລັງ​ງານ 30 ເປີ​ເຊັນ​ຖືກ​ຜະ​ລິດ​ໃນ​ທົ່ວ​ໂລກ​ ແມ່ນມາ​ຈາກ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ ໃນ​ຂະ​ນະ​ທີ່​ຟາມ​ແສງ​ຕາ​ເວັນ ແລະ ລົມ ໄດ້​ສືບ​ຕໍ່​ເຕີບ​ໂຕ​ຢ່າງວ່ອງ​ໄວ.

ຈາກ​ຊະ​ນິດ​ຂອງ​ພະ​ລັງ​ງານ​ສະ​ອາດ​ທີ່​ຖືກ​ຜະ​ລິດ​ໃນ​ປີ​ກາຍນີ້, ເຂື່ອນ​ໄຟ​ຟ້າ​ໄດ້​ຜະ​ລິດຫຼາຍ​ທີ່​ສຸດ. ນັ້ນ​ແມ່ນ​ຄື​ກັບ​ໃນຫຼາຍ​ປີ​ທີ່​ຜ່ານ​ມາ. ແຕ່​ໄພ​ແຫ້ງ​ແລ້ງ​ໃນ ອິນ​ເດຍ, ຈີນ, ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ ແລະ ເມັກ​ຊິ​ໂກ ໄດ້​ເຮັດ​ໃຫ້​ພະ​ລັງ​ງານ​ໄຟ​ຟ້າ​ນ້ຳ​ຕົກຫຼຸດ​ລົງ​ຕ່ຳ​ທີ່​ສຸດ​ໃນ​ຮອບ​ຫ້າ​ປີ. ການ​ຄົ້ນ​ຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ ແມ່ນ​ກຳ​ລັງ​ເຮັດ​ໃຫ້​ໄພ​ແຫ້ງ​ແລ້ງ​ຕ່າງໆ​ພັດ​ທະ​ນາ​ຂຶ້ນ​ໄວ​ກວ່າ​ເກົ່າ ແລະ ຮ້າຍ​ແຮງກວ່າ​ເກົ່າ.

ປະ​ຊາ​ຊົນ​ໄດ້​ໃຊ້​ໄຟ​ຟ້າຫຼາຍກວ່າ​ແຕ່​ກ່ອນ​ໃນ​ປີ​ກາຍນີ້, ເພີ້ມຂຶ້ນປະ​ມານ 2 ເປີ​ເຊັນ, ເຊິ່ງ​ເປັນ​ການ​ເພີ້ມ​ຂຶ້ນ​ຫຼາຍ​ເທົ່າ​ກັບ​ປະ​ມານ​ທີ່​ປະ​ເທດ ກາ​ນາ​ດາ ໄດ້​ໃຊ້​ໃນ​ນຶ່ງ​ປີ. ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ບາງ​ອັນ​ນີ້ ​ແມ່ນ​ສຳ​ລັບ​ເຄື່ອງ​ປ້ຳ​ອາຍ​ຮ້ອນ, ເຊິ່ງ​ເປັນ​ວິ​ທີ​ທີ່​ມີ​ປະ​ສິດ​ທິ​ຜົນ​ຕໍ່​ການ​ໃຫ້​ອາຍ​ອຸ່ນ ແລະ ອາຍ​ເຢັນ​ຕໍ່​ຕຶກ​ອາ​ຄານ​ຕ່າງໆ, ແລະ ສຳ​ລັບ​ລົດ​ໄຟ​ຟ້າ. ມັນ​ຍັງ​ຖືກ​ໃຊ້​ສຳ​ລັບ​ເຄື່ອງ​ແຍກ​ໄຟ​ຟ້າ, ເຊິ່ງ​ແມ່ນ​ເຄື່ອງ​ຈັກ​ພິ​ເສດ​ທີ່​ຖືກ​ໃຊ້​ເພື່ອ​ນຳ​ເອົາ​ທາດ​ແກັ​ສ​ອອກ​ຈາກ​ນ້ຳ, ສຳ​ລັບ​ພະ​ລັງ​ງານ. ທັງ​ໝົດ​ນີ້​ແມ່ນ​ເທັກ​ໂນ​ໂລ​ຈີ​ທີ່​ສະ​ໜອງ​ຂໍ້​ແກ້​ໄຂ​ຕໍ່​ສະ​ພາບ​ອາ​ກາດ​ປ່ຽນ​ແປງ.

ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ອື່ນ​ທີ່​ເພີ້ມ​ຂຶ້ນ ​ແມ່ນ​ສຳ​ລັບ​ໄຟ​ຟ້າ​ເພື່ອ​ສະ​ໜອງ​ໃຫ້​ສູນ​ກາງ​ຂໍ້​ມູນ ແລະ ສຳ​ລັບ​ເຄື່ອງປັບ​ອາ​ກາດ, ໃນ​ຂະ​ນະ​ທີ່​ສະ​ຖານ​ທີ່​ຕ່າງໆ​ໃນ​ທົ່ວ​ໂລກ​ ​ມີ​ຄວາມ​ຮ້ອນ​ຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG